ສະຫະພັນແມ່ຍິງລາວ ປະກອບສ່ວນໃນພາລະກິດປົດປ່ອຍຊາດ

24/07/2025 13:57
Email Print 126
ຂປລ (ເນ່ືອງໃນໂອກາດວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70) *ເພື່ອຫວນຄືນມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວວຽກງານຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ
        *ເພື່ອຫວນຄືນມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວວຽກງານຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າທີ່ໄດ້ອຸທິດຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ພາລະກິດພັດທະນາແມ່ຍິງລາວ. ພາຍໃຕ້ການນໍາພາຂອງພັກ ແລະ ໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດຂອງແມ່ຍິງໃນໂລກ ທີ່ເລັ່ງທວງໃຫ້ປະຕິບັດສິດເສລີພາບ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ທາງດ້ານການເມືອງ-ເສດຖະກິດ, ວັດທະນະທໍາ-ສັງຄົມ ເທື່ອລະກ້າວ, ອົງການຈັດຕັ້ງແມ່ຍິງຂັ້ນຮາກຖານຈຶ່ງໄດ້ເກີດຂຶ້ນໂດຍເລີ່ມຈາກການຈັດຕັ້ງໜ່ວຍແມ່ນັກຮົບຢູ່ຊົນນະບົດ, ໜ່ວຍຍຸວັນນາລີ ຢູ່ຕາມຕົວເມືອງ, ການຈັດຕັ້ງດັ່ງກ່າວໄດ້ເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວນັບມື້ນັບກວ້າງຂວາງ.  
        ໃນປີ 1958 ການຈັດຕັ້ງແມ່ຍິງ ໄດ້ເຂົ້າຮ່ວມຄົ້ນຄວ້າ ແລະ ສະເໜີໃຫ້ດັດແປງກົດໝາຍການເລືອກຕັ້ງຄືນໃໝ່ ໂດຍໃຫ້ແມ່ຍິງລາວບັນດາເຜົ່າທີ່ມີອາຍຸແຕ່ 18 ປີ ຂຶ້ນໄປມີສິດປ່ອນບັດເລືອກຕັ້ງ ແລະ ອາຍຸ 21 ປີ ຂຶ້ນໄປມີສິດສະໝັກຮັບເລືອກຕັ້ງເປັນຜູ້ແທນລາດຊະດອນ ຊຶ່ງເປັນເທື່ອທໍາອິດໃນປະຫວັດສາດຂອງຊາດລາວເຮົາທີ່ແມ່ຍິງລາວ ໄດ້ໃຊ້ສິດຂອງຕົນເຂົ້າໃນການປ່ອນບັດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ແລະ ມີຜູ້ແທນແມ່ຍິງ 1 ທ່ານ ຂອງຝ່າຍແນວລາວຮັກຊາດ ຖືກເລືອກຕັ້ງເປັນຜູ້ແທນສະພາລາດຊະດອນ ຄື ທ່ານ ນາງ ຄໍາເເພງ ບຸບຜາ. ມາປີ 1959 ຈັກກະພັດຕ່າງດ້າວ ໄດ້ທໍາລາຍຄວາມຖືກຕ້ອງປອງດອງຊາດ ແລະ ກໍ່ສົງຄາມກາງເມືອງຂຶ້ນຢ່າງຮ້າຍກາດ. ພວກສັດຕູໄດ້ຈັບກຸມຄຸມຂັງບັນດາທ່ານຜູ້ນໍາຂອງຝ່າຍແນວລາວຮັກຊາດທີ່ເຂົ້າລວມລາວ ຕໍ່ກັບເຫດການດັ່ງກ່າວ ຄະນະນໍາອົງການຈັດຕັ້ງແມ່ຍິງ ໄດ້ເຄື່ອນໄຫວປຸກລະດົມແມ່ຍິງຕໍ່ສູ້ຖືກກົດໝາຍ, ເຄິ່ງກົດໝາຍ ແລະ ປິດລັບເຊັ່ນ: ເຮັດໃບສະເໜີເຖິງສະພາຜູ້ແທນລາດຊະດອນ ແລະ ລັດຖະບານວຽງຈັນ ເພື່ອເລັ່ງທວງໃຫ້ປ່ອຍບັນດາທ່ານຜູ້ນໍາ ແລະ ພະນັກງານຂອງຝ່າຍແນວລາວຮັກຊາດ ໃຫ້ເປັນອິດສະລະໂດຍໄວ. ນອກນີ້, ຍັງໄດ້ປະກອບສ່ວນເຄື່ອນໄຫວຊອກວິທີທາງ ເພື່ອສ້າງເງື່ອນໄຂໃຫ້ບັນດາທ່ານຜູ້ນໍາ ແລະ ພະນັກງານຝ່າຍແນວລາວຮັກຊາດໂຕນໜີອອກຈາກຄຸກໂພນເຄັງ ໄປສູ່ເຂດປົດປ່ອຍຢ່າງປອດໄພ.
      ປີ 1962 ສະຫະພັນແມ່ຍິງລາວ ໄດ້ເຂົ້າເປັນສະມາຊິກສົມບູນຂອງສະຫະພັນແມ່ຍິງປະຊາທິປະໄຕສາກົນ. ເຮັດໃຫ້ຂອບເຂດການເຄື່ອນໄຫວນັບມື້ນັບກວ້າງຂວາງທັງຢູ່ພາຍໃນ ແລະ ຕ່າງປະເທດ. ວັນທີ 3 ມີຖຸນາ 1968 ກອງລໍາລຽງເຊ-368 (C368) ໄດ້ຮັບການສ້າງຕັ້ງຂຶ້ນຢູ່ແຂວງຊຽງຂວາງ. ໃນວັນທີ 15 ກໍລະກົດ 1969 ກອງລໍາລັງໄຟເພດຍິງ ເຊ-769 (C-769) ກໍ່ໄດ້ຮັບການຈັດ ຕັ້ງຂຶ້ນຢູ່ແຂວງຊຽງຂວາງ. 
        ໃນປີ 1969 ສັດຕູໄດ້ເປີດບັ້ນຮົບຊື່ວ່າ: ໂອເດແອນ ແລະ ບັ້ນຮົບກູ້ກຽດ ໂດຍໃຊ້ກໍາລັງທະຫານ, ອາວຸດ ແລະ ເຮືອບິນທັນສະໄໝບຸກໂຈມຕີກໍາລັງຝ່າຍປະຕິວັດຢ່າງຮ້າຍແຮງ. ດັ່ງນັ້ນ, ກອງບັນຊາການທະຫານສູງສຸດຈຶ່ງມີຄໍາສັ່ງສ້າງຕັ້ງກອງຮ້ອຍເພດຍິງຂຶ້ນ ແລະ ເອີ້ນຊື່ວ່າ ກອງກໍາລັງໄຟເພດຍິງ 769. ມາຮອດປີ 1971 ກອງກໍາລັງໄຟເພດຍິງໄດ້ສົມທົບກັບກໍາລັງປະຕິວັດເຊັ່ນ: ກອງພັນທີ 2, ກອງພັນ 701, ກອງພັນ 605, ກອງພັນ 205 ຕີຂັບໄລ່ສັດຕູຢູ່ຫລາຍສິບບັ້ນຮົບທີ່ດຸເດືອດທັງທາງໜ້າດິນ ແລະ ທາງອາກາດ ຊຶ່ງສາມາດດັບສູນ ແລະ ປັດເຂ່ຍສັດຕູອອກຈາກວົງສູ້ຮົບ ໄດ້ຈໍານວນຫລວງຫລາຍ. ກອງກໍາລັງໄຟເພດຍິງ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບຢ່າງອົງອາດກ້າຫານຕີສັດຕູໃຫ້ປະລາໄຊຫລາຍບັ້ນຮົບອັນໄດ້ສ້າງມູນເຊື້ອ ແລະ ຊື່ສຽງໂດ່ງດັງມາເຖິງທຸກວັນນີ້.
        ໂດຍຕອບສະໜອງຄໍາຮຽກຮ້ອງຕ້ອງການຂອງພັກ ແລະ ເດັດດ່ຽວປະຕິບັດຕາມຄໍາຂວັນທີ່ວ່າ: “ທຸກສິ່ງທຸກຢ່າງເພື່ອແນວໜ້າ, ທຸກສິ່ງທຸກຢ່າງເພື່ອຕີເອົາຊະນະຈັກກະພັດຕ່າງດ້າວ ແລະ ລູກມື” ສະມາຄົມແມ່ຍິງລາວຮັກຊາດ ກໍ່ໄດ້ຕັ້ງໜ້າປຸກລະດົມແມ່ຍິງລາວບັນດາເຜົ່າໃນທົ່ວເຂດປົດປ່ອຍເຕົ້າໂຮມຄວາມສາມັກຄີເປັນຈິດໜຶ່ງໃຈດຽວຢູ່ພາຍໃຕ້ຮົ່ມທຸງຂອງຊາດ ແລະ ຂອງພັກ, ສາມາດຮັບປະກັນວຽກງານແນວຫລັງປ່ຽນແທນເພດຊາຍ ທີ່ອອກໄປສະໜາມຮົບ. ພ້ອມນັ້ນ, ແມ່ຍິງລາວມີຄວາມອົດທົນ, ດຸໝັ່ນ, ມີຫົວຄິດປະດິດສ້າງໃນການອອກແຮງງານເພີ່ມພູນຜະລິດຜົນ, ປູກຢ້າວແປງເຮືອນ, ສ້ອມແປງຖະໜົນຫົນທາງທີ່ຖືກເພພັງຈາກລູກລະເບີດຂອງພວກສັດຕູ, ພ້ອມທັງເອົາໃຈໃສ່ເບິ່ງແຍງລ້ຽງດູ ແລະ ບອກສອນລູກເຕົ້າໃຫ້ກາຍເປັນພົນລະເມືອງດີຂອງຊາດ, ຈັດຕັ້ງການປ້ອງກັນເວນຍາມເຮືອນຊານບ້ານຊ່ອງ ແລະ ປະກອບສ່ວນໄປລໍາລຽງສູ່ແນວໜ້າ. ໄປພ້ອມໆກັນນັ້ນ, ເພື່ອສ້າງເຂດປົດປ່ອຍໃຫ້ເປັນຄືລັດໜຶ່ງຕາມແຜນນະໂຍບາຍຂອງພັກ, ແມ່ຍິງກໍ່ໄດ້ເປັນກໍາລັງແຮງສໍາຄັນເຂົ້າຮ່ວມເຄື່ອນໄຫວໃນທຸກຂົງເຂດວຽກງານ. ແມ່ຍິງທີ່ເປັນກໍາມະກອນຢູ່ໂຮງງານຕ່ໍາແຜ່ນ 12 ຕຸລາ ກໍ່ໄດ້ມີນໍ້າໃຈເດັດດ່ຽວອົດທົນ ພ້ອມກັນອອກແຮງງານ ເຊິ່ງໄດ້ພາກັນເຈາະຖໍ້າ, ຂົນຍ້າຍເຄື່ອງຈັກ, ຕໍ່າຜ້າຢູ່ໃນຖໍ້າ ເພື່ອຫລົບຫລີກການຖິ້ມລະເບີດຍິງທໍາລາຍຂອງຈັກກະພັດຕ່າງດ້າວ; ແມ່ຍິງທີ່ເປັນແພດໝໍ ກໍ່ໄດ້ຜ່ານຜ່າຫ່າລະເບີດລູກປືນຂອງສັດຕູເອົາຊີວິດເຂົ້າສ່ຽງ ເພື່ອໄປແບກຫາມ, ກອບກູ້ເອົາຊີວິດນັກຮົບທີ່ຖືກບາດເຈັບໃນສະໜາມຮົບມາປິ່ນປົວຢູ່ໂຮງໝໍໃນຖໍ້າຂອງເຂດແນວຫລັງ; ໄດ້ນໍາພານັກຮຽນປຸກສ້າງຫ້ອງຮຽນ ແລະ ເຮືອນພັກຢູ່ຕາມປ່າດົງ, ຢູ່ໃນຖໍ້າເລິກ, ເຫວຊັນ ເພື່ອຫລົບຫລີກຈາກລູກລະເບີດຂອງພວກໂຈນອາກາດອາເມລິກາ, ປະກອບສ່ວນກໍ່ສ້າງພະນັກງານສາມາດຕອບສະໜອງບຸກຄະລາກອນໃຫ້ແກ່ວຽກງານໃນຂະແຣງການຕ່າງໆ ແລະ ຍັງເປັນນັກສິນລະປິນຂອງແຕ່ລະພາກສ່ວນໄດ້ອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ ເພື່ອປະຕິບັດໜ້າທີ່ສະແດງຮັບໃຊ້ໃຫ້ແກ່ນາຍ ແລະ ພົນທະຫານທີ່ປະຈໍາການຢູ່ສະໜາມຮົບ ແລະ ພໍ່ແມ່ປະຊາຊົນຢູ່ຕາມທ້ອງຖິ່ນຢູ່ເຂດປົດປ່ອຍ ແລະ ເຂດຍາດແຍ່ງຂອງສັດຕູ ໂດຍບໍ່ຢ້ານກົວຕໍ່ລູກລະເບີດຍິງທໍາລາຍ ແລະ ການນາບຂູ່ຂອງສັດຕູ.
       ໃນໄລຍະເວລາດັ່ງກ່າວ, ແມ່ຍິງທີ່ຢູ່ໃນເຂດປົກຄອງຊົ່ວຄາວຂອງສັດຕູ, ໂດຍໄດ້ຮັບການປຸກລະດົມຈາກພະນັກງານປະຕິວັດ ແລະ ໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດອັນຟົດຟື້ນຂອງແມ່ຍິງໃນເຂດປົດປ່ອຍ, ພວກເຂົາເຈົ້າກໍ່ໄດ້ປະສານສົມທົບກັບກໍາລັງປະຕິວັດເຄື່ອນໄຫວຕໍ່ສູ້ນັບມື້ນັບແຂງແຮງ ເພື່ອທວງໃຫ້ຈັກກະພັດຕ່າງດ້າວຜູ້ຮຸກຮານຕ້ອງຢຸດຕິສົງຄາມໃນລາວ ແລະ ທົ່ວອິນດູຈີນ, ໄດ້ຕໍ່ສູ້ຕ້ານການກວດລ້າງ, ທວງເອົາລູກຜົວ ກັບຄືນມາທໍາມາຫາກິນຢູ່ນໍາຄອບຄົວລູກເມຍ, ທວງໃຫ້ມີການເຈລະຈາກັບຝ່າຍກໍາລັງຮັກຊາດຢ່າງຈິງຈັງ. ເດັ່ນກວ່າໝູ່ແມ່ນຂະບວນການຂອງປະຊາຊົນເມືອງໜອງບົກ ແຂວງຄໍາມ່ວນ, ໃນນີ້ແມ່ຍິງ ໄດ້ປະກອບສ່ວນໃນການຕໍ່ສູ້ຕ້ານການປາບປາມຂອງພວກປະຕິການຂວາຈັດເປັນເວລາ 42 ມື້ 42 ຄືນ ແລະ ໄດ້ຮັບ ໄຊຊະນະດ້ວຍການຍຶດອໍານາດການປົກຄອງຢູ່ໃນທ້ອງຖິ່ນຂອງຕົນໄວ້ໄດ້. ການອຸທິດເຫື່ອແຮງສະຕິປັນຍາປະກອບສ່ວນເຂົ້າໃນການຕໍ່ສູ້ປົດປ່ອຍຊາດ ມີແມ່ຍິງຈໍານວນບໍ່ໜ້ອຍຖືກສັດຕູຈັບກຸມຄຸມຂັງ, ທຸບຕີທໍລະມານ, ບັງຂັບໃຫ້ໄຂຄວາມລັບແຕ່ແມ່ຍິງກໍ່ເດັດຂາດບໍ່ຍອມຈໍານົນ, ບໍ່ຍອມໄຂຄວາມລັບ, ດ້ວຍນໍ້າໃຈຕໍ່ສູ້ພິລະອາດຫານ, ດ້ວຍຄວາມທໍລະຫົດອົດທົນ ແລະ ຄວາມອົງອາດກ້າຫານ. ແມ່ຍິງລາວບັນ ດາເຜົ່າ ຈຶ່ງໄດ້ຮັບນາມມະຍົດເປັນວິລະຊົນແຫ່ງຊາດ 23 ສະຫາຍ ແລະ ຍັງມີແມ່ຍິງຈໍານວນຫລາຍໄດ້ຖືກຄັດເລືອກເປັນແບບຢ່າງທີ່ດີເດັ່ນ ໃນການປະກອບສ່ວນເຂົ້າໃນຫລາຍຂົງເຂດວຽກງານ ເຊິ່ງໄດ້ຮັບການຍ້ອງຍໍຈາກພັກ ແລະ ລັດຖະບານຢ່າງສົມກຽດ, ມີຫລາຍສະຫາຍໄດ້ຮັບຫລຽນໄຊ, ຫລຽນກາ ແລະ ໃບຍ້ອງຍໍ. ຄຽງຄູ່ກັນນັ້ນ ບັນດາກົມກອງກໍ່ໄດ້ຮັບນາມມະຍົດເປັນກົມກອງວິລະຊົນ ເຊັ່ນ: ກອງຮ້ອຍທະຫານເພດຍິງ 769, ໂຮງງານຕໍ່າແຜ່ນ 12 ຕຸລາ, ໂຮງຮຽນມັດ ທະຍົມເມືອງແປກ ແຂວງຊຽງຂວາງ. ການອຸທິດອັນໃຫຍ່ຫລວງຂອງແມ່ຍິງລາວບັນດາເຜົ່າ ເຊິ່ລວມທັງບັນດາສະຫາຍທີ່ເປັນວິລະຊົນແຫ່ງຊາດ ແລະ ນັກຮົບແຂ່ງຂັນທີ່ເປັນເພດຍິງນັ້ນ ໄດ້ເຮັດໃຫ້ກໍາລັງປະຕິວັດນັບມື້ນັບເຕີບໃຫຍ່ເຂັ້ມແຂງທັງເປັນການປະກອບສ່ວນເຂົ້າໃນການລຸກຮືຂຶ້ນຢຶດອໍານາດໃນທົ່ວປະເທດ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
KPL

ຂ່າວອື່ນໆ

ads
ads

Top