
ຂປລ. ປັດຈຸບັນ, ໃນຍຸກດິຈີຕອນສື່ມວນຊົນລາວ ຕ້ອງໄດ້ສືບຕໍ່ປັບປຸງ, ພັດທະນາຕົນເອງໃຫ້ມີການຫັນ ປ່ຽນໄປສູ່ຄຸນນະພາບ ແລະ ທັນສະໄໝເທື່ອລະກ້າວ, ພ້ອມກັນແກ້ໄຂບັນຫາຂອດອຸດຕັນ, ຫຍຸ້ງຍາກຕ່າງໆ ໃຫ້ມີຄວາມໂລ່ງລຽນ ແລະ ສາມາດຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຕົວຈິງ, ຕິດຕາມກວດກາ ແລະ ຕອບໂຕ້ຫາງສຽງທີ່ບໍ່ດີ ຂອງສັງຄົມຢ່າງເປັນລະບົບ, ຕໍ່ເນື່ອງ, ພ້ອມດຽວກັນກໍຕ້ອງປະສານສົມທົບ ກັບພາກສ່ວນກ່ຽວຂ້ອງ ຊີ້ແຈງອະທິບາຍບັນຫາທີ່ສັງຄົມໃຫ້ຄວາມສົນໃຈ, ຄວາມຂ້ອງໃຈຂອງປະຊາຊົນໃຫ້ວ່ອງໄວ, ທັນການ, ຖືກປະເດັນ ແລະ ຖືກເປົ້າໝາຍ.ທ່ານ ນາງ ສິມມະນີ ແກ້ວແກ່ນ ຜູ້ອຳນວຍການໃຫຍ່ ສະຖານີໂທລະພາບແຫ່ງຊາດລາວ (ທຊລ) ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 8 ສິງຫາ 2025 ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍແຫ່ງຊາດ ຄົບຮອບ 75 ປີ ທີ່ຈະມາເຖິງນີ້ວ່າ: ສື່ມວນຊົນ ມີບົດບາດສຳຄັນ ໃນການປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນເຄື່ອງມື, ເປັນປາກກະບອກສຽງອັນ ແຫລມຄົມຂອງອົງການ ຈັດຕັ້ງ ພັກ-ລັດ ແລະ ສັງຄົມໃນການໂຄສະນາ, ສຶກສາອົບຮົມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ປຸກລະດົມທົ່ວປວງຊົນໃຫ້ມີນ້ຳໃຈຮັກຊາດ ຮັກລະບອບໃໝ່ ເຊິ່ງບັນດາການນຳປະຕິວັດລາວແຕ່ລະຮຸ່ນ ລ້ວນແຕ່ຖືສຳຄັນວຽກງານ ໂຄສະນາສຶກສາອົບຮົມ ແລະ ນຳໃຊ້ສື່ຕ່າງໆເປັນພາຫານະອັນແຫລມຄົມ ເພື່ອໂຄສະນາເຜີຍແຜ່ແນວທາງ ນະໂຍບາຍທີ່ຖືກຕ້ອງສ່ອງໃສຂອງພັກ ໃຫ້ທົ່ວເຖິງປະຊາຊົນລາວບັນດາເຜົ່າ, ປຸກລະດົມຂົນຂວາຍ ໃຫ້ມີນໍ້າໃຈຮັກຊາດ, ຄຽດແຄ້ນສັດຕູ ເຂົ້າຮ່ວມໃນຂະບວນການ ປົດປ່ອຍປະເທດຊາດ, ຕະຫລອດໄລຍະແຫ່ງການນຳ ພາຂະບວນການຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດແຫ່ງຊາດ ແລະ ອິດສະລະພາບມາສູ່ປະຊາຊົນ ກໍຄື ໄລຍະ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ໃນນັ້ນ, ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍກໍໄດ້ກາຍເປັນອາວຸດອັນແຫລມຄົມ ແລະ ປະກອບສ່ວນຢ່າງຕັ້ງໜ້າ ໃນໄຊຊະນະລວມຂອງການປະຕິວັດ.
ທ່ານ ນາງ ສິມມະນີ ແກ້ວແກ່ນ ໄດ້ຍົກໃຫ້ເຫັນການນຳພາ-ຊີ້ນຳ ກໍຄື ຜົນງານທີ່ພົ້ນເດັ່ນຂອງອົງຄະນະພັກ ຄະນະນຳໃນວຽກງານ ທຊລ ເຊິ່ງໃນໄລຍະ 1 ປີຜ່ານມາ ໂທລະພາບແຫ່ງຊາດລາວ ໄດ້ປະຕິບັດໜ້າທີ່ທີ່ມີກຽດສະ ຫງ່າງາມຂອງຕົນ ໃນການກະຈາຍຂໍ້ມູນຂ່າວສານ ທີ່ສຳຄັນຂອງພັກ-ລັດ ແລະ ສັງຄົມ, ສ່ອງແສງເຫດການທີ່ພົ້ນເດັ່ນທັງພາຍໃນ ແລະ ຕ່າງປະເທດໄດ້ຢ່າງວ່ອງໄວ, ຕ້ານປະກົດການຫຍໍ້ທໍ້ຕ່າງໆຂອງສັງຄົມ ແລະ ຖ້ອຍທຳນອງບິດເບືອນຄວາມຈິງ, ໃສ່ຮ້າຍປ້າຍສີຂອງຜູ້ບໍ່ຫວັງດີ ຕໍ່ຜົນສຳເລັດໃນການປົກປັກຮັກສາພັດທະນາປະເທດຊາດ ພ້ອມທັງໄດ້ເອົາໃຈໃສ່ໂຄສະນາ ໃຫ້ແກ່ວັນສຳຄັນຕ່າງໆຂອງພັກຂອງຊາດຢ່າງກວ້າງຂວາງເລິກເຊິ່ງ ແລະ ເປັນລະບົບຕໍ່ເນື່ອງ, ຄຽງຄູ່ກັນກັບການໂຄສະນາເຜີຍແຜ່ ໃຫ້ຄວາມຮູ້ແກ່ມວນຊົນ ທາງດ້ານການເມືອງ, ເສດຖະກິດ, ວັດທະນະ ທຳ-ສັງຄົມ, ບັນເທີງ ແລະ ສົ່ງເສີມການອະນຸລັກຮັກສາ ວັດທະນະທຳ-ຮີດຄອງປະເພນີອັນດີງາມ ຂອງປະຊາຊົນລາວບັນດາເຜົ່າ ໂດຍອອກອາກາດຜ່ານຊ່ອງທາງໂທລະພາບ ແລະ ສື່ອອນລາຍ ໂດຍສະເພາະ ເຟສບຸກ, ຢູທູບ ແລະ ເວັບໄຊ.
ແຕ່ເຖິງຢ່າງໃດກໍຕາມ, ໃນປັດຈຸບັນ ທຊລ ຍັງມີສິ່ງທ້າທາຍຫລາຍຢ່າງ ໂດຍສະເພາະ ໂທລະພາບໃນຍຸກປັດຈຸບັນ ບຸກຄະລາກອນຍັງມີຄວາມຈຳກັດ ເປັນຕົ້ນ ໂກຕ້າພະນັກງານ ເພື່ອສ້າງເປັນພະນັກງານສືບທອດປ່ຽນແທນ; ອຸປະກອນ ເກົ່າແກ່ຊຸດໂຊມ ເຊິ່ງເປັນສິ່ງທ້າທາຍຕໍ່ກັບໜ້າວຽກຂອງ ທຊລ ເຊັ່ນ: ການຍົກລະດັບຫ້ອງອອກອາກາດ. ພ້ອມນີ້, ງົບປະມານຮັບໃຊ້ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການຂອງໜ້າວຽກ ເປັນຕົ້ນ ການຜະ ລິດລາຍການຢູ່ຕ່າງແຂວງ ບໍ່ສາມາດໄປເຄື່ອນໄຫວໄດ້ ມີແຕ່ບາງລາຍການເທົ່ານັ້ນ. ສຳລັບທິດທາງໃນການພັດທະນາວຽກງານ ທຊລ ໃນຕໍ່ໜ້າແມ່ນຈະໄດ້ສຸມໃສ່ ການສ້າງຄວາມເຂັ້ມແຂງ ໃຫ້ບຸກຄະລາກອນ ໂດຍການເຂົ້າຮ່ວມ ຝຶກອົບຮົມ ວິຊາສະເພາະທີ່ກ່ຽວຂ້ອງ ກັບວຽກງານຂອງຕົນ ເພື່ອຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່, ສິດ, ພາລະບົດບາດຂອງຕົນຢ່າງຈິງຈັງ ແລະ ໃຫ້ສາມາດຮັບປະກັນ ໃນການຮັບໃຊ້ໜ້າທີ່ ການເມືອງໄດ້ໃນລະດັບທີ່ດີ ໃຫ້ສົມກັບວ່າເປັນກະບອກສຽງ ທີ່ແຫລມຄົມຂອງພັກ-ລັດທີ່ແທ້ຈິງ ແລະ ເປັນເຄື່ອງມືຮັບໃຊ້ໂຄສະນາສ້າງຄວາມຮັບຮູ້, ເຂົ້າໃຈໃຫ້ແກ່ສັງຄົມ ກໍຄື ປະຊາຊົນ ແລະ ເປັນເວທີສົ່ງເສີມການ ແລກປ່ຽນບົດຮຽນ, ເປັນແຫລ່ງຂໍ້ມູນຂ່າວສານ, ສາລະຄວາມຮູ້ ແລະ ຕອບໂຕ້ຖ້ອຍທຳນອງຂອງກຸ່ມຄົນບໍ່ດີ, ພ້ອມທັງເອົາໃຈໃສ່ພັດທະນາເນື້ອໃນ ແລະ ຮູບການໃຫ້ສາມາດດຶງດູດຄວາມສົນໃຈຂອງຜູ້ຊົມ ພ້ອມທັງຮັບປະກັນຕາມ 4 ລັກສະນະຂອງສື່ມວນຊົນ ແລະ ຢູ່ໃນຂອບເຂດຂອງແນວທາງ ນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ.
ຂ່າວ: ມະນີທອນ