ອິສລັງ ​ຍົກ​ລະດັບ​ເຕືອນ​ໄພພູ​ໄຟ​ຂັ້ນສູງ​ສຸດ

02/09/2014 09:25
Email Print 680
ຂປລ ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 1 ເດືອນ​ກັນຍາ,​ ອິສລັງ ໄດ້​ຍົກ​ລະດັບ​ເຕືອນ​ໄພພູ​ໄຟ ບາຣດາຣບຸງກາ ​ໃຫຍ່​ທີ່​ສຸດ​ໃນ​ປະ​ເທດ ​ເປັນ​ລະດັບ​ສູງ​ສຸດ ຫລັງ​ຈາກ​ທີ່​ພູ​ໄຟໜ່ວຍ​ນີ້ ໄດ້​ເກີດ​ລະ​ເບີດ​ຮຸນ​ແຮງ​ ​ເມື່ອ​ວັນ​ທີ 30 ​ເດືອນ​ສິງຫາ​ຜ່ານ​ມາ. ຂະນະ​ດຽວ​ກັນ ອິສລັງ ໄດ້​ຫ້າມ​ການບິນ​ຜ່ານ​ນ່ານຟ້າ​ອ້ອມ​ຮອບ​ພູ​ໄຟ​ດັ່ງກ່າວ

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 1 ເດືອນ​ກັນຍາ,​ ອິສລັງ ໄດ້​ຍົກ​ລະດັບ​ເຕືອນ​ໄພພູ​ໄຟ ບາຣດາຣບຸງກາ ​ໃຫຍ່​ທີ່​ສຸດ​ໃນ​ປະ​ເທດ ​ເປັນ​ລະດັບ​ສູງ​ສຸດ ຫລັງ​ຈາກ​ທີ່​ພູ​ໄຟໜ່ວຍ​ນີ້ ໄດ້​ເກີດ​ລະ​ເບີດ​ຮຸນ​ແຮງ​ ​ເມື່ອ​ວັນ​ທີ 30 ​ເດືອນ​ສິງຫາ​ຜ່ານ​ມາ. ຂະນະ​ດຽວ​ກັນ ອິສລັງ ໄດ້​ຫ້າມ​ການບິນ​ຜ່ານ​ນ່ານຟ້າ​ອ້ອມ​ຮອບ​ພູ​ໄຟ​ດັ່ງກ່າວ ຫລັງ​ຈາກ​ທີ່​ປະກາດ​ຍົກ​ເລີກ​ການ​ຈາລະຈອນ​ທາງ​ອາກາດ ອ້ອມ​ຮອບ​ພູ​ໄຟ ບາຣດາຣບຸງ​ກາ ​​ເມື່ອ​ວັນ​ທີ 24 ​ເດືອນ​ສິງຫາ​ຜ່ານ​ມາ.
ສຳນັກງານ​ປ້ອງກັນ​ ໄພ​ພົນລະ​ເຮ​ືອນ ແຈ້ງວ່າ: ຈາກ​ການ​ສຳ​ຫລວດ ຍັງ​ບໍ່​ພົບ​ເຖົ່າຖ່ານ​ຂອງ​ພູ​ໄຟ, ພົບພຽງ​ແຮງ​ສັ່ນ​ສະ​ເທືອ​ນຈາກ​ແຜ່ນດິນ​ໄຫວ ທີ່​ມີ​ຂະໜາດ​ບໍ່​ຮຸນ​ແຮງ​ ​ເຊິ່ງ​ນັ້ນໝາຍຄວາມ​ວ່າ ການ​ເກີດ​ລະ​ເບີດ​ຄັ້ງນີ້ ຈະ​ບໍ່​ເຮັດ​ໃຫ້​ເກີດ​ການລະ​ເບີດ​ຄັ້ງ​ໃຫຍ່, ພູ​ໄພ​ບາຣດາຣບຸງ​ກາ ​ເປັນ​ສ່ວນ​ໜຶ່ງ​ຂອງ​ພູ​ໄຟ​ຢູ່ພື້ນ​ສາຍນ້ຳກ້ອນວັດ​ທະນາ​ໂຈ​ກຸລ ສາຍ​ນ້ຳກ້ອນ​ໃຫຍ່​ທີ່​ສຸດ​ໃນ​ເອີຣົບ ​ແລະ ​ຢູ່​ໃນ​ພື້ນ​ທີ່​ພາກ​ກາງຂອງ​ອິສລັງ./

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top