ຄຳມ່ວນ ຈະສຸມໃສ່ສັກວັກຊີນ ກຳຈັດພະຍາດໝາກແດງ ໃຫ້ໄດ້ຕາມຄາດໝາຍ

21/05/2024 14:29
Email Print 7971
ຂປລ ຂປລ. ໃນໂອກາດເປີດຂະບວນການວັນສັກຢາແຫ່ງຊາດ (ວສຊ) ເພື່ອກຳຈັດພະຍາດໝາກແດງນ້ອຍ ແລະ ໝາກໃຫຍ່ ລະຫວ່າງວັນທີ 20-30 ພຶດສະພາ 2024 ນີ້, ພະແນກສາທາລະນະສຸກ ແຂວງຄຳມ່ວນ ຈະສຸມໃສ່ສັກວັກຊີນດັ່ງກ່າວ ໃຫ້ແກ່ລູກຫລານ ທີ່ມີອາຍຸຕ່ຳ ກວ່າ 5 ປີ ທີ່ມີຄວາມສ່ຽງໃນການຕິດເຊື້ອ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.



ຂປລ. ໃນໂອກາດເປີດຂະບວນການວັນສັກຢາແຫ່ງຊາດ (ວສຊ) ເພື່ອກຳຈັດພະຍາດໝາກແດງນ້ອຍ ແລະ ໝາກໃຫຍ່ ລະຫວ່າງວັນທີ 20-30 ພຶດສະພາ 2024 ນີ້, ພະແນກສາທາລະນະສຸກ ແຂວງຄຳມ່ວນ ຈະສຸມໃສ່ສັກວັກຊີນດັ່ງກ່າວ ໃຫ້ແກ່ລູກຫລານ ທີ່ມີອາຍຸຕ່ຳ ກວ່າ 5 ປີ ທີ່ມີຄວາມສ່ຽງໃນການຕິດເຊື້ອ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ທ່ານ ດຣ ແສງທອງ ເສີມລຳວັນ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຄຳມ່ວນ ໄດ້ໃຫ້ສຳພາບຕໍ່ສື່ມວນຊົນໃນວັນທີ 20 ພຶດສະພາ 2024 ນີ້ວ່າ: ພະແນກສາທາລະນະສຸກ ຮ່ວມກັບອົງການປົກຄອງແຂວງຄຳມ່ວນ ເປີດຂະບວນການວັນສັກວັກຊີນ ກັນພະຍາດແຫ່ງຊາດ ເພື່ອກໍາຈັດພະຍາດໝາກແດງນ້ອຍ-ໝາກແດງໃຫຍ່ຢູ່ໃນ ສປປ ລາວ ກໍຄື ແຂວງ ຄໍາມ່ວນ ໃຫ້ໄດ້ຕາມຄາດໝາຍ ເນື່ອງຈາກປີ 2022-2023 ຜ່ານມາ ເຫັນວ່າອັດຕາການປົກຄຸມ ການສັກວັກຊີນກັນພະຍາດໝາກແດງ ຍັງບໍ່ບັນລຸເປົ້າໝາຍ 95% ເຊິ່ງເປັນຊ່ອງຫວ່າງ ອາດຈະເກີດການລະບາດຂອງພະຍາດນີ້ໄດ້. ສະນັ້ນ, ແຂວງຄຳມ່ວນ ຈຶ່ງໄດ້ປີດຂະບວນການສັກວັກຊີນ ກັນພະຍາດດັ່ງກ່າວ ໃຫ້ກຸ່ມເປົ້າໝາຍເດັກອາຍຸ 9 ເດືອນຫາອາຍຸ 5 ປີ ທັງໝົດ 31.985 ຄົນທົ່ວແຂວງ ໃຫ້ໄດ້ຮັບວັກຊີນເກີນ 95 % ຂຶ້ນໄປ ໂດຍບໍ່ໄດ້ເສຍຄ່າ.

ທ່ານ ດຣ ແສງທອງ ເສີມລຳວັນ ຍັງໃຫ້ຮູ້ອີກວ່າ: ອັດຕາການສັກຢາກັນພະຍາດດັ່ງກ່າວ ຢູ່ແຂວງຄໍາມ່ວນ ຍັງບໍ່ທັນບັນລຸໄດ້ຕາມຕົວເລກຄາດໝາຍໃນປີທີ່ຜ່ານມາ ຈຶ່ງເຮັດໃຫ້ມີຄວາມສ່ຽງສູງທີ່ຈະພາໃຫ້ເກີດມີ ການລະບາດໃນຕໍ່ໜ້າ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງ ຜູ້ປົກຄອງນໍາເອົາລູກ ຫລານຂອງຕົນເອງທີ່ມີອາຍຸຕ່ຳ ກວ່າ 5 ປີ ທີ່ມີຄວາມສ່ຽງໃນການຕິດເຊື້ອພະຍາດ ເຂົ້າຮ່ວມສັກຢາປ້ອງກັນພະຍາດ ໝາກແດງນ້ອຍ-ໝາກແດງໃຫຍ່ ເພື່ອສ້າງພູມຄຸ້ມກັນ ແລະ ປ້ອງກັນບໍ່ໃຫ້ເກີດມີການ ແພ່ລະບາດໃຫຍ່ຢູ່ພາຍໃນແຂວງ ໂດຍທາງແຂວງ ໄດ້ກຳນົດຈຸດສັກຢາຄົງທີ່ຕາມໂຮງໝໍແຂວງ, ໂຮງໝໍເມືອງ, ໂຮງໝໍນ້ອຍ ຊຸມຊົນ, ສຸກສາລາ ທັງໝົດ 102 ຈຸດ.

ອີງຕາມຂໍ້ມູນການການຕິດເຊື້ອ ຂອງພະຍາດດັ່ງກ່າວ, ແມ່ນມີອັດຕາການແຜ່ເຊື້ອສູງ, ຕິດເຊື້ອໄດ້ງ່າຍຈາກຄົນຫາຄົນໄດ້ໄວ ແລະ ເປັນສາເຫດໜຶ່ງທີ່ສໍາຄັນຂອງການເຈັບປ່ວຍ, ເຮັດໃຫ້ມີຄວາມສ່ຽງທີ່ຈະເສຍຊີວິດໃນໄວເດັກ. ພ້ອມນີ້, ຍັງມີລາຍງານຈາກປະເທດ ທີ່ກໍາລັງພັດທະນາໃນທົ່ວໂລກ ແມ່ນອັດຕາການເສຍຊີວິດຂອງເດັກນ້ອຍ ຍ້ອນພະຍາດດັ່ງກ່າວສູງເຖິງ 5%-10% ທຽບໃສ່ປີ 2021 ເຫັນວ່າໃນປີ 2022 ແມ່ນເພີ່ມຂຶ້ນ 18% ແລະ ເສຍຊີວິດ 43% ໃນທົ່ວໂລກ ເຮັດໃຫ້ຈຳນວນກໍລະນີ ຜູ້ທີ່ຕິດເຊື້ອໝາກແດງໃຫຍ່ ສະເລ່ຍ 9 ລ້ານຄົນ ແລະ ເສຍຊີວິດ 136.000 ຄົນ ໃນກຸ່ມເດັກນ້ອຍ.

 ສຳລັບ ສປປ ລາວ ກໍມີປະຫວັດການເກີດລະບາດ ຂອງພະຍາດໝາກແດງ ໃນຫລາຍພື້ນທີ່ທົ່ວປະເທດ ເຊັ່ນ: ປີ 2018 ເກີດການລະບາດພະຍາດ ໝາກແດງນ້ອຍ-ໝາກແດງໃຫຍ່ ຢູ່ເຂດທົ່ງນາມີ ເມືອງປາກກະດິງ, ປີ 2019 ເກີດການລະບາດຢູ່ ນະຄອນຫລວງວຽງຈັນ, ປີ 2020  ລະບາດຢູ່ແຂວງວຽງຈັນ ແລະ ຂົງເຂດອື່ນໆໃນທົ່ວປະເທດ. ສະນັ້ນ, ເພື່ອປ້ອງກັນການແພ່ລະບາດ ຂອງພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່ ປະເທດເຮົາກໍມີຄວາມຈຳເປັນ ຕ້ອງໄດ້ຈັດວັນສັກວັກຊີນ ຢ່າງເປັນຂະບວນການ ເຊິ່ງ ສປປ ລາວ ແມ່ນ 1 ໃນ 3 ປະເທດ ທີ່ມີແຜນຈັດຕັ້ງປະຕິບັດ ວັນສັກຢາກັນພະຍາດແຫ່ງຊາດ ປີ 2024 (ມາເລເຊຍ, ກໍາປູເຈຍ ແລະ ລາວ).

ຂ່າວ-ພາບ:ວຽງສະຫວັນ

KPL

ຂ່າວອື່ນໆ

ads
ads

Top