ຂປລ
ສະຖານທູດ ອົດສະຕຣາລີ ປະຈຳ ສປປລາວ ໄດ້ຮ່ວມມືກັບ ສະມາຄົມ ນັກຂ່າວ ແຫ່ງ ສປປ ລາວ ຈັດຝຶກອົບຮົມ ເພື່ອຍົກລະດັບ ຄວາມຮູ້ ຄວາມສາມາດ ໃຫ້ກັບ ນັກຂ່າວລາວ ທີ່ມາຈາກສູນກາງ ແລະ ທ້ອງຖິ່ນ ຫລາຍກວ່າ 20 ທ່ານ ພາຍໃຕ້ຫົວຂໍ້ “ການສົນທະນາ ດີຈິຕອນ ໃນອາຊີ ຕາເວັນອອກ ສຽງໃຕ້ (South-East Asia Digital)”

ຂປລ. ສະຖານທູດ ອົດສະຕຣາລີ ປະຈຳ ສປປລາວ ໄດ້ຮ່ວມມືກັບ ສະມາຄົມ ນັກຂ່າວ ແຫ່ງ ສປປ ລາວ ຈັດຝຶກອົບຮົມ ເພື່ອຍົກລະດັບ ຄວາມຮູ້ ຄວາມສາມາດ ໃຫ້ກັບ ນັກຂ່າວລາວ ທີ່ມາຈາກສູນກາງ ແລະ ທ້ອງຖິ່ນ ຫລາຍກວ່າ 20 ທ່ານ ພາຍໃຕ້ຫົວຂໍ້ “ການສົນທະນາ ດີຈິຕອນ ໃນອາຊີ ຕາເວັນອອກ ສຽງໃຕ້ (South-East Asia Digital)” ຊຶ່ງຕະຫລອດໄລຍະ 3ວັນ ໄດ້ມີການແລກປ່ຽນບົດຮຽນ ທີ່ຫລາກຫລາຍ ລະຫວ່າງ ນັກສຳມະນາກອນ ກໍຄື ນັກຂ່າວລາວ ແລະ ອາຈານສອນ ຊຶ່ງເປັນ ຜູ້ຊ່ຽວຊານ ສະເພາະທາງ ມາຈາກ ສຳນັກຂ່າວສາກົນ ເອບີຊີ ປະເທດ ອົດສະຕຣາລີ ແລະ ສຳນັກຂ່າວສາກົນ ອີກຫລາຍປະເທດ ໄດ້ນຳເອົາ ບົດຮຽນຕົວຈິງ ມາສອນ ແບບຕົວ ຕໍ່ຕົວ ໃຫ້ນັກຂ່າວລາວ ໄດ້ຮັບຄວາມຮູ້ໃໝ່ ສຳລັບ ການນຳສະເໜີຂ່າວ ໃຫ້ມີຄວາມ ຫລາກຫລາຍ ຮູບແບບ ເພື່ອການຫັນໄປສູ່ ດິຈິຕອນ ໂດຍສະເພາະ ການນຳສະເໜີຂ່າວ ຜ່ານທາງ ວິທະຍຸ,ໂທລະພາບ, ໜັງສືພິມ ແລະ ການນຳສະເໜີຂ່າວ ໃນຮູບແບບຕ່າງ ນຳເຂົ້າສູ່ ສືສັງຄົມ ອອນລາຍ ຢ່າງມີສີສັນ ຫລາຍຂຶ້ນກວ່າເກົ່າ. ໂດຍສະເພາະ ແມ່ນມີເນື້ອໃນ ກະທັດຫັດ,ໃຊ້ເວລາຕັດຕໍ່ ວີດີໂອ ສັ້ນລົງ ແລະ ຮູບພາບ ປະກອບ ພາບເຄື່ອນໄຫວ ແລະ ພາບນິງ ຢ່າງມີສີສັນ ເປັນທີ່ດຶງດູດໃຈ ເຮັດໃຫ້ຜູ້ຊົມທົ່ວໄປ ສົນໃຈ ແລະ ຫັນມາຕິດຕາມຂ່າວ ຫລາຍຂຶ້ນ. ນອກຈາກນີ້ ນັກຂ່າວລາວ ຍັງໄດ້ຮຽນຮູ້ ວິທີໄຈແຍກ ປະເພດ ຂ່າວແທ້ ຫລື ຂ່າວປອມ(ການຕອບໂຕ້ຂ່າວປອມ) ໃນກຸ່ມຄົນ ບໍ່ຫວັງດີ ທີ່ນຳໃຊ້ ສື່ສັງຄົມອອນລາຍ ເພື່ອໂຈມຕີີ ແລະ ຫາຜົນປະໂຫຍດ ໃດໜຶ່ງ ດ້ວຍການ ນຳໃຊ້ລະບົບ ປັນຍາປະດິດ(AI) ເຂົ້າມາຊ່ວຍ ສ້າງຂ່າວ ໃຫ້ສະເໜີເໜືອນຈິງ ເຮັດໃຫ້ຜູ້ບໍລິໂພກ ຂ່າວທົ່ວໄປ ໃນສັງຄົມ ເກີດຄວາມສັບສົນ ແລະ ແຕກຕື່ນ ຕໍ່ເຫດການ ຂອງຜູ້ສ້າງຂ່າວປອມ ເຮັດຂຶ້ນ ສ້າງຄວາມເຂົ້າໃຈຜິດ ໄປຕ່າງໆນາງໆ. ດັ່ງນັ້ນ ບົດຮຽນອັນໃໝ່ ເຫລົ່ານີ້ ທີ່ຜ່ານການສຶກສາ ຄົ້ນຄວ້າ ແລກປ່ຽນຄວາມຄິດເຫັນ ລະຫວ່າງ ການສຳມະນາ ຈຶ່ງເປັນບົດຮຽນ ອັນລ້ຳຄ່າ ເຮັດໃຫ້ ສື່ມວນຊົນລາວ ໄດ້ຮັບການພັດທະນາ ແບບກ້າວກະໂດດ ໃນຍຸກສະໄໝ ການຫັນໄປສູ່ ດິຈິຕອນ ດ້ວຍການນຳໃຊ້ AI ເຂົ້າໃນ ການຄົ້ນຫາ ຂໍ້ມູນພື້ນຖານ ແລະ ການຮຽນຮູ້ສິ່ງໃໝ່ໆ ໃນຕໍ່ໜ້າ ເພື່ອກ້າວໄປສູ່ ການສ້າງຜົນງານໃໝ່ ທີ່ໃຫຍ່ກວ່າເກົ່າ ໃນການນຳໃຊ້ ເຂົ້າໃນວຽກ ງານຕົວຈິງ. ການຝຶກອົບຮົບຄັ້ງນີ້ ໄດ້ອົດລົງ ຄວາມຜົນສຳເລັດ ອັນຈົບງານ ໃນວັນທີ7 ສິງຫາ 2025 ໂຮງແຮມ ຄຣາວພລາຊາ(Crowne Plaza) ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສະຫວັນຄອນ ຣາຊະມຸນຕຣີ, ປະທານ ສະມາຄົມ ນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ./.
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL