ຂປລ
ຂປລ. ສະພາບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະ ກິດ-ສັງຄົມ ຕົ້ນສົກປີ 2013-2014 ຜ່ານມານີ້ ມີທັງເງື່ອນ ໄຂສະດວກ ແລະ ສິ່ງທ້າທາຍ ຫລາຍປະການ ໂດຍສະ ເພາະຄວາມຫຍຸ້ງຍາກ ທາງດ້ານການເງິນ-ງົບປະມານ ຂອງ ປະເທດ ທີ່ຍັງບໍ່ສາມາດແກ້ໄຂໄດ້ຢ່າງຂາດຕົວ

ຂປລ. ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕົ້ນສົກປີ
2013-2014 ຜ່ານມານີ້ ມີທັງເງື່ອນໄຂສະດວກ ແລະ ສິ່ງທ້າທາຍ ຫລາຍປະການ
ໂດຍສະເພາະຄວາມຫຍຸ້ງຍາກທາງດ້ານການເງິນ-ງົບປະມານ ຂອງປະເທດ
ທີ່ຍັງບໍ່ສາມາດແກ້ໄຂໄດ້ຢ່າງຂາດຕົວ ອັນໄດ້ສົ່ງຜົນ ກະທົບດ້ານລົບ
ຕໍ່ແຜນພັດທະນາ ເຊິ່ງການຄາດຄະເນລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ໃນສົກປີ
2013-2014 ເພີ່ມຂຶ້ນປະມານ 7,6% ຖ້າທຽບໃສ່ແຜນການ ກຳນົດໄວ້ 8,3% ປະຕິບັດໄດ້
91,5%, ສາມາດສ້າງມູນຄ່າເພີ່ມໃນລາຄາປັດຈຸບັນ ໄດ້ປະມານ 91.000 ກວ່າຕື້ກີບ
ແລະ ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ ຄົນໄດ້ 1.692 ໂດລາສະຫະລັດ ຫລື ປະມານ
13 ລ້ານກວ່າກີບ.
ທ່ານ ສົມດີ ດວງດີ
ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ
ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຊຸດທີ VII
ໂດຍທ່ານໄດ້ຍົກໃຫ້ເຫັນການຂະຫຍາຍຕົວຂອງ ຂະແໜງກະສິກຳ ເພີ່ມຂຶ້ນປະມານ 2,9%,
ຂະແໜງອຸດສາຫະກຳເພີ່ມຂຶ້ນປະມານ 8,7% ແລະ ຂະແໜງບໍລິການເພີ່ມຂຶ້ນປະມານ 9,3%.
ສຳລັບການເກັບລາຍຮັບໃນຕົ້ນສົກປີ 2013-2014 ນີ້ ສາມາດປະຕິບັດໄດ້ 9.223
ຕື້ກວ່າກີບ, ເທົ່າກັບ 36% ຂອງແຜນ ການ, ໃນຂະນະທີ່ລາຍຈ່າຍເກືອບ 7.778
ຕື້ກວ່າກີບ, ອັດຕາເງິນເຟີ້ສະເລ່ຍ ຢູ່ໃນລະດັບ 6,21%, ອັດຕາແລກປ່ຽນສືບ
ຕໍ່ມີຄວາມສະຫງົບ ແລະ ໝັ້ນທ່ຽງ, ໄລຍະ 6 ເດືອນຕົ້ນປີ
ມູນຄ່າການສົ່ງອອກບັນລຸໄດ້ປະມານ 1.620 ລ້ານໂດລາສະຫະລັດ ເທົ່າກັບ 74,43%,
ທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາເພີ່ມຂຶ້ນ 84,09%,
ສິນຄ້າສົ່ງອອກຕົ້ນຕໍແມ່ນພະລັງງານໄຟຟ້າ, ຜະລິດຕະພັນແຮ່ທາດ, ເຄື່ອງຕັດຫຍິບ,
ສິນຄ້າກະສິກຳ ແລະ ອື່ນໆ. ສ່ວນການນຳເຂົ້າຄາດວ່າຈະບັນລຸປະມານ 1.979
ລ້ານໂດລາສະຫະລັດ, ເທົ່າກັບ 72,49% ຂອງແຜນການ, ທຽບໃສ່ໄລຍະດຽວກັນ
ເພີ່ມຂຶ້ນປະມານ 70,45%, ຄາດຄະເນຂາດດຸນການຄ້າ 359 ລ້ານໂດລາສະຫະລັດ,
ເທົ່າກັບ 3,1% ຂອງຈີດີພີ.
ທ່ານ ສົມດີ ດວງດີ ຍັງໃຫ້ຮູ້ອີກວ່າ:
ການປະຕິບັດໂຄງການລົງທຶນຂອງລັດໃນ 6 ເດືອນ ຜ່ານມາ ມີທັງໝົດ 2.469 ໂຄງການ,
ມູນຄ່າ 2.333 ຕື້ກີບ ເທົ່າກັບ 31% ຂອງແຜນການປີ,
ການປະຕິບັດໂຄງການຊ່ວຍເຫລືອລ້າ ແລະ ກູ້ຢືມມີທັງໝົດ 767 ໂຄງການ, ມູນຄ່າ 4.158
ລ້ານໂດລາສະ ຫະລັດ, ສາມາດດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ 713
ໂຄງການມູນຄ່າ 3.000 ລ້ານໂດລາສະຫະລັດ, ການປ່ອຍສິນເຊື່ອທຸກ
ລະບົບທະນາຄານເພີ່ມຂຶ້ນ 4.000 ຕື້ກວ່າກີບ. ພ້ອມນີ້
ທ່ານຍັງຍົກໃຫ້ເຫັນຜົນສຳເລັດຂອງການພັດທະນາບາງວຽກງານຈຸດສຸມເປັນຕົ້ນແມ່ນການ
ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຕິດພັນກັບວຽກງານສາມສ້າງ,
ການພັດທະນາຂົງເຂດການຜະລິດ, ການພັດທະນາພື້ນຖານ ໂຄງລ່າງ,
ການພັດທະນາຂົງເຂດສັງຄົມ-ວັດທະນະທຳ ແລະ ສິ່ງແວດລ້ອມ, ການພັດທະນາ
ຕາມເຂດແຄວ້ນ ແລະ ອື່ນໆ ລວມເຖິງ ແຜນວຽກຈຸດ ສຸມຂອງການພັດທະນາໃນ 6
ເດືອນທ້າຍສົກປີ./.
KPL