ພາຍຸ​ເຂດ​ຮ້ອນເລີ່​ມກໍ່​ຕົວ​ຂຶ້ນໃນ​ແຄມຝັ່ງ​​​ແມັກ​ຊິກ

04/09/2014 09:41
Email Print 663
ຂປລ ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ​ໃນ​ວັນ​ທີ 3​ ເດືອນກັນຍາ ປີ 2014, ນັກ​ອຸຕຸນິຍົມ​ວິ​ທະຍາ​ເຕືອນ​ວ່າ: ພາຍຸ​ເຂດ​ຮ້ອນ 2​ ໜ່ວຍ ພວມ​ກໍ່​ຕົວຂຶ້ນຢູ່ແຄມສອງ​ຝັ່ງ​ຂອງ​ເມັກ​ຊິກ ອາດ​ຈະມີ​ຄວາມ​ສ່ຽງ ​ເຮັດ​ໃຫ້ເກີດຝົນຕົກໜັກ​ໃນ​ຫລາຍ​ລັດ ​ແລະ ນ້ຳຖ້ວມ​ ທາງ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ປະ​ເທດ.

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ​ໃນ​ວັນ​ທີ 3​ເດືອນ ​ກັນຍາ ປີ 2014, ນັກ​ອຸຕຸນິຍົມ​ວິ​ທະຍາ​ເຕືອນ​ວ່າ: ພາຍຸ​ເຂດ​ຮ້ອນ 2​ ໜ່ວຍ ພວມ​ກໍ່​ຕົວຂຶ້ນຢູ່ແຄມສອງ​ຝັ່ງ​ຂອງ​ເມັກ​ຊິກ ອາດ​ຈະມີ​ຄວາມ​ສ່ຽງ ​ເຮັດ​ໃຫ້ເກີດຝົນຕົກໜັກ​ໃນ​ຫລາຍ​ລັດ ​ແລະ ນ້ຳຖ້ວມ​ ທາງ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ປະ​ເທດ.
ສູນ​ເຮີຣິ​ເຄນ​ແຫ່ງ​ຊາດ​ຂອງສະຫະລັດ​ອາ​ເມ​ລິ​ກາ​ແຈ້ງວ່າ: ພາຍຸ​ເຂດ​ຮ້ອນ​​ໂດນລີ ພວມ​ກໍ່​ຕົວຂຶ້ນ​ໃນ​ອ່າວ​​ແມັກ​ຊິກ ​ແລະ ອ່ອນ​ກຳລັງ​ລົງ​ໜ້ອຍ​ໜຶ່ງ ຂະນະ​ທີ່ເຄື່ອນຕົວ​ມຸ່ງໜ້າ​​ເຂົ້າ​ໃກ້​ຝັ່ງ​ໂດຍ​ມີ​ຄວາມ​​ໄວລົມ​ໃກ້​ສູນ​ກາງ 75 ກິ​ໂລ​ແມັດ​/ຊົ່ວ​ໂມງ. ຄາດ​ວ່າ​ ຈະ​ຂຶ້ນ​ເຂົ້າຝັ່ງລັດ​ຕາ​ເມົາລີ​ປັສ ທາງ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ປະ​ເທດ​ໃນ​ມື້ນີ້ ແລະ ຈະ​ເຮັດ​ໃຫ້​ເກີດ​ຝົນຕົກ​ໜັກ ຢູ່​ລັດ​ເມົາລີ​ປັສ, ລັດ​ນວຍ​ໂວ​ເລ​ອອງ, ລັດ​ເວຣາກຣູຊ ​ແລະ ລັດ​ຊັນ​ລຸຍ​ສ​ໂປ​ໂຕ​ຊີ ຊຶ່ງ​ອາດ​ເຮັດ​ໃຫ້​ເກີດ​ນ້ຳຖ້ວມຢ່າງກະທັນຫັນ ແລະ ດິນ​ເຈື່ອນ​ຕາມ​ເຂດ​ພູ.
ສ່ວນ​ຝັ່ງ​ດ້ານ​ມະຫາ​ສະມຸດ​ປາຊີ​ຟິກ ພາຍຸ​ເຂດ​ຮ້ອນ​ນໍ​ຣແມນ​ເຮີ​ເບີ​ດ( Norman Hebert) ພວມ​ເຄື່ອນ​ຕົວ​ອອກຫ່າງ​ຈາກ​ເມືອງ​ມັນ​ຊາ​ນີ​ໂຍ 240 ກິ​ໂລ​ແມັດ ມີ​ຄວາມ​ໄວ​ລົມ​ໃກ້ສູນ​ກາງ 65 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ຄາດ​ວ່າ​ຈະ​ເຄື່ອນ​ຕົວ​​ເຂົ້າເຖິງ​ປາຍ​ສຸດ​ຂອງ​ແຫລມ​ມະຫາ​ສະໝຸດ Baja Peninsula, ​ໃນ​ວັນ​ທີ 4​ເດືອນ​ກັນຍາ​ນີ້ ແລະ ຈະ​ເຮັດ​ໃຫ້​ເກີດ​ຝົນຕົກ​ໜັກ​ໃນ​ລັດ​ໂກ​ລີ​ມາ, ລັດ​ມິ​ໂຊ​ອາ​ກັງ ​ແລະ ລັດ​ຮາ​ລິ​ສ​ໂກ. ສຳລັບ​ເມັກ​ຊິກ​​ ເຄຍຖືກ​ພາຍຸ​​ເຮີຣິ​ເຄນ ແລະ ມາ​ນູ​ເອລ ພັດ​ເຂົ້າພ້ອມ​ກັນ​ທັງ​ສອງ​ຝັ່ງ​ເມື່ອ​ປີ​ກາຍ​ນີ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ ຊີວິດ 157ຄົນ/.

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top