ຂປລ
ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມທາບທາມຮ່າງລາຍງານການເມືອງ, ຮ່າງບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານ ພັກກະຊວງປ້ອງກັນ ຄວາມສະຫງົບ ແລະ ທາບທາມບຸກຄະລະກອນ ຜູ້ອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ຮອບທີ 3

ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມທາບທາມຮ່າງລາຍງານການເມືອງ, ຮ່າງບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານ ພັກກະຊວງປ້ອງກັນ ຄວາມສະຫງົບ ແລະ ທາບທາມບຸກຄະລະກອນ ຜູ້ອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ຮອບທີ 3 ໃນວັນທີ 23 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີຮອງຫົວໜ້າຄະ ນະຈັດຕັ້ງສູນກາງພັກ, ມີຮອງເລຂາຄະນະພັກກະຊວງ, ຄະນະປະຈໍາພັກ, ຄະນະພັກ, ພ້ອມດ້ວຍຜູ້ແທນສົມບູນ, ສໍາຮອງ ມາຈາກກົມໃຫຍ່, ຫ້ອງວ່າການກະຊວງ, ກອງບັນຊາການ, ວິທະຍາຄານ, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ແລະ ປກສ ແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.
ກອງປະຊຸມ, ໄດ້ຕີລາຄາສູງຕໍ່ຜົນງານ ການຈັດຕັ້ງປະຕິບັດ ວຽກງານກໍາລັງປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ, ພ້ອມທັງໄດ້ຍົກໃຫ້ເຫັນດ້ານດີ, ຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຕ້ອງໄດ້ສືບ ຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ. ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຟັງການປະກອບຄໍາເຫັນ ຕໍ່ຮ່າງລາຍງານການເມືອງ ແລະ ບົດສໍາຫລວດການນໍາພາ ຢ່າງມີວິໄສທັດ ທີ່ກວ້າງຂວ້າງ, ເລິກເຊິ່ງ ເພື່ອເຮັດໃຫ້ວຽກງານຢູ່ໃນ ຄວາມຮັບຜິດຊອບ ຂອງກະຊວງປ້ອງກັນຄວາມສະຫງົບ, ທີ່ ພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້ໄດ້ຮັບການ ປັບປຸງແກ້ໄຂ ໃນຕໍ່ໜ້າ ແລະ ຍາວນານໃຫ້ດີຂຶ້ນເປັນກ້າວໆ.

ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ມີຄຳເຫັນໂອລົມ ໂດຍເນັ້ນໃຫ້ຜູ້ແທນກອງປະຊຸມ ຈົ່ງຍົກສູງສະຕິຄວາມຮັບຜິດຊອບ ແລະ ຄຳນຶງເຖິງຄວາມສຳຄັນ ຂອງການຕັດສິນໃຈ ໃນການເລືອກເອົາຄະນະ ບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ຊຸດໃໝ່ ເຊິ່ງຈະເປັນຜູ້ນຳພາການເຄື່ອນໄຫວ ວຽກງານກໍາລັງປ້ອງກັນ ຄວາມສະຫງົບ ໃນອີກ 5 ປີຕໍ່ໜ້າ ໂດຍສະເພາະ ຜູ້ທີ່ມີມາດຖານເງື່ອນໄຂ, ຄວາມຮູ້-ຄວາມສາມາດ, ມີວິໄສທັດ, ມີຄວາມເປັນຜູ້ນຳ ແລະ ໃຫ້ປະຕິບັດກົດລະບຽບ, ຂັ້ນຕອນຕ່າງໆ ທີ່ທາງຄະນະ ຄວບຄຸມ ການປ່ອນບັດ ແນະນໍາຢ່າງເຂັ້ມງວດ.

ພ້ອມນີ້, ກອງປະຊຸມ ຍັງໄດ້ດໍາເນີນການປ່ອນບັດ ທາບທາມເອົາບຸກຄະລາກອນ ສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ Vl ຮອບທີ 3 ຕື່ມອີກ.
ຂໍ້ມູນ-ພາບ: ປກສ
KPL