ແຂວງສາລະວັນ ຍົກສູງປະສິດທິພາບ ດ້ານການຄຸ້ມຄອງ-ແກ້ໄຂບັນຫາຢາເສບຕິດ

11/08/2025 10:48
ຂປລ ຂປລ. ແຂວງສາລະວັນ ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ແກ້ໄຂບັນຫາຢາເສບຕິດ ໂດຍສຸມໃສ່ບ້ານທີ່ມີຄວາມຫຍຸ້ງຍາກ, ຫລໍ່ແຫລມ ແລະ ບ້ານລຽບຕາມຊາຍແດນ, ຫັນກຳລັງປະກອບອາວຸດ ປກຊ-ປກສລົງກໍ່ສ້າງຮາກຖານການເມືອງ


ຂປລ. ແຂວງສາລະວັນ ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ແກ້ໄຂບັນຫາຢາເສບຕິດ ໂດຍສຸມໃສ່ບ້ານທີ່ມີຄວາມຫຍຸ້ງຍາກ, ຫລໍ່ແຫລມ ແລະ ບ້ານລຽບຕາມຊາຍແດນ, ຫັນກຳລັງປະກອບອາວຸດ ປກຊ-ປກສລົງກໍ່ສ້າງຮາກຖານການເມືອງ ເພື່ອເຄື່ອນໄຫວຕິດຕາມ, ເກັບກໍາຂໍ້ມູນ-ຂຶ້ນບັນຊີເປົ້າໝາຍ ຜູ້ເສບ-ຜູ້ຄ້າຂາຍຢາເສບຕິດ, ຄຽງຄູ່ກັບການສຶກສາອົບຮົມ ໂຄສະນາເຜີຍແຜ່ຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບຄວາມອັນຕະລາຍ, ຜົນຮ້າຍຂອງຢາເສບຕິດ.
ທ່ານ ພົນຈັດຕະວາ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງສາລະວັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 7 ສິງຫາ 2025 ຜ່ານມາ ໂດຍທ່ານໄດ້ຍົກໃຫ້ເຫັນ ຜົນສຳເລັດການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ອັນພົ້ນເດັ່ນໄດ້ ເຮັດໃຫ້ປະຊາຊົນພາຍໃນແຂວງ ມີສະຕິສູງຕໍ່ການເຄົາລົບກົດໝາຍ, ເພີ່ມຄວາມຮັບຮູ້ຕໍ່ ຜົນຮ້າຍຂອງຢາເສບຕິດ, ປະກອບສ່ວນເຂົ້າໃນການແກ້ໄຂບັນຫາ ຢາເສບຕິດຢ່າງກວ້າງຂວາງ; ຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນ, ທຸກພາກສ່ວນທັງຢູ່ແຂວງ, ເມືອງ ແລະ ບ້ານ ໄດ້ເພີ່ມ ຄວາມຮັບຜິດ ຊອບຂອງຕົນສູງຂຶ້ນ, ກຸ່ມເສບ, ຂົນສົ່ງ-ຄ້າຂາຍ ແລະ ຜະລິດຢາເສບຕິດ ກໍມີຄວາມຢ້ານກົວ ແລະ ຈຳນວນໜຶ່ງກໍຢຸດເຊົາ ແລະ ກັບຄືນເປັນຜົນລະເມືອງດີ. ນອກຈາກນີ້, ກໍໄດ້ໂຄສະນາເຜີຍແຜ່ ລະບຽບກົດໝາຍ ແລະ ຜົນຮ້າຍຈາກຢາເສບຕິດ ຢູ່ສະຖາບັນການສຶກສາ, ສຳນັກງານ-ອົງການ, ບ້ານທົ່ວແຂວງ ສາລະວັນ, ສືບຕໍ່ສຶກສາອົບຮົມນັກໂທດ, ຜູ້ຖືກຫາ, ຜູ້ຝາກດັດສ້າງ ແລະ ຜູ້ປິ່ນປົວຢາ ເສບຕິດຢູບັນດາ ຄ້າຍຄຸມຂັງຄ້າຍກັກຂັງຊົ່ວຄາວ, ສູນດັດສ້າງ ແລະ ສູນບໍາບັດຜູ້ຕິດຢາເສບຕິດເປັນປົກກະຕິ ເພື່ອໃຫ້ພວກເຂົາຮັບຮູ້ເຖິງ ຜົນຮ້າຍຂອງຢາເສບຕິດ.
ນອກຈາກນີ້, ຍັງໄດ້ສ້າງຕັ້ງຫ້ອງການປະສານງານຢາເສບຕິດ ຂ້າມຊາດຕາມຊາຍແດນ ມີ 2 ຈຸດ ຄື: ຢູ່ດ່ານ ຕມ ສາກົນລະໄລ ເມືອງສະໝ້ວຍ ແຂວງສາລະວັນ ກັບ ແຂວງກວາງຈິ ສສ ຫວຽດ ນາມ ແລະ ດ່ານ ຕມ ສາກົນ ປາກຕາພານ ເມືອງລະຄອນເພັງ ແຂວງສາລະວັນ ກັບ ຈັງຫວັດອຸບົນລາດຊະທານີ ປະເທດໄທ ແລະ ຫ້ອງການປະສານງານລຽບຕາມຊາຍແດນ ລາວ-ຫວຽດ ມີ 18 ຈຸດ;ໄດ້ຕັ້ງປ້ອມ ແລະ ຈຸດກວດກາຢາເສບຕິດ ເພີ້ມຂຶ້ນອີກ 1 ຈຸດ ລວມທັງໝົດ 8 ຈຸດຄື: ຈຸດນາໂດນຈຸດນາທ່ອນ, ຈຸດນາຂ້ອຍສາວ, ຈຸດບ້ານລະວາງ ເມືອງສາລະວັນ, ຈຸດຫ້ວຍຫູນເມືອງເລົ່າງາມ, ຈຸດຫ້ວຍເຊົາ ເມືອງຄົງເຊໂດນ, ຈຸດຖ້ຳພວງ ເມືອງລະຄອນເພັງ ແລະ ຈຸດກວດບ້ານຫີນລາດ ເມືອງຕຸ້ມລານ; ຜ່ານມາແມ່ນໄດ້ເຄື່ອນໄຫວກວດກາເປັນປົກກະຕິ, ສາມາດກັກຢຶດການຂົນສົ່ງຢາເສບຕິດ ເປັນຈຳ ນວນຫລາຍຢູ່ຈຸດຖໍ້າພວງ ເມືອງລະຄອນເພັງ ແລະ ຈຸດບ້ານຫ້ວຍຫີນລາດ ເມືອງຕຸ້ມລານ. ພ້ອມນີ້, ກໍໄດ້ເປີດນໍາໃຊ້ສູນປິ່ນປົວ ແລະ ຟື້ນຟູສະຂະພາບຜູ້ຕິດຢາເສບຕິດ (ໜອງປູ່ຫີນ) ສາມາດຮອງຮັບຜູ້ຕິດຢາເສບຕິດ ທີ່ຈະນຳເຂົ້າປິ່ນປົວ ແລະ ຟື້ນຟູສຸຂະພາບໄດ້ທັງໝົດ 300 ຄົນ ຫັນເອົາກຳລັງ ປກສ-ປກຊ ລົງກໍ່ສ້າງຮາກຖານ ການເມືອງ ເພື່ອແກ້ໄຂປະກົດການຫຍໍ້ທໍ້ ແລະ ສະກັດກັ້ນໜໍ່ແໜງ ທີ່ຈະພາ ໃຫ້ກະທົບຕໍ່ຄວາມ ສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ກໍ່ສ້າງ, ປັບປຸງອຳນາດປົກຄອງບ້ານ ໃຫ້ປອດໃສເຂັ້ມແຂງໜັກແໜ້ນ, ປັບປຸງສ້າງແຜນຍຸດທະສາດ ປ້ອງກັນບໍລິເວນ, ກົດລະບຽບບ້ານ ໃຫ້ອົງການປົກຄອງບ້ານ ໄດ້ສຳເລັດ 517 ບ້ານ, ຂຶ້ນທະບຽນສໍາມະໂນຄົວ ທັງໝົດ 93.848 ຄອບຄົວ, ກວມ 97% ຂອງຄອບຄົວທັງໝົດ, ມີຫ້ອງການ ປກສ ບໍລິການປະຊາ ຊົນ 57 ຫ້ອງການ, ມີກຳລັງ ປກສ ຈຳນວນ 257 ສະຫາຍ, ປກສ ບ້ານຄົບຖ້ວນຕາມຫລັກການຈັດ ຕັ້ງປະກອບ, ສ້າງບ້ານ, ໂຮງຮຽນປອດຢາເສບຕິດ ມີທັງໝົດ 92 ບ້ານ, 873 ໂຮງຮຽນ, ປັດຈຸບັນ ທົ່ວແຂວງມີບ້ານປ້ອງກັນຊາດ ເຂັ້ມແຂງ ຈຳນວນ 434 ບ້ານ, ບ້ານປ້ອງກັນຄວາມສະຫງົບດີ 517 ບ້ານ; ມີ 4 ເມືອງເປັນເມືອງປ້ອງກັນຊາດ ເຂັ້ມແຂງ-ປ້ອງກັນຄວາມສະຫງົບດີ ຄື: ເມືອງສາລະວັນ, ເມືອງເລົ່າງາມ, ເມືອງຄົງເຊໂດນ, ເມືອງລະຄອນເພັງ.

ຂ່າວ-ພາບ: ກິດຕາ
KPL

ຂ່າວອື່ນໆ

ads
ads

Top