ສ.ອາເມລິກາ ເພີ່ມພາສີຕໍ່ສິນຄ້ານຳເຂົ້າຈາກອິນເດຍ 50%

08/08/2025 14:29
Email Print 457
ຂປລ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ໄດ້ລົງນາມ ໃນຄຳສັ່ງ ຝ່າຍບໍລິຫານ ເພື່ອເກັບພາສີ ເພີ່ມອີກ 25% ຕໍ່ສິນຄ້ານຳເຂົ້າຈາກ ອິນເດຍ ໂດຍອ້າງເຫດຜົນວ່າ ອິນເດຍ ນຳເຂົ້ານ້ຳມັນ ເຊື້ອໄຟຈາກຣັດເຊຍ ໂດຍກົງ ຫລື ທາງອ້ອມ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ໄດ້ລົງນາມ ໃນຄຳສັ່ງ ຝ່າຍບໍລິຫານ ເພື່ອເກັບພາສີ ເພີ່ມອີກ 25% ຕໍ່ສິນຄ້ານຳເຂົ້າຈາກ ອິນເດຍ ໂດຍອ້າງເຫດຜົນວ່າ ອິນເດຍ ນຳເຂົ້ານ້ຳມັນ ເຊື້ອໄຟຈາກຣັດເຊຍ ໂດຍກົງ ຫລື ທາງອ້ອມ. ຂະນະທີ່ ທ່ານ ໂດນັນ ທຣຳ, ລົງນາມ ໃນທ້າຍເດືອນກໍລະກົດແລ້ວ, ສ.ອາເມລິກາ ຈະເກັບພາສີ 25% ຕໍ່ສິນຄ້ານຳເຂົ້າຈາກອິນເດຍ ເລີ່ມແຕ່ວັນທີ 7 ສິງຫານີ້ ເປັນຕົ້ນໄປ. ດັ່ງນັ້ນ, ເມື່ອບວກກັບ ພາສີເພີ່ມ ທີ່ປະກາດໃນວັນທີ 6 ສິງຫານີ້,  ສິນຄ້າອິນເດຍທີ່ສົ່ງອອກໄປຂາຍຢູ່ ສ.ອາເມລິກາ ທັງໝົດ ຈະຕ້ອງຖືກເກັບພາສີ 50%. ມາດຕະການພາສີໃໝ່ ຈະເລີ່ມປະຕິບັດ ພາຍຫລັງຄຳສັ່ງ ຝ່າຍບໍລິຫານຖືກປະກາດ 21 ວັນ. ກະຊວງການຕ່າງປະເທດອິນເດຍ ໄດ້ອອກຖະແຫລງການ ໂດຍຢ້ຳຄືນວ່າ: ການກະທຳຕ່າງໆ ຂອງ ສ.ອາເມລິກາເຊັ່ນ ການເພີ່ມພາສີ ຕໍ່ສິນຄ້ານຳເຂົ້າ ຈາກອິນເດຍ ເປັນຕົ້ນ ແມ່ນບໍ່ຍຸດຕິທຳ, ບໍ່ເປັນທຳ ແລະ ບໍ່ສົມເຫດສົມຜົນ, ອິນເດຍ ຈະນຳໃຊ້ທຸກການເຄື່ອນໄຫວ ທີ່ຈຳເປັນ ເພື່ອປົກປ້ອງຜົນປະໂຫຍດ ຂອງປະເທດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top