ຂປລ
ຂປລ. ເມື່ອບໍ່ດົນມານີ້, ອົງການດັັດສົມໂທລະຄົມມະນາຄົມ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ສປປ ລາວ ແລະ ອົງການດັດສົມໂທລະຄົມມະນາຄົມ ສສ ຫວຽດນາມ (VNTA) ຈັດກອງປະຊຸມວິຊາການກ່ຽວກັບດ້ານນະໂຍບາຍ, ລະບຽບການ ແລະ ການພັດທະນາ ເຕັກໂນໂລຊີໂທ ລະຄົມມະນາຄົມ ປະຈຳປີ 2025

ຂປລ. ເມື່ອບໍ່ດົນມານີ້, ອົງການດັັດສົມໂທລະຄົມມະນາຄົມ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ສປປ ລາວ ແລະ ອົງການດັດສົມໂທລະຄົມມະນາຄົມ ສສ ຫວຽດນາມ (VNTA) ຈັດກອງປະຊຸມວິຊາການກ່ຽວກັບດ້ານນະໂຍບາຍ, ລະບຽບການ ແລະ ການພັດທະນາ ເຕັກໂນໂລຊີໂທ ລະຄົມມະນາຄົມ ປະຈຳປີ 2025 ຜ່ານລະບົບທາງໄກ ໂດຍມີ ທ່ານ ສຸດໃຈ ລໍລອນສີ ຫົວໜ້າອົງການດັດສົມໂທລະຄົມມະນາຄົມ ສປປ ລາວ ແລະ ທ່ານ ຫງ໋ຽນ ຟອງ ຍ່າ ຮອງຫົວໜ້າອົງການດັດສົມໂທລະຄົມມະນາຄົມ ສສ ຫວຽດນາມ, ມີບັນດາຫົວໜ້າພະແນກທີ່ກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ທັງສອງຝ່າຍ ໄດ້ປຶກສາຫາລືກັນໃນຫົວຂໍ້ສຳຄັນ ແລະ ບາງບັນຫາພົ້ນເດັ່ນໃນປັດຈຸບັນ ເປັນຕົ້ນ ການຫັນເປັນກຸ້ມຕົນເອງ ຂອງອົງການດັດສົມໂທລະຄົມ ສສ ຫວຽດນາມ, ວຽກງານປ້ອງກັນ ແລະ ແກ້ໄຂບັນຫາ ການຕົວຍົວະຫລອກລວງທາງອອນລາຍ, ການແຈ້ງເຕືອນເຫດສຸກເສີນ ຜ່ານລະບົບໂທລະຄົມມະນາຄົມ. ພ້ອມນີ້, ສອງຝ່າຍ ຍັງໄດ້ລາຍງານສະພາບການຄຸ້ມຄອງ ໂທລະຄົມມະນາຄົມ ຕໍ່ກອງປະຊຸມຊາບ ເປັນຕົ້ນ ການຂະຫຍາຍຕານ່າງໂທລະຄົມມະນາຄົມ, ການຂະຫຍາຍສູນຂໍ້ມູນ, ການຂະຫາຍພື້ນຖານ ໂຄງລ່າງ ໂດຍສະເພາະສາຍສົ່ງໂທລະຄົມ ເຊິ່ງທັງສອງຝ່າຍ ເຫັນດີຈະໄດ້ສືບຕໍ່ປະສານງານ ແລະ ຈັດກອງປະຊຸມຂັ້ນວິຊາການ ໃນຂັ້ນຕໍ່ໄປເພື່ອສຶກສາ, ຖອດຖອນບົດຮຽນ ແລະ ນຳໃຊ້ເປັນຂໍ້ມູນ ບ່ອນອີງໃນການສ້າງ, ປັບປຸງ ແລະ ການຄຸ້ມຄອງວຽກງານດັ່ງກ່າວ ໃນອະນາຄົດ.
ຂໍ້ມູນ-ພາບ: ອົງການດັັດສົມໂທລະຄົມມະນາຄົມ
KPL