ຂປລ
ກະຊວງ ຂ່າວສານ ມຽນມາ ໄດ້ອອກຖະແຫລງການ ວ່າ ທ່ານ ພລ ເອກ ມິນ ສ່ວຍ ອະດິດ ຮັກສາການ ປະທານາທິບໍດີ ມຽນມາ ໄດ້ເຖິງແກ່ມໍລະນະກຳ ຢູ່ໂຮງໝໍແຫ່ງໜຶ່ງ ໃນນະຄອນຫລວງ ເນປິດໍ ດ້ວຍພະຍາດຂອງຜູ້ກ່ຽວ ລວມອາຍຸໄດ້ 74 ປີ.
ຂປລ.ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກເມືອງຢ້າງກຸ້ງ ປະເທດ ມຽນມາ ເມື່ອວັນທີ 7 ສິງຫາວ່າ: ກະຊວງ ຂ່າວສານ ມຽນມາ ໄດ້ອອກຖະແຫລງການ ວ່າ ທ່ານ ພລ ເອກ ມິນ ສ່ວຍ ອະດິດ ຮັກສາການ ປະທານາທິບໍດີ ມຽນມາ ໄດ້ເຖິງແກ່ມໍລະນະກຳ ຢູ່ໂຮງໝໍແຫ່ງໜຶ່ງ ໃນນະຄອນຫລວງ ເນປິດໍ ດ້ວຍພະຍາດຂອງຜູ້ກ່ຽວ ລວມອາຍຸໄດ້ 74 ປີ. ກ່ອນໜ້ານີ້ ທ່ານ ພລ ເອກ ມິນ ສ່ວຍ ມີອາການເຈັບເປັນຕ່າງໆເຊັ່ນ: ນໍ້າໜັກຫລຸດລົງ, ເບື່ອອາຫານ, ໄຂ້ ແລະ ຄວາມຈໍາເຊື່ອມ ເປັນຕົ້ນ ຈຶ່ງຕ້ອງເຂົ້າປິ່ນປົວ ໃນໂຮງໝໍ.
ໂດຍ ລັດຖະບານ ທະຫານ ມຽນມາ ໄດ້ແຕ່ຕັ້ງ ໃຫ້ທ່ານ ພລ ເອກ ມິນ ສ່ວຍ ດຳລົງຕຳແໜ່ງ ຮັກສາການປະທານາທິບໍດີ ນັບຕັ້ງແຕ່ ເກີດລັດຖະປະຫານ ເມື່ອວັນທີ 1 ກຸມພາ 2021 . ຢ່າງໃດກໍ່ຕາມ ທ່ານ ພລ ເອກ ມິນອ່ອງຫລ່າຍ ຜູ້ບັນຊາການ ທະຫານສູງສຸດ ແລ ຜູ້ນຳລັດຖະບານ ທະຫານ ມຽນມາ ໄດ້ຮັບຕໍາແໜ່ງ ດັ່ງກ່າວ ແທນ ທ່ານ ພລ ເອກ ມິນ ສ່ວຍ ເມື່ອເດືອນ ກໍລະກົດ ຜ່ານມາ./
KPL