ຮ້ານລາບປ້າຄຳຕັນ ຄອງໃຈລູກຄ້າມາຍາວນານ

24/07/2025 14:56
Email Print 325
ຂປລ *ພວກເຮົາເຄີຍໄດ້ຍິນຄຸ້ນຫູກັນມາວ່າ “ຢູ່ບ່ອນໃດມີສຽງແຄນ, ຜູ້ໃດຢູ່ເຮືອນຮ້ານ, ກິນເຂົ້າໜຽວ, ນັ້ນແມ່ນຄົນລາວ”

       *ພວກເຮົາເຄີຍໄດ້ຍິນຄຸ້ນຫູກັນມາວ່າ “ຢູ່ບ່ອນໃດມີສຽງແຄນ, ຜູ້ໃດຢູ່ເຮືອນຮ້ານ, ກິນເຂົ້າໜຽວ, ນັ້ນແມ່ນຄົນລາວ”, ເຂົ້າໜຽວ ກັບ ລາບ ໄດ້ກາຍເປັນສ່ວນໜຶ່ງທີ່ສໍາຄັນໃນຊີວິດປະຈໍາວັນຂອງປະຊາຊົນລາວບັນດາເຜົ່າ ເຊິ່ງບັນພະບູລຸດເຮົາໄດ້ມອບໃຫ້ເປັນມໍລະດົກ ແລະ ສືບທອດກັນມາຍາວນານຕິດພັນກັບຮີດ 12 ຄອງ 14 ຮີດຍີ່ຄອງຈຽງ, ຖ້າຢ້ອນເວລາຄືນຫລັງການປະພຶດປະຕິບັດບຸນປະເພນີ, ງານແຕ່ງດອງ ແລະ ງານຕ່າງໆບໍ່ເຄີຍປະຖິ້ມ ແລະ ມັກຈະພົບເຫັນອາຫານຍອດນິຍົມເອີ້ນວ່າ “ ເຂົ້າໜຽວກັບລາບຊີ້ນ” ຢູ່ເທີງໂຕະ, ຢູ່ໃນພາເຂົ້າ ແລະ ການສັງສັນທີ່ເຕັມໄປດ້ວຍມິດຕະພາບໄມຕີຈິດ ແລະ ຄວາມອົບອຸ່ນແບບເອກະລັກຂອງລາວເຮົາ. ຫລາຍຊຸມປີຜ່ານມາ, ລາບ ບໍ່ວ່າຈະເປັນລາບປາ, ລາບຊີ້ນງົວ, ລາບເປັດ, ລາບໄກ່ງວງ, ລາບກຸ້ງ ແລະ ລາບອື່ນໆ ບໍ່ແມ່ນໄດ້ຮັບຄວາມນິຍົມພຽງມື້ນີ້ມື້ວານແຕ່ຫາກໄດ້ຮັບຄວາມນິຍົມແຕ່ບູຮານນະການ ແລະ ສືບຕໍ່ເພີ່ມຂຶ້ນຢ່າງກວ້າງຂວາງຈາກແຂກພາຍໃນ ແລະ ຕ່າງປະເທດໃນພາກພື້ນອາຊຽນ-ສາກົນ. ໂດຍທົ່ວໄປລາບມັກຈະບັນຈຸເຂົ້າໃນ ລາຍການອາຫານທີ່ແຊບຊ້ອຍ ແລະ ເປັນໃບໜ້າໃບຕາຂອງຊາດລາວໃນການກະກຽມພາເຂົ້າສາ ມັກຄີຕ້ອນຮັບກອງປະຊຸມລະດັບຊາດ, ກອງປະຊຸມສາກົນ ແລະ ງານເຊື່ອມສໍາພັນມິດຕະພາບນັ້ນເອງ.  ຍ້ອນແນວນັ້ນ, ບັນດາທຸລະກິດຮ້ານອາຫານຈຶ່ງຄ່ອຍໆເຕີບໃຫຍ່ຂະຫຍາຍຕົວໄປຕາມຈັງຫວະເສດຖະກິດ ແລະ ຄວາມຕ້ອງການຂອງສັງຄົມ ເຊິ່ງແຕ່ລະຮ້ານກໍມີສູດເດັດໆສູດແຊບໆເປັນເອກະລັກຂອງໃຜລາວ ເພື່ອປັບໃຫ້ເຂົ້າກັບຍຸກສະໄໝໃໝ່ ແລະ ຄວາມຕ້ອງການຂອງລູກຄ້າໃນສັງຄົມ. ດັ່ງຮ້ານລາບປ້າຄຳຕັນ Pa Kham Tanh Restaurant  ຂຶ້ນຊື່ເລື່ອງຮ້ານອາຫານພື້ນເມືອງທີ່ເປັນເອກະລັກລາວແທ້ໆທີ່ມີຊື່ສຽງໂດ່ງດັງ ແລະ ໄດ້ຮັບຄວາມນິຍົມເປັນອັນດັບຕົ້ນໆໃນລາວກໍວ່າໄດ້ ເຊິ່ງລາຍການອາຫານຈະເນັ້ນພວກກ້ອຍ-ລາບ, ແກງ, ປີ້ງ, ຕໍາປະເພດຕ່າງໆ ລວມເຖິງມີນໍ້າຫວານແຊບໆ ໄວ້ບໍລິການໃນແຕ່ລະມື້ ເພື່ອໃຫ້ລູກຄ້າໄດ້ມາກິນອາຫານພື້ນບ້ານລາວ ແລ້ວມີຮອຍຍິ້ມເພິ່ງພໍໃຈ, ມີຄວາມອົບອຸ່ນດີ, ລາຄາບໍ່ແພງເຂົ້າເຖິງໄດ້ທຸກຊັ້ນຄົນ, ວັດຖຸດິບສົດໃໝ່ເນັ້ນຄຸນນະພາບມາກ່ອນ, ສະອາດປອດໄພ ແລະ ການບໍລິການໃນຮ້ານ-ສົ່ງນອກຮ້ານຕ້ອງດີ”.

       ທ້າວ ວັນນະສິນ ແພງສີ  ຮຽນຈົບປະລິນຍາໂທ ສາຂາການພັດທະນາທຸລະກິດຈາກປະເທດຮົງກາລີ ໄດ້ເວົ້າສູ່ຟັງວ່າ: ຮ້ານລາບ ປ້າຄໍາຕັນ ແມ່ນທຸລະກິດທີ່ສືບທອດມາແຕ່ລຸ້ນພໍ່ຕູ້, ແມ່ຕູ້ ຕໍ່ມາຜູ້ເປັນແມ່ນາງ ນິພາພອນ ສໍອິນໄຊ ໄດ້ສືບຮອດມາຈົນຮອດປັດຈຸບັນ ກໍໄດ້ 45 ປີແລ້ວ ທີ່ລູກຄ້າໃຫ້ຄວາມເຊື່ອໝັ້ນເຂົ້າມາໃຊ້ບໍລິການອາຫານຂອງທາງຮ້ານເຮົາ ໂດຍລາຍການອາຫານທີ່ຂຶ້ນຊື່ຂອງຮ້ານແມ່ນລາບງົວ, ແກງເພ້ຍ, ຕໍາປະເພດຕ່າງໆ, ອົບ,ປີ້ງ ແລະ ຕົ້ມເຄື່ອງໃນ, ເຂົ້າໜຽວ, ເຂົ້າຈ້າວ.ນອກນີ້,ໃນແຕ່ລະມື້ຍັງມີນໍ້າຫວານແຊບໆໄວ້ບໍລິການລູກຄ້າແບບບໍ່ເສຍເງິນ. ສໍາລັບຈຸດດຶງດູດລູກຄ້າຂອງຮ້ານເຮົາແມ່ນການເອົາໃຈໃສ່ໃນເລື່ອງວັດຖຸດິບທີ່ສົດໃໝ່ໃນແຕ່ມື້, ການບໍລິການທີ່ດີ, ການຮັກສາຄວາມສະອາດ ແລະ ຮັກສາມາດຕະຖານຂອງອາຫານໃນແຕ່ລະມື້ ໂດຍການນໍາໃຊ້ເຄື່ອງວັດແທກຄ່າວັດຖຸດິບຕ່າງໆ ບໍ່ວ່າຈະເປັນນໍ້າເພ້ຍ, ບີ ແລະ ປາແດກ ເພື່ອໃຫ້ໄດ້ສູດທີ່ລົງໂຕຮັກສາລົດຊາດໄວ້ຄືເກົ່າຈົນສ້າງຄວາມປະທັບໃຈໃຫ້ລູກຄ້າໄດ້ ແລະ ທີ່ສຳຄັນທາງຮ້ານຂອງເພິ່ນມີສູດລ້າງເຄື່ອງໃນບໍ່ໃຫ້ມີກິນຄາວທີ່ສືບທອດແມ່ແຕ່ລຸ້ນພໍ່ຕູ້ ແມ່ຕູ້ ປູ່ຍ່າ. ນອກຈາກນີ້, ຮ້ານພວກເຮົາກໍຍັງຮັບຟັງຄໍາແນະນໍາຂອງລູກຄ້າແລ້ວກໍນໍາມາປັບປຸງຢູ່ຕະຫລອດເວລາ ເພື່ອໃຫ້ລູກຄ້າເພິ່ງພໍໃຈແລ້ວກັບມາໃຊ້ບໍລິການອີກ.
ທ້າວ ວັນນະສິນ ເວົ້າຕື່ມວ່າ:  ສໍາລັບຕົນເອງທີ່ຮຽນຈົບມາຕົນ ເອງກໍໄດ້ນໍາເອົາຄວາມຮູ້ມາຊ່ວຍບໍລິຫານຮ້ານນໍາຜູ້ເປັນແມ່ ໃນດ້ານຕ່າງໆໂດຍສະເພາະແມ່ນການໂຄສະນາຜ່ານສື່ອອນລາຍ ເປັນຕົ້ນ: ການສ້າງເຟສຮ້ານ, ສ້າງໂກໂກແມັບ ເພື່ອໂຄສະນາຮ້ານເຮົາໃຫ້ຄົນຮູ້ຈັກຫລາຍຂຶ້ນກວ່າເກົ່າ ເຊິ່ງຫລັງທີ່ມີການໂຄສະນາຜ່ານສື່ອອນລາຍ ເຫັນວ່າໄດ້ຜົນຕອບຮັບດີຫລາຍລູກຄ້າເພີ່ມຂຶ້ນຢ່າງຫລວງຫລາຍ, ບາງມື້ໂຕະເຕັມຈົນບໍ່ມີບ່ອນນັ່ງ ເຊິ່ງຈຸດນີ້ໄດ້ສ້າງຄວາມດີໃຈຫລາຍທີ່ລູກຄ້າໃຫ້ຄວາມເຊື່ອໝັ້ນມາໂດຍຕະຫລອດ ແລະ ນັບມື້ເພີ່ມຂຶ້ນທັງລູກຄ້າພາຍ ໃນ ແລະ ຕ່າງປະເທດເຊັ່ນ: ໄທ, ຫວຽດນາມ,ຈີນ, ຍີ່ປຸ່ນ.
      ເອົາເປັນວ່າ, ສໍາລັບທ່ານໃດຢາກກິນລາບແຊບໆສະອາດ ແລະ ສົດໃໝ່ໃນແຕ່ລະມື້ ກໍໃຫ້ຄິດເຫັນຮ້ານລາບປ້າຄໍາຕັນ ຕັ້ງຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ (ຕິດກັບໂຮງຮຽນອະນຸບານນິລະດາ) ເປີດແຕ່ວັນຈັນຫາວັນສຸກ. ສໍາລັບຂໍ້ມູນເພີ່ມເຕີມ ຫລື ຈອງໂຕະ ສາມາດຕິດຕໍ່ໄດ້ທີ່ເບີ 020 2223 33018. 
        ໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top