SPOTLIGHT

ຊົມເຊີຍກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ຢ່າງສຸດໃຈ!  ຊົມເຊີຍວັນສ້າງຕັ້ງຂ່າວສານປະເທດລາວ ຄົບຮອບ 55 ປີ ຢ່າງສຸດໃຈ!  “ຂ່າວສານ ຖືກຕ້ອງ ວ່ອງໄວ ກ້າວໄກ ທັນເຫດການ”
ads
ໂທລະເລກເສົ້າສະຫລົດໃຈ

23/05/2025 18:43

ຂປລ ໃນວັນທີ 22 ພຶດສະພາ 2025 ນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດລາວ ໄດ້ສົ່ງໂທລະເລກເສົ້າສະຫລົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ຕໍ່ການເຖິງແກ່ມໍລະນະກໍາຂອງ ສະຫາຍ ເຈີນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ເມື່ອວັນທີ 20 ພຶດສະພາ 2025 ຜ່ານມາ.

ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

29/04/2025 13:49

ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

ADVERTISING


    adv

ads
ads

Top