ຂປລ
ຂປລ. ລັດຖະບານອົດສະຕຣາລີ ໃຫ້ທຶນສະໜັບສະໜູນຈຳ ນວນ 86 ລ້ານໂດລາອົດສະຕຣາລີ ຫລື ປະມານ 631 ຕື້ກີບ ເຂົ້າໃນແຜນງານການສຶກສາຂັ້ນພື້ນຖານຢູ່ ສປປ ລາວ ເພື່ອປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດ ການເຂົ້າ ເຖິງການສຶກສາຂັ້ນພື້ນຖານ


ຂປລ. ລັດຖະບານອົດສະຕຣາລີ ໃຫ້ທຶນສະໜັບສະໜູນຈຳນວນ 86 ລ້ານໂດລາອົດສະຕຣາລີ ຫລື ປະມານ 631 ຕື້ກີບ ເຂົ້າໃນແຜນງານການ ສຶກສາຂັ້ນພື້ນຖານຢູ່ ສປປ ລາວ ເພື່ອປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານ ແລະ ໄດ້ເປີດໂຄງການ ດັ່ງກ່າວຢ່າງເປັນທາງການ ໃນວັນທີ 5 ກໍລະກົດ 2014 ຜ່ານມາ ທີ່ໂຮງຮຽນປະຖົມບ້ານຫ້ອມເໜືອ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ດຣ. ພັນຄຳ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ທ່ານນາງ ຈູລີ ບີຊ໊ອບ ລັດຖະມົນຕີວ່າການກະຊວງ ການຕ່າງ ປະເທດອົດສະຕຣາລີ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.
ທ່ານນາງ ຈູລີ ບີຊ໊ອບ ໄດ້ໃຫ້ຮູ້ວ່າ: ແຜນງານໃໝ່ ເພື່ອປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າ ເຖິງການສຶກສາຂັ້ນພື້ນຖານ ຢູ່ ສປປ ລາວ ຂອງລັດຖະບານອົດສະຕຣາລີ ນີ້ ຈະໃຫ້ການຊ່ວຍເຫລືອແກ່ເດັກນ້ອຍທັງ ຍິງ ແລະ ຊາຍ ປະມານ 450.0000 ຄົນ ເພື່ອຊ່ວຍໃຫ້ພວກເຂົາ ສາມາດອ່ານອອກ, ຂຽນໄດ້, ຄິດໄລ່ເລກເປັນ ແລະ ເພີ່ມທັກສະຊີວິດດ້ານອື່ນໆ ເຮັດໃຫ້ເຂົາເຈົ້າມີອະນາຄົດທີ່ດີໃນຕໍ່ໜ້າ, ເຊິ່ງງົບປະມານຈຳນວນ ດັ່ງກ່າວເປັນການຊ່ວຍ ເຫລືອເບື້ອງຕົ້ນ ຈະກວມເອົາ 4 ປີທຳອິດຂອງໂຄງການໄລຍະ 10 ປີ; ລັດຖະບານອົດສະຕຣາລີ ຈະເຮັດວຽກຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ຂອງລາວ ເພື່ອໃຫ້ບັນລຸເປົ້າໝາຍ ເຮັດໃຫ້ການສຶກສາຂັ້ນປະຖົມມີຄຸນນະພາບແກ່ ເດັກນ້ອຍລາວທັງໝົດ ລວມ ທັງຜູ້ທີ່ດ້ອຍໂອກາດຫລາຍທີ່ສຸດດ້ານການສຶກສາເຊັ່ນ: ເດັກນ້ອຍຍິງ, ເດັກນ້ອຍຊົນເຜົ່າ ແລະ ເດັກພິການ. ພ້ອມກັນນັ້ນ, ໃນສົກປີນີ້ ລັດຖະບານ ອົດສະຕຣາລີ ຈະໃຫ້ທຶນການສຶກສາແກ່ນັກຮຽນລາວ 50 ທຶນ ເພື່ອໄປສຶກສາໄລຍະຍາວຢູ່ປະເທດອົດສະຕຣາລີ ແລະ 70 ທຶນ ແມ່ນສຶກສາ ລະດັບປະລິນຍາ ຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ດຣ. ພັນຄຳ ວິພາວັນ ໄດ້ຕາງໜ້າລັດຖະບານລາວ ສະແດງຄວາມຂອບອົກຂອບໃຈມາຍັງ ລັດຖະບານອົດສະຕຣາລີ ທີ່ໄດ້ ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ຕະຫລອດມາ ໂດຍສະເພາະແມ່ນດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ. ໂຄງການດັ່ງກ່າວແມ່ນມີຄວາມໝາຍສຳຄັນທີ່ສຸດສຳລັບ ສປປ ລາວ, ເປັນປັດໄຈພື້ນຖານສຳຄັນໃຫ້ແກ່ການພັດທະນາຊັບພະຍາກອນມະນຸດໃຫ້ມີ ທັກສະ, ຄວາມຮູ້ ແລະ ຄວາມສາມາດ ໃນລະດັບມາດຖານທີ່ແນ່ນອນສາມາດເຊື່ອມໂຍງ ແລະ ກ້າວເຂົ້າເປັນປະຊາຄົມອາຊຽນໃນອະນາຄົດ./.
KPL