ວັດຖ້ຳສັກກະລິນ ສະຖານທີ່ທ່ອງທ່ຽວ ທາງວັດທະນະທຳທີ່ກຳລັງໄດ້ຮັບຄວາມນິຍົມ

24/07/2025 14:30
Email Print 295
ຂປລ *ວັດຖ້ຳສັກກະລິນ ເມືອງຈອມເພັດ ແຂວງຫລວງພະບາງ ສ້າງຂຶ້ນໃນປີ ຄສ 1902

   

      *ວັດຖ້ຳສັກກະລິນ ເມືອງຈອມເພັດ ແຂວງຫລວງພະບາງ ສ້າງຂຶ້ນໃນປີ ຄສ 1902 ໃນລາດຊະການຂອງເຈົ້າຄຳສຸກ ເປັນພໍ່ເຈົ້າສີສະຫວ່າງວົງ, ວັດດັ່ງກ່າວຕັ້ງຢູ່ເມືອງຈອມເພັດ ລຽບແຄມຝັ່ງແມ່ນ້ຳຂອງກົງກັບຂ້າມກັບເມືອງຫລວງພະບາງ, ວັດແຫ່ງນີ້ຫ່າງຈາກຕົວເມືອງຫລວງພະບາງ ປະມານ 2,5 ກິໂລແມັດ ເຊິ່ງການເດີນທາງໄປວັດນັ້ນກ່ອນອື່ນໝົດຕ້ອງຂ້າມນ້ຳຂອງໄປອີກຝາກໜຶ່ງ ດ້ວຍທາງເຮືອຫາງຍາວ ຫລື ຂ້າມດ້ວຍບັກກໍໄດ້ ໂດຍຈະໃຊ້ເວລາການຂ້າມ ປະມານ 5 ນາທີ. ເມື່ອຮອດທ່າບັກອີກຝາແລ້ວນັກທ່ອງທ່ຽວສືບຕໍ່ເດີນທາງຕໍ່ອີກ ປະມານ 2 ດ້ວຍການເຊົ່າລົດຖີບ ຫລື ລົດຈັກກໍໄດ້ ເຊິ່ງຈະມີໄວ້ຄອຍບໍລິການນັກທ່ອງທ່ຽວຢູ່ທ່າເຮືອນັ້ນ, ແຕ່ລົດດັ່ງກ່າວບໍ່ສາມາດເຂົ້າໄປຮອດຖ້ຳໄດ້ຈະຕ້ອງໄປຝາກລົດໄວ້ຢູ່ວັດລ້ອງຄູນ ເພາະມັນເປັນທາງຍ່າງເທົ່ານັ້ນ ເຊິ່ງເສັ້ນທາງໄປນັ້ນກໍສະດວກສະບາຍເປັນເສັ້ນທາງເບຕົງໄປຮອດວັດ, ສອງຝາກທາງນັ້ນຮົ່ມເຢັນດ້ວຍຕົ້ນໄມ້ນາໆຊະນິດເຮັດໃຫ້ສຳຜັດໄດ້ເທິງອາກາດອັນບໍລິສຸດ, ຫລັງຈາກນັ້ນກໍສືບຕໍ່ຍ່າງຂຶ້ນຂັ້ນໄດ້ຫລາຍຂັ້ນເຕີບກໍຈະຮອດວັດຖ້ຳສັກກະລິນ ເຊິ່ງວັດດ່ັງກ່າວແມ່ນຕັ້ງຢູ່ເທິງພູ.
      ຕາມການບອກເລົ່າຂອງຜູ້ອາວູໂສພາຍໃນບ້ານຊຽງແມນ ໄດ້ເລົ່າວ່າ: ແຕ່ກ່ອນວັດດັ່ງກ່າວມີອາລາມທີ່ເກົ່າແກ່ ແລະ ສວຍງາມລຽບຕາມລຳນ້ຳຂອງ ຈຳນວນ 3 ຫລັງ, ແຕ່ມາຮອດປັດຈຸບັນເນື່ອງຈາກອາລາມດັ່ງກ່າວມີການຊຸດໂຊມຕາມການເວລາຫລາຍສົມຄວນ, ດັ່ງນັ້ນ ເຖ້ົາແກ່ແນວໂຮມພ້ອມດ້ວຍການຈັດຕັ້ງບ້ານໄດ້ມາປະຕິສັງຂອນຄືນໃໝ່ ຈຳນວນ 2 ຫລັງ ແລະ ອີກຫລັງໜຶ່ງແມ່ນກໍ່ສ້າງ ແລະ  ຕົບແຕ່ງໃໝ່ແຕ່ກໍຍັງຮັກສາໄດ້ໃນຄວາມງົດງາມທີ່ເປັນເອກະລັກສະເພາະຂອງຊາວຫລວງພະບາງ ໄວ້. ສຳລັບດ້ານເທິງຂອງວັດຈະມີຖ້ຳທຳມະຊາດທີ່ມີຄວາມສວຍງາມຫລາຍຊ່ືວ່າ: ຖ້ຳສັກກະລິນ, ສ່ວນທາງຂຶ້ນໄປຫາຖ້ຳນັ້ນມີຂັ້ນໄດທັງໝົດປະມານ 87 ຂັ້ນ, ພາຍໃນຖ້ຳດັ່ງກ່າວແມ່ນມີ 3 ຊື່ຄື: 1 ຖ້ຳນົກອິນຊີ, 2 ຖ້ຳທ່ຽງ ແລະ 3 ແມ່ນຖ້ຳສັກກະລິນ. ທີ່ປະຊົນເອີ້ນກັນວ່າຖ້ຳນົກອິນຊີກໍ່ຍ້ອນວ່າທາງດ້ານໃນຂອງຖ້ຳເລິກເຂົ້າໄປທາງເບື້ອງຂວາມື ປະມານ 20 ແມັດ ໄດ້ມີຫີນທຳມະຊາດກ້ອນໜຶ່ງທີ່ສວຍງາມມີຮູບຊົງຄ້າຍຄືນົກອິນຊີ, ຕໍ່ມາປະຊາຊົນບ້ານຊຽງແມນປ່ຽນຊື່ຖ້ຳດັ່ງກ່າວ ນັ້ນມາເປັນຖ້ຳທ່ຽງກໍຍ້ອນວ່າຢູ່ກ້ອງກ້ອນຫີນຮູບຊົງຄ້າຍນົກອິນຊີນັ້ນ ມີອ່າງນ້ຳທຳມະຊາດ 1 ອ່າງທີນ້ຳຕົກມາຈາກເພດານດ້ານເທິງຂອງຖ້ຳຍ້ອຍລົງໃສ່ອ່າງຈົນກາຍເປັນບໍ່ນ້ຳ ແລະ ບຸນປີໃໝ່ຂອງທຸກໆປີປະຊາຊົນພາຍໃນທ້ອງ ຖິ່ນຈະພາກັນໄປຕັກນໍ້ານັ້ນເພື່ອນຳໄປຫົດສົງພະພຸດທະຮູບ ແລະ ນຳ ມາລ້າງສ່ວຍສິ່ງບໍ່ດີໃຫ້ໝົດໄປ. ຕໍ່ມາຫລັງຈາກທີ່ເຈົ້າຄຳສັກ ສັກກະລິນ ໄດ້ເສຍຊີວິດຍາດພີ່ນ້ອງ ແລະ ປະຊາຊົນທ້ອງຖິ່ນໄດ້ນຳເອົາກະດູກຂອງເພິ່ນໄວ້ໃນທາດທາງດ້ານໃນຂອງຖ້ຳທັດຈາກແທ່ນພະໄປທາງຊ້າຍມື. ຫລັງຈາກນັ້ນ ກໍປ່ຽນຊື່ເອີ້ນກັນວ່າ: ວັດຖ້ຳສັກກະລິນ ຈົນເຖິງທຸກມື້ນີ້.ຍິ່ງໄປກວ່ານັ້ນທາງດ້ານໃນຂອງຖ້ຳ ມີເພດານຫີນ ທີ່ມີລວດລາຍສວຍງາມ, ມີພະທີ່ເກົ່າແກ່ຫລາຍອົງ, ມີແທ່ນພະລືສີ ເຊິ່ງເມື່ອກ່ອນໄດ້ມີພະລືສີ 2 ອົງໄດ້ມາຈຳສິນຢູ່ວັດແຫ່ງນີ້ ແລະ ໃຊ້ພະລານຫີນນັ້ນເປັນບ່ອນນັ່ງຈຳສິນເລີຍເອີ້ນກັນວ່າ: ແທ່ນພະລືສີ, ຢູ່ດ້ານລຸ່ມຂອງແທ່ນພະລືສີນັ້ນມີຫີນທຳມະຊາດທີ່ມີລັກສະນະຄ້າຍຄືໂຕເຕົ່າ, ໂຕແລນ ແລະ ຄ້ອນຕະບອງເພັດ, ປະຊາຊົນພາຍໃນທ້ອງຖິ່ນໃຊ້ເປັນບ່ອນທຳພິທີກຳ ໂດຍສະເພາະບຸນປີໃໝ່ລາວ.
    ເອົາເປັນວ່າ, ນັກທ່ອງທ່ຽທ່ານ ໃດໄດ້ມີໂອກາດໄປທ່ຽວຫລວງພະບາງ ກໍຫາໂອກາດໄປແວ່ຫລິ້ນວັດຖ້ຳສັກກະລິນ ເຊິ່ງເປັນອີກສະຖານທີ່ທ່ອງທ່ຽວທາງວັດທະນະທຳອີກແຫ່ງໜຶ່ງຂອງແຂວງພະບາງພະບາງ, ທີ່ສຳຄັນທ່ານຈະໄດ້ສຳຜັດກັບທຳມະຊາດອາກາດອັນບໍລິສຸດສົດຊື່ນເພາະບໍລິເວນອ້ອມຮອບສະຖານທີ່ດັ່ງກ່າວເຕັມໄປດ້ວຍຕົ້ນໄມ້ທີ່ຂຽວສົດງົດງາມ.

      ໂດຍ: ແສງສະຫວັນ

KPL

ຂ່າວອື່ນໆ

ads
ads

Top