ຂປລ
ຄະນະ ກຳມະການ ຂອງ ລັດຖະບານ ປະເທດ ຍີ່ປຸ່ນ ໄດ້ມີ ມະຕິຕົກລົງປັບຂຶ້ນ ຄ່າແຮງ ຂັ້ນຕໍ່າ ທົ່ວປະເທດ, ເປັນການສ້າງ ຕົວເລກ ສະຖິຕິໃໝ່ສູງເຖິງ 1,118 ເຢນ ຕໍ່ຊົ່ວໂມງ (ປະມານ 163,000 ກີບ), ເພີ່ມຂຶ້ນ 6% ເມື່ອທຽບໃສ່ ປີກາຍ.

ຂປລ. ຕາມຂ່າວ Lao Youth Radio: ຄະນະ ກຳມະການ ຂອງ ລັດຖະບານ ປະເທດ ຍີ່ປຸ່ນ ໄດ້ມີ ມະຕິຕົກລົງປັບຂຶ້ນ ຄ່າແຮງ ຂັ້ນຕໍ່າ ທົ່ວປະເທດ, ເປັນການສ້າງ ຕົວເລກ ສະຖິຕິໃໝ່ສູງເຖິງ 1,118 ເຢນ ຕໍ່ຊົ່ວໂມງ (ປະມານ 163,000 ກີບ), ເພີ່ມຂຶ້ນ 6% ເມື່ອທຽບໃສ່ ປີກາຍ. ນີ້ຖືເປັນ ການປັບຂຶ້ນ ຄັ້ງໃຫຍ່ທີ່ສຸດ ໃນປະຫວັດສາດ ເພື່ອຮັບມືກັບ ຄ່າຄອງຊີບ ທີ່ເພີ່ມສູງຂຶ້ນ. ໂດຍການປັບຂຶ້ນ ໃນຄັ້ງນີ້, ຈະເຮັດໃຫ້ ຄ່າແຮງ ຂັ້ນຕໍ່າ ໃນທຸກໆແຂວງ ທົ່ວປະເທດ ເພີ່ມຂຶ້ນເປັນ 1.000 ເຢນ ຕໍ່ຊົ່ວໂມງ (ປະມານ 146.000 ກີບ), ຖ້າເຮັດວຽກ 5 ວັນ ຕໍ່ ອາທິດ ເປັນເວລາ 8 ຊມ ຈະໄດ້ເງິນເດືອນ ທີ່ 23 ລ້ານກວ່າກີບ.
ທ່ານ ຊິເງຣຸ ອິຊິບະ ນາຍົກ ລັດຖະມົນຕີ ປະເທດ ຍີ່ປຸ່ນ ກ່າວວ່າ: ການປັບຂຶ້ນ ຄ່າແຮງແມ່ນ "ໝາກຫົວໃຈສຳຄັນ" ຂອງ ຍຸດທະສາດ ການເຕີບໃຫຍ່ ທາງດ້ານ ເສດຖະກິດ ຂອງ ປະເທດ. ຄາດວ່າ ມາດຕະການ ດັ່ງກ່າວ, ຈະຊ່ວຍຟື້ນຟູ ເສດຖະກິດ ແລະ ສົ່ງເສີມ ການຂະຫຍາຍຕົວ ຂອງ ບັນດາຫົວໜ່ວຍ ທຸລະກິດ, ເຊິ່ງຈະນຳໄປສູ່ ການຈ່າຍຄ່າແຮງໃຫ້ ເໝາະສົມ ແກ່ແຮງງານ ຢ່າງຍືນຍົງ.
ເຖິງແມ່ນວ່າ ການປັບຂຶ້ນ ຄ່າແຮງງານ ໃນຄັ້ງນີ້ ຈະສ້າງສະຖິຕິໃໝ່, ແຕ່ກໍຍັງ ບໍ່ພຽງພໍ ທີ່ຈະບັນລຸ ເປົ້າໝາຍຂອງ ລັດຖະບານ ທີ່ຕ້ອງການ ໃຫ້ຄ່າແຮງງານ ຂັ້ນຕໍ່າ ສະເລ່ຍ ຢູ່ທີ່ 1,500 ເຢນ ຕໍ່ຊົ່ວໂມງ (220,000 ກີບ) ພາຍໃນທ້າຍທົດສະວັດນີ້. ນອກຈາກນັ້ນ, ຍີ່ປຸ່ນ ຍັງຄາດຄະເນວ່າ: ຈະຕ້ອງມີ ການປັບຂຶ້ນ ຄ່າແຮງງານ ສະເລ່ຍ ປີລະ 7.3% ຢ່າງຕໍ່ເນື່ອງ ຈົນເຖິງ ປີ 2029 ເພື່ອໃຫ້ ບັນລຸ ເປົ້າໝາຍ ດັ່ງກ່າວ./.
KPL