ຍີ່ປຸ່ນພົບ​ວິທີ​ໃໝ່​ໃນ​ການກວດ​ຫາເຊື້ອພະຍາດອີ​ໂບລາ ພາຍ​ໃນ 30 ນາທີ

03/09/2014 15:30
Email Print 593
ຂປລ ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 2 ​ເດືອນ​ກັນຍາ, ສາ​ສະ​ດາ​ຈານ ຈິ​ໂຣ ຍາ​ຊຸຕະ ​ແລະ ທີ​ມວິ​ໄຈ ຈາກ​ມະຫາ​ວິທະຍາ​ໄລນາງ​າຊາ​ກິ ຄົ້ນພົບ​ວິທີ​ໃໝ່​ໃນ​ການ​ກວດຫາ​ເຊື້ອ​ໄວຣັສອີ​ໂບລາ ພວມ​ແຜ່​ລະບາດຢ່າງ​ຮຸນ​ແຮງ, ທີ່​ມີລາຄາ​ຖືກ​ກວ່າ​ວິທີ ທີ່​ໃຊ້​ຢູ່​ໃນ​ສະຫະລັດ​ອາ​ເມ​ລິ​ກາ ​ແລະ ອາ​ຟຣິກກາ​ຕາ​ເວັນ​ຕົກ. ວິທີ ທີ່​ທີ​ມວິ​ໄຈ​ຍີ່ປຸ່ນ​ຄົ້ນຄວ້າ​ໄດ້​ນັ້ນ​ເອີ້ນວ່າ ”​ໄພຣ​ເມີ” ​ເຊິ່ງຈະ​ເຂົ້າ​ໄປ​ເພີ່ມ​ຂະໜາດ​ຂອງ​ລະຫັດ​ພັນທຸ​ກຳ​ສະ​ເພາະ ​ຢູ່​ໃນ​ໄວ​ຣັສອີ​ໂບລາ


ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 2 ​ເດືອນ​ກັນຍາ, ສາ​ສະ​ດາ​ຈານ ຈິ​ໂຣ ຍາ​ຊຸຕະ ​ແລະ ທີ​ມວິ​ໄຈ ຈາກ​ມະຫາ​ວິທະຍາ​ໄລນາງ​າຊາ​ກິ ຄົ້ນພົບ​ວິທີ​ໃໝ່​ໃນ​ການ​ກວດຫາ​ເຊື້ອ​ໄວຣັສອີ​ໂບລາ ພວມ​ແຜ່​ລະບາດຢ່າງ​ຮຸນ​ແຮງ, ທີ່​ມີລາຄາ​ຖືກ​ກວ່າ​ວິທີ ທີ່​ໃຊ້​ຢູ່​ໃນ​ສະຫະລັດ​ອາ​ເມ​ລິ​ກາ ​ແລະ ອາ​ຟຣິກກາ​ຕາ​ເວັນ​ຕົກ.
ວິທີ ທີ່​ທີ​ມວິ​ໄຈ​ຍີ່ປຸ່ນ​ຄົ້ນຄວ້າ​ໄດ້​ນັ້ນ​ເອີ້ນວ່າ ”​ໄພຣ​ເມີ” ​ເຊິ່ງຈະ​ເຂົ້າ​ໄປ​ເພີ່ມ​ຂະໜາດ​ຂອງ​ລະຫັດ​ພັນທຸ​ກຳ​ສະ​ເພາະ ​ຢູ່​ໃນ​ໄວ​ຣັສອີ​ໂບລາ ທີ່​ຢູ່​ໃນ​ຕົວຢ່າງ​ເລືອດ ​​ໂດຍ​ຈະ​ໃຊ້​ອາ​ເອັນ​ເອ ​ເຊິ່ງ ສາມາດ​ວິ​ເຄາະ​ລະຫັດ​ດີ​ເອັນ​ເອໄດ້​ ໄປ​ປະສົມ​ກັບ​ໄພຣ​ເມີ ​ແລະ ມີ​ຄວາມ​ຮ້ອນ 60-65 ອົງສາ, ຖ້າ​ຫາກ​ຕົວຢ່າງ​ເລືອດ​ມີ​ເຊື້ອ​ໄວຣັສອີ​ໂບລາ ດີ​ເອັນ​ເອ ຂອງ​ໄວຣັສ ຈະ​ປາກົດ​ຂຶ້ນພາຍ​ໃນ 30 ນາທີ, ຂະນະ​ດຽວ​ກັນ ຕົວຢ່າງ​ຂອງ​​ແຫລວ ຈະ​ຂຸ່ນ ​​ເຊິ່ງຢືນຢັນ​ໄດ້​ວ່າ ຕົວຢ່າງ​ເລືອດ​ນັ້ນຕິດ​ເຊື້ອ​ໄວຣັສອີ​ໂບລາ.
ປັດຈຸບັນ​ວິທີ​ການກວດ​ຫາ​ເຊື້ອ​ໄວຣັສອີ​ໂບລາ ທີ່​ໃຊ້​ກັນ​ຢູ່ ຈະ​ໃຊ້​ວິທີປະຕິ​ກິ​ລິ​ຍາ​ພີ​ຊີ​ອາ, ​ໂດຍ​ແພດ ຈະ​ຕ້ອງ​ໃຫ້​ຄວາມ​ຮ້ອນ ​ແລະ ຄວາມ​ເຢັນ​ຕົວຢ່າງ​​ເລ​ືອດຊ້ຳໆກັນ ​ເຊິ່ງຈະ​ໃຊ້​ເວລາ​ດົນ​ນານ​ກວ່າ 2 ຊົ່ວ​ໂມງ, ​ແຕ່​ວິທີ​ໃໝ່​ນີ້​ໃຊ້​ເວລາ​ໜ້ອຍ ​ແລະ ມີຄ່າ​ໃຊ້​ຈ່າຍ​ທີ່​ຖືກກວ່າ, ລະບົບ​ດັ່ງກ່າວ ມີຄ່າ​​ໃຊ້​ຈ່າຍພຽງ​ແຕ່ 10.000 ​ເຢນ (ສະກຸນ​ເງິນ​ຍີ່ປຸ່ນ) ​ເຊິ່ງ​ເໝາະ​ສົມ​ກັບປະ​ເທດ​ພວມ​ພັດທະນາ.

 

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top