ຂປລ
*ເມື່ອມໍ່ໆມານີ້, ຄະນະຊີ້ນໍາໂຄງການຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມຜົນສໍາເລັດ

*ເມື່ອມໍ່ໆມານີ້, ຄະນະຊີ້ນໍາໂຄງການຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມຜົນສໍາເລັດ ແລະ ຜົນໄດ້ຮັບໃນການຈັດຕັ້ງປະຕິບັດໂຄງການພັດທະນາເສດຖະກິດຊົນນະບົດ ເພື່ອປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນຢູ່ 2 ບ້ານເປົ້າໝາຍຂອງເມືອງຜາອຸດົມ ແຂວງບໍ່ແກ້ວ. ນໍາພາທີມງານໂດຍທ່ານ ຈິດຕະພົງ ສີລິປັນຍາ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີທ່ານ ວັນນະພຸດ ເພັດສຸດາລາ ຫົວໜ້າໂຄງການພັດທະນາເສດຖະກິດຊົນນະບົດເພື່ອປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນແຂວງບໍ່ແກ້ວ, ທ່ານ ນາງ ແຄໂຣ ໂມແທນສັນ ຜູ້ອໍານວຍການອົງການແພຣນສາກົນປະຈໍາ ສປປ ລາວ ພ້ອມດ້ວຍຄະນະ, ມີທີມງານມາຈາກກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງການຕ່າງປະເທດ, ມີພະແນກການກ່ຽວ ຂ້ອງຂອງແຂວງ, ຜູ້ປະສານງານໂຄງການຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.
ການລົງຕິດຕາມຜົນສໍາເລັດ ແລະ ຜົນໄດ້ຮັບຈາກການຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆຂອງໂຄງການພັດທະນາເສດຖະກິດຊົນນະບົດ ເພື່ອປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນຢູ່ 2 ບ້ານເປົ້າໝາຍຄື: ບ້ານວຽງພັດທະນາ ແລະ ບ້ານໂຮມສຸກ ໃນຄັ້ງນີ້, ຫົວໜ້າກຸ່ມປູກຫຍ້າລ້ຽງງົວ ທອມໄດ້ລາຍງານຕໍ່ທີມງານວ່າ: ກຸ່ມປູກຫຍ້າລ້ຽງງົວທອມຢູ່ບ້ານວຽງພັດທະນາມີສະມາຊິກທັງໝົດ 17 ຄອບຄົວ, ມີສວນຫຍ້າ 17 ຕອນ, ມີເນື້ອທີ່ປູກຫຍ້າ 20,5 ເຮັກຕາ, ປັດຈຸບັນມີງົວ 381 ໂຕ. ໃນນີ້, ມີງົວທອມແລ້ວ 42 ໂຕ ແລະ ໄດ້ຂາຍອອກງົວທີ່ທອມ ແລ້ວ 16 ໂຕ, ລວມເປັນເງິນທັງໝົດ 285.000.000 ກີບ, ປັດຈຸບັນເອົາງົວຂຶ້ນທອມອີກຕື່ມ 26 ໂຕ ແລະ ມີແຜນຈະເອົາງົວຂຶ້ນທອມອີກ 16 ໂຕ. ຂະນະທີ່ວິຊາການທີ່ກ່ຽວຂ້ອງຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ນໍາພາສະມາຊິກກຸ່ມປູກຫຍ້າລ້ຽງງົວທອມສາທິດວິທີການເຮັດອາຫານເສີມໃຫ້ງົວ ພ້ອມທັງແນະນໍາຂັ້ນຕອນ, ວິທີການເຮັດອາຫານເສີມ, ວິທີຮັກສາ ແລະ ການໃຫ້ອາຫານເສີມແກ່ງົວທອມ, ຈາກນັ້ນທີມງານກໍ່ໄດ້ລົງຕິດຕາມເຂົ້ານາຢອດເມັດແບບແຫ້ງຂອງກຸ່ມຊາວນາບ້ານໂຮມສຸກ, ກຸ່ມຊາວນາປູກເຂົ້າແບບຢອດເມັດຢູ່ບ້ານໂຮມສຸກມີທັງໝົດ 24 ຄອບຄົວ, ມີເນື້ອທີ່ນາຢອດເມັດແບບແຫ້ງ ທັງໝົດ 17 ເຮັກຕາ, ປັດຈຸບັນຢອດສໍາເລັດແລ້ວ 100%. ຕາມການລາຍງານຂອງຫົວໜ້າກຸ່ມ ໃຫ້ຮູ້ວ່າ: ຫລັງຈາກປູກຂອງໂຕເອງສໍາເລັດແລ້ວ ກໍ່ໄດ້ໄປຮັບຈ້າງໂດຍໃຊ້ເຄື່ອງຢອດເມັດແບບແຫ້ງໃຫ້ຄົນອື່ນໃນລາຄາ 800.000 ກີບ/ເຮັກຕາ, ລວມເປັນເງິນທັງໝົດທີ່ໄດ້ຈາກການໃຊ້ເຄື່ອງຢອດເມັດນີ້ແມ່ນ 12 ລ້ານກວ່າກີບ, ພ້ອມດຽວກັນນີ້ ວິຊາການໜ່ວຍງານກ່ຽວຂ້ອງຂັ້ນເມືອງ ໂດຍສະເພາະແມ່ນຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄດ້ນໍາພາສະມາຊິກກຸ່ມຜະລິດນໍ້າສະກັດຊີວະພາບສູດເລັ່ງໃຫ້ເຂົ້າງາມ ເພື່ອເພີ່ມນໍ້າໜັກໃຫ້ຜົນຜະລິດ ແລະ ໄດ້ແນະນໍາວິທີກໍາຈັດສັດຕູພືດທີ່ມາທໍາລາຍເຂົ້ານານໍາອີກ, ນອກນີ້ ທີມງານຍັງໄດ້ສໍາພາດຫົວໜ້າກຸ່ມການປູກ-ການລ້ຽງກ່ຽວການຈັດຕັ້ງປະຕິບັດແຕ່ລະກິດຈະກໍາຂອງໂຄງການ, ເປັນຕົ້ນແມ່ນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ການໃຫ້ຄໍາປຶກສາ, ການນໍາພາປະຕິບັດຕົວຈິງຂອງວິຊາການຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໂດຍສະເພາະແມ່ນໜ່ວຍງານການປູກຝັງ ແລະ ໜ່ວຍງານລ້ຽງ ແລະ ຜົນໄດ້ຮັບຂອງແຕ່ລະກິດຈະກໍາ.
ການຈັດຕັ້ງປະຕິບັດກິດຈະກໍາດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນທຶນຊ່ວຍເຫລືອຈາກໂຄງການຊີລ່ຽວ ( C-REAL).
ໂດຍ: ເຂົ້າຈານນຳ້
KPL