ຂປລ
ນະຄອນ ຊຽງໄຮ້ ຂອງ ສປ ຈີນ ເລັ່ງຍົກຍ້າຍ ປະຊາຊົນ ຫລາຍກວ່າ 280.000ຄົນ ເພື່ອເປັນມາດຕະການ ປ້ອງ ກັນ ອັນຕະລາຍ ລ່ວງໜ້າ ຈາກເຫດພາຍຸໝູນ ເຂດຮ້ອນ(tropical cyclone) ພວມເຄື່ອນຕົວ ເຂົ້າສູ່ພື້ນທີ່ ທາງຕາເວັນ ອອກຂອງ ສປ ຈີນ
ຂປລ.ສະຖານີ ໂທລະພາບ ຊີຊີທີວີ ຂອງທາງການຈີນ,ວັນທີ30 ກໍລະກົດນີ້, ນະຄອນ ຊຽງໄຮ້ ຂອງ ສປ ຈີນ ເລັ່ງຍົກຍ້າຍ ປະຊາຊົນ ຫລາຍກວ່າ 280.000ຄົນ ເພື່ອເປັນມາດຕະການ ປ້ອງ ກັນ ອັນຕະລາຍ ລ່ວງໜ້າ ຈາກເຫດພາຍຸໝູນ ເຂດຮ້ອນ(tropical cyclone) ພວມເຄື່ອນຕົວ ເຂົ້າສູ່ພື້ນທີ່ ທາງຕາເວັນອອກຂອງ ສປ ຈີນ ຊຶ່ງເປັນພາຍຸ ໂຄເມຍ(Co-may)ຂຶ້ນຝັ່ງ ເປັນພາຍຸ ເຂດຮ້ອນ ທີ່ເມືອງໂຈວຊານ ແຂວງເຈີຈຽງ ໂດຍມີຄວາມໄວລົມ ສູງສຸດ ໃກ້ຈູດສູນກາງ 23 ແມັດ ຕໍ່ວິນາທີ ຫລື 83 ກິໂລແມັດ ຕໍ່ຊົ່ວໂມງ.ນະຄອນຊຽງໄຮ້ ເປັນສູນກາງ ທາງການເງິນ ແລະເມືອງອື່ນໆ ໃນ ສາມຫລ່ຽມ ປາກແມ່ນ້ຳແຍງຊີ ໂດຍໄດ້ມີການຍົກເລີກ ຖ້ຽວບິນ ແລະ ໂຈະການບໍລິການລົດໄຟ ລວມທັງຢຸດ ການຮຽນ ການສອນ ພ້ອມທັງ ຍົກຍ້າຍ ປະຊາຊົນ ອອກຈາກ ພື້ນທີ່ ສ່ຽງໄພ ຢ່າງ ຮີບດ່ວນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL