ຂປລ
ລັດຖະບານ ຟິລິບປິນ ໄດ້ອອກຄຳສັ່ງ ຈະໂຈະ ການນຳເຂົ້າ ເຂົ້າສານຊົ່ວຄາວ ເປັນເວລາ 60 ວັນ ເລີ່ມແຕ່ ວັນທີ 1 ກັນຍາ ທີ່ຈະມາເຖິງນີ້, ເພື່ອປົກປ້ອງ ຊາວກະສິກອນ ທີ່ໄດ້ຮັບຜົນກະທົບ ເນື່ອງຈາກ ລາຄາເຂົ້າສານ ຫລຸດລົງ ໃນລະດູການ ເກັບກ່ຽວ.

ຂປລ. ຕາມຂ່າວ ຊີເອັມຈີ: ເມື່ອບໍ່ດົນມານີ້, ລັດຖະບານ ຟິລິບປິນ ໄດ້ອອກຄຳສັ່ງ ຈະໂຈະ ການນຳເຂົ້າ ເຂົ້າສານຊົ່ວຄາວ ເປັນເວລາ 60 ວັນ ເລີ່ມແຕ່ ວັນທີ 1 ກັນຍາ ທີ່ຈະມາເຖິງນີ້, ເພື່ອປົກປ້ອງ ຊາວກະສິກອນ ທີ່ໄດ້ຮັບຜົນກະທົບ ເນື່ອງຈາກ ລາຄາເຂົ້າສານ ຫລຸດລົງ ໃນລະດູການ ເກັບກ່ຽວ. ຄາດວ່າ ຈະເຮັດໃຫ້ ລາຄາ ເຂົ້າສານ ມີຄວາມໝັ້ນຄົງ. ນອກຈາກນີ້, ກະຊວງ ກະສິກຳ ຟິລິບປິນ ຍັງໄດ້ສະເໜີ ເພີ່ມອັດຕາ ພາສີນຳເຂົ້າ ເຂົ້າສານ ຈາກ 15% ໃນປັດຈຸບັນ ຂຶ້ນເປັນ 35%. ໃນຂະນະທີ່ ເດືອນກໍລະກົດ ປີກາຍນີ້, ລັດຖະບານ ຟິລິບປິນ ໄດ້ປັບຫລຸດ ອັດຕາ ພາສີນຳເຂົ້າເຂົ້າສານຈາກ 35% ລົງເປັນ 15%, ເພື່ອປັບຫລຸດ ລາຄາ ເຂົ້າສານ ທີ່ສືບຕໍ່ແພງຂຶ້ນ. /
KPL