ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

05/03/2025 17:46
Email Print 4725
ຂປລ ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.




ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ
32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

ໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ເປັນໂຄງການແລກປ່ຽນ ທີ່ສະໜັບສະໜູນໂດຍລັດຖະບານຍີ່ປຸ່ນ ເຊິ່ງທັງສອງໂຄງການ ມີເປົ້າໝາຍແມ່ນນັກສຶກສາລາວ ໂດຍສະເພາະ ແລະ ເລັງໃສ່ການປະກອບສ່ວນເຂົ້າໃນການພັດທະນາ ຊັບພະຍາກອນມະນຸດ ທີ່ສາມາດມີບົດບາດ ໃນການພັດທະນາແບບຍືນຍົງ ໃນຂະແໜງການກະສິກໍາ ແລະ ພະລັງງານໃນ ສປປ ລາວ.

ຜູ້ເຂົ້າຮ່ວມທັງສອງໂຄງການດັ່ງກ່າວ ແມ່ນໄດ້ຮັບການຄັດເລືອກ ໂດຍຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ, ເຊິ່ງໃນໄລຍະ 8 ມື້ທີ່ພັກເຊົາຢູ່ຍີ່ປຸ່ນ, ຄະນະນັກສຶກສາລາວ ຈະໄດ້ໄປຢ້ຽມຢາມສິ່ງອຳນວຍຄວາມສະດວກຕ່າງໆ ທີ່ກ່ຽວຂ້ອງກັບຫົວຂໍ້ຂອງຕົນ. ພ້ອມນີ້, ຍັງຈະໄດ້ສຳຜັດກັບກິດຈະກຳ ຂ້າມວັດທະນະທຳ, ສົນທະນາ ແລະ ແລກປ່ຽນກັບຜູ້ຢູ່ອາໄສ ໃນທ້ອງຖິ່ນຕື່ມອີກ. ຫວັງວ່າຄະນະນັກສຶກສາລາວ ຈະບອກເລົ່າປະສົບການ ແລະຖ່າຍທອດ ສິ່ງທີ່ໄດ້ຮຽນຮູ້ ແລະ ເຂົ້າໃຈ ໃຫ້ແກ່ຜູ້ຊົມ ແລະ ຟັງຢ່າງກວ້າງຂວາງ ໂດຍການໃຊ້ເຄື່ອງມື ເຊັ່ນ: ສື່ສັງຄົມອອນລາຍ ທັງໃນລະຫວ່າງຢູ່ຍີ່ປຸ່ນ ແລະ ຫລັງຈາກກັບມາປະເທດລາວແລ້ວ.

ໂຄງການແລກປ່ຽນ ດ້ານບຸກຄົນ ລະຫວ່າງຍີ່ປຸ່ນ ແລະ ເຂດອາຊີປາຊີຟິກ ທີ່ເນັ້ນໃສ່ຊາວໜຸ່ມ (JENESYS), ເຊິ່ງມີຊາວໜຸ່ມລາວຫລາຍກວ່າ 2.300 ຄົນ ໄດ້ໄປຍີ່ປຸ່ນເພື່ອເຂົ້າຮ່ວມການແລກປ່ຽນແບບນີ້ ຕັ້ງແຕ່ JENESYS ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2007. ການແລກປ່ຽນເຫລົ່ານີ້ ຈະສືບຕໍ່ສົ່ງເສີມຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງຄົນຮຸ່ນໜຸ່ມ ເພື່ອສ້າງຮາກຖານທີ່ເຂັ້ມແຂງ ສຳລັບມິດຕະພາບ ແລະ ການຮ່ວມມືທີ່ຍືນຍາວ ລະຫວ່າງຍີ່ປຸ່ນ ແລະ ສປປ ລາວ.
KPL

ຂ່າວອື່ນໆ

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

ads
ads

Top