ຮຽບຮຽງເນື້ອໃນກົດໝາຍວ່າດ້ວຍສາມັນສຶກສາ

24/07/2025 09:09
Email Print 362
ຂປລ ຂປລ. ກອງປະຊຸມຮຽບຮຽງເນື້ອໃນກົດໝາຍ ວ່າດ້ວຍສາມັນສຶກສາ (ສ້າງໃໝ່) ຈັດຂຶ້ນໃນວັນທີ 21-22 ກໍລະກົດ 2025 ຢູ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ມີປະທານ ແລະ ຮອງປະທານກຳມາທິການ ທີ່ກ່ຽວຂ້ອງພາຍໃນ ສະພາແຫ່ງຊາດ



ຂປລ. ກອງປະຊຸມຮຽບຮຽງເນື້ອໃນກົດໝາຍ ວ່າດ້ວຍສາມັນສຶກສາ (ສ້າງໃໝ່) ຈັດຂຶ້ນໃນວັນທີ 21-22 ກໍລະກົດ 2025 ຢູ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ມີປະທານ ແລະ ຮອງປະທານກຳມາທິການ ທີ່ກ່ຽວຂ້ອງພາຍໃນ ສະພາແຫ່ງຊາດ
, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານ ປະທານປະເທດ, ຄະນະຮັບຜິດຊອບປັບປຸງກົດໝາຍ, ພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານ ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄໍາໃບ ດຳລັດ ໄດ້ມີຄຳເຫັນວ່າ: ກົດໝາຍວ່າດ້ວຍສາມັນສຶກສາ ໄດ້ຖືກພິຈາລະນາຮັບຮອງເອົາໃນ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 25 ມິຖຸນາ 2025 ດ້ວຍຄະແນນສຽງເຫັນດີຫລາຍກວ່າ 92%. ແຕ່ເຖິງຢ່າງໃດກໍຕາມ, ກົດໝາຍສະບັບນີ້ ມີສະມາຊິກສະພາແຫ່ງຊາດ 35 ທ່ານ ໄດ້ປະກອບຄໍາເຫັນໃສ່ 42 ມາດຕາ ກວມເອົາ 93 ເນື້ອໃນ. ສະນັ້ນ, ກອງປະຊຸມຮຽບຮຽງຄັ້ງນີ້ ຈະໄດ້ສຸມໃສ່ຄົ້ນຄວ້າຢ່າງລະອຽດ ແລະ ເລິກເຊິ່ງ ເພື່ອເລືອກເຟັ້ນເອົາຄໍາເຫັນຂອງ ຜູ້ແທນມາປັບປຸງໃສ່ເນື້ອໃນກົດໝາຍ ແລະ ເນື່ອງຈາກເປັນການຮຽບຮຽງຄັ້ງສຸດທ້າຍ, ນອກຈາກຄໍາເຫັນຂອງຜູ້ແທນແລ້ວ ເຫັນວ່າຍັງມີຈຸດໃດ, ຄໍາສັບຄໍາເວົ້າໃດ ທີ່ບໍ່ທັນຈະແຈ້ງ ແລະ ສອດຄ່ອງ ກໍສາມາດຍົກຂຶ້ນຕື່ມ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສົມບູນ ກ່ອນນໍາສະເໜີ ປະທານສະພາແຫ່ງຊາດລົງລາຍເຊັນ.

ຂ່າວ: ສອນສັກ ວັນວິໄຊ

KPL

ຂ່າວອື່ນໆ

ads
ads

Top