ຂປລ
ເມື່ອປີ 2024 ປະຊາກອນ ໃນຍີ່ປຸ່ນ ຫລຸດລົງສູງສຸດ ເປັນປະຫວັດສາດ ຈຳນວນ 908.574 ຄົນ ຫລື ກວມເອົາ 0,75% ເຫລືອ 120,65 ລ້ານຄົນ, ຫລຸດລົງ ເປັນປີທີ 16 ຕິດຕໍ່ກັນ ຊ
ຂປລ.ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ເມື່ອວັນທີ 7 ສິງຫາວ່າ: ເມື່ອປີ 2024 ປະຊາກອນ ໃນຍີ່ປຸ່ນ ຫລຸດລົງສູງສຸດ ເປັນປະຫວັດສາດ ຈຳນວນ 908.574 ຄົນ ຫລື ກວມເອົາ 0,75% ເຫລືອ 120,65 ລ້ານຄົນ, ຫລຸດລົງ ເປັນປີທີ 16 ຕິດຕໍ່ກັນ ຊື່ງເປັນ ຕົວເລກ ຫລາຍທີ່ສຸດ ນັບຕັ້ງແຕ່ ເລີ່ມສຳຫລວດປີ 1968 ຜ່ານມາ. ໃນຂະນະທີ່ ລັດຖະບານ ໄດ້ພະຍາຍາມ ແກ້ໄຂບັນຫາ ອັດຕາ ການເກີດຫລຸດຕໍ່າລົງ ຢ່າງຕໍ່ເນື່ອງ.
ຢ່າງໃດກໍ່ຕາມ ຈຳນວນ ຊາວຕ່າງປະເທດ ທີ່ອາໄສ ຢູ່ໃນ ຍີ່ປຸ່ນ ມີຈຳນວນສູງສຸດ ນັບຕັ້ງແຕ່ ເລີ່ມມີການບັນທຶກ ຂໍ້ມູນ ເມື່ອປີ 2013. ໃນນັ້ນ ສະຖິຕິປີ 2025 ລວມມີ 3,67 ລ້ານຄົນ ຫລື ເກືອບ 3% ຂອງ ປະຊາກອນທັງໝົດ ຊຶ່ງມີ ຈຳນວນ ຫລາຍກວ່າ 124,3 ລ້ານຄົນ. ກຸ່ມຄົນດັ່ງກ່າວນີ້ ໄດ້ຊ່ວຍແກ້ໄຂ ບັນຫາ ການຂາດແຄນ ແຮງງານ ທີ່ເພີ່ມທະວີ ຄວາມຮຸນແຮງຂຶ້ນ ເນື່ອງຈາກ ສັງຄົມ ຜູ້ອາຍຸສູງ, ໂດຍຊາວຕ່າງປະເທດ ສ່ວນໃຫຍ່ ມັກເຮັດວຽກ ໃນຂະແໜງ ການຜະລິດ, ການບໍລິການ ແລະ ທຸລະກິດການຄ້າອື່ນໆ./
KPL