ບໍ່ຄວນເບິ່ງຂ້າມ! ອາການເຈັບທ້ອງທີ່ບົ່ງບອກເຖິງພະຍາດ

30/07/2025 13:57
Email Print 178
ຂປລ *ປັດຈຸບັນປັດໄຈສ່ຽງຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາແມ່ນມີຫລາຍແນວບໍ່ວ່າຈະເປັນສະພາບອາດກາດທີ່ປ່ຽນແປງ

     *ປັດຈຸບັນປັດໄຈສ່ຽງຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາ ແມ່ນມີຫລາຍແນວບໍ່ວ່າຈະເປັນສະພາບອາດກາດທີ່ປ່ຽນແປງ, ການພັກຜ່ອນບໍ່ພຽງພໍ, ເລື່ອງອາຫານການກິນ ແລະ ອື່ນໆອີກຫລາຍຢ່າງ….ເຊິ່ງສົ່ງຜົນກະທົບຕໍ່ຮ່າງກາຍທັງພາຍໃນ ແລະ ພາຍນອກ ເຮັດໃຫ້ເຮົາເກີດອາການເຈັບ, ໄຂ້ ໄດ້ງ່າຍເປັນຕົ້ນແມ່ນອາການເຈັບທ້ອງທີ່ສາມາດເກີດຂຶ້ນໄດ້ກັບທຸກຄົນບໍ່ວ່າຈະເປັນຜູ້ຍິງ ຫລື ຜູ້ຊາຍ, ທັງຜູ້ໃຫຍ່ ແລະ ເດັກນ້ອຍນັ້ນເອງ.
     ອາການເຈັບທ້ອງສາມາດບອກພະຍາດໄດ້ດັ່ງນີ້: ເຈັບບໍລິເວນຂ້າງເບື້ອງຂວາເປັນຕຳແໜ່ງຂອງຕັບ, ຖົງນໍ້າດີ ແລະ ມ້າມ, ເຈັບບໍລິເວນກາງຕົວເປັນຕຳແໜ່ງຂອງກະເພາະອາຫານ, ຕັບ ແລະ ກະດູກລິ້ນປີ່, ເຈັບບໍລິເວນບັ້ນແອວເບື້ອງຂວາ ຫລື ຊ້າຍ ເປັນຕຳແໜ່ງຂອງທໍ່ໝາກໄຂ່ຫລັງ, ໝາກໄຂ່ຫລັງ ແລະ ລຳໄສ້ໃຫຍ່, ເຈັບບໍລິເວນອ້ອມສະບື ກົງກັບຕຳແໜ່ງລຳໄສ້ນ້ອຍເວລາເນັ່ນແລ້ວຮູ້ສຶກເຈັບອາດເປັນໄສ້ຕິ່ງ, ເຈັບບໍລິເວນທ້ອງນ້ອຍເບື້ອງເຂວາເປັນຕຳແໜ່ງໄສ້ຕິ່ງ, ທໍ່ໄຂ່ຫລັງ ແລະ ປີກມົດລູກ, ເຈັບບໍລິເວນທ້ອງນ້ອຍບ່ອນເຄິ່ງກາງເປັນຕຳແໜ່ງຂອງທໍ່ຍ່ຽວ ແລະ ມົດລູກ, ເຈັບບໍລິເວນທ້ອງນ້ອຍເບຶ້ອງຊ້າຍເປັນຕຳແໜ່ງຂອງປີກມົດລູກ ແລະ ທໍ່ໄຂ່ຫລັງ.
     ອີກຢ່າງໜຶ່ງສຳລັບອາການເຈັບທ້ອງທີ່ຕ້ອງໄປພົບແພດທັນທີ ເຊິ່ງອາການແມ່ນເຈັບມາຫລາຍກວ່າ 6 ຊົ່ວໂມງ ແຕ່ຍັງບໍ່ເຊົາ ຫລື ບໍ່ມີທ່າທີວ່າຈະເຊົາເປັນຕົ້ນແມ່ນເຈັບທ້ອງທີ່ບໍລິເວນທ້ອງນ້ອຍເບື້ອງຂວາ, ເຈັບທ້ອງຮຸນແຮງຈົນນອນບໍ່ຫລັບ, ເຈັບທ້ອງ ແລະ ມີເລືອດອອກບໍລິເວນຊ່ອງຄອດ, ເຈັບທ້ອງ ແລະ ມີອາການຫັນໃຈຝືດເໝື່ອຍ, ເຈັບທ້ອງບວກກັບມີອາການວິນຫົວ, ປວດຮາກ, ໜ້າມືດເປັນລົມ, ເຈັບທ້ອງຈົນຮູ້ສຶກປວດໄປຮອດສັນຫລັງເຫລົ່ານີ້ເປັນຕົ້ນ. ອາການເຈັບທ້ອງບໍ່ແມ່ນເລື່ອງນ້ອຍໆເຖິງແມ່ນວ່າຈະເຈັບໜ້ອຍ ຫລື ຫລາຍກໍບໍ່ຄວນລະເລີຍຕ້ອງຮູ້ຈັກໝັ່ນສັງເກດຮ່າງກາຍຂອງຕົວເອງ ສະເໝີຫາກເກີດອາການຜິດປົກກະຕິກໍຄວນພົບແພດທັນທີ.

KPL

ຂ່າວອື່ນໆ

ads
ads

Top