ກ່ອນເປີດຂະບວນ ວສຊ ຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ກະກຽມຄວາມພ້ອມຫລາຍດ້ານ

21/05/2024 14:34
Email Print 6501
ຂປລ ຂປລ. ກ່ອນເປີດຂະບວນການ ວັນສັກຢາກັນພະຍາດແຫ່ງຊາດ (ວສຊ) ໝາກແດງນ້ອຍ-ໝາກແດງໃຫຍ່ ໃນຄັ້ງນີ້, ທາງຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ພະແນກສາທາລະນະສຸກ ແຂວງຄໍາມ່ວນ ໄດ້ມີການກະກຽມຄວາມພ້ອມຫລາຍດ້ານ ເປັນຕົ້ນ ແມ່ນການຂຶ້ນແຜນຈຸລະພາກ ທາງດ້ານງົບປະມານ, ຢາວັກຊີນ ແລະ ອຸປະກອນ, ປະສານ ແລະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເກັບກຳເປົ້າໝາຍເດັກອາຍຸ 9 ເດືອນ ຫາ 59 ເດືອນ 37.718 ຄົນ



ຂປລ. ກ່ອນເປີດຂະບວນການ ວັນສັກຢາກັນພະຍາດແຫ່ງຊາດ (ວສຊ) ໝາກແດງນ້ອຍ-ໝາກແດງໃຫຍ່ ໃນຄັ້ງນີ້, ທາງຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ພະແນກສາທາລະນະສຸກ ແຂວງຄໍາມ່ວນ ໄດ້ມີການກະກຽມຄວາມພ້ອມຫລາຍດ້ານ ເປັນຕົ້ນ ແມ່ນການຂຶ້ນແຜນຈຸລະພາກ ທາງດ້ານງົບປະມານ
, ຢາວັກຊີນ ແລະ ອຸປະກອນ, ປະສານ ແລະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເກັບກຳເປົ້າໝາຍເດັກອາຍຸ 9 ເດືອນ ຫາ 59 ເດືອນ 37.718 ຄົນ, ຝຶກອົບຮົມທາງດ້ານວິຊາການໃຫ້ຂັ້ນເມືອງ ແລະ ສຸກສາລາ, ກະກຽມທີມແພດ ແລະ ກຳນົດຈຸດບໍລິການສັກຢາວັກຊີນ.

ທ່ານ ສົມບູນ ຄຳພິທູນ ຫົວໜ້າຂະແໜງອານາໄມ ແລະ ສົ່ງເສີມສຸຂະພາບ, ພະແນກສາທາລະນະສຸກແຂວງ ຄຳມ່ວນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນພິທີເປີດຂະບວນການວັນສັກຢາແຫ່ງຊາດ ເພື່ອກຳຈັດພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່ ໃນວັນທີ 20 ພຶດສະພາ 2024 ວ່າ: ກ່ອນເປີດຂະບວນການ ວັນສັກຢາກັນພະຍາດແຫ່ງຊາດ ໝາກແດງໃຫຍ່-ໝາກແດງນ້ອຍ ໃນຄັ້ງນີ້, ຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບໄດ້ມີການກະກຽມຄວາມພ້ອມຫລາຍດ້ານ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວ ບັນລຸຄາມຄາດໝາຍທີ່ວາງໄວ. ພ້ອມນີ້, ໄລຍະທີ່ເປີດຂະ ບວນການດັ່ງກ່າວ ແຕ່ວັນທີ 20-30 ພຶດສະພາ ນີ້, ຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ຈະເອົາໃຈໃສ່ ລົງຊຸກຍູ້ຕິດຕາມຢ່າງໃກ້ສິດ ກັບທີ່ມງານແພດທີ່ລົງບໍລິການ ສັກຢາວັກຊີນກັນພະຍາດ ຢູ່ແຕ່ລະຈຸດບໍລິການໃນແຕ່ລະມື້ ເພື່ອຕິດຕາມຜົນຂອງ ການບໍລິການເປັນແນວໃດ, ມີເປົ້າໝາຍມາຮັບບໍລິການຄົບ ຫລື ບໍ່ຄົບ, ຕ້ອງໃຫ້ຮູ້ຖ້າມີບັນຫາ ຫຫລື ສີ່ງທ້າທາຍຕ່າງໆເກີດຂຶ້ນ ພວກເຮົາຈະໄດ້ສົມທົບກັບ ພາກສ່ວນກ່ຽວຂ້ອງຊ່ວຍກັນແກ້ໄຂ ແລະ ລາຍງານໃຫ້ຂັ້ນເທິງທັນເວລາ ເຊິ່ງທົ່ວແຂວງຄໍາມ່ວນ ມີຈຸດໃຫ້ບໍລິການສັກຢາທັງໝົດ 102 ຈຸດ ແລະ ທີມແພດລົງບໍລິການທັງໝົດ 170 ທີມ.

ທ່ານ ສົມບູນ ຄຳພິທູນ ຍັງໄດ້ໃຫ້ຮູ້ຕື່ມວ່າ: ການປຸກລະດົມ ແລະ ໂຄສະນາສຸກຂະສຶກສາໃຫ້ປະຊາຊົນ ຮັບຮູ້ທົ່ວເຖິງໃນວັນສໍາຄັນດັ່ງກ່າວນີ້, ຂະແໜງອານາໄມ ແລະ ສົ່ງເສີມສຸຂະພາບ ໄດ້ມີການໂຄສະນາຫລາຍຮູບແບບ ເປັນຕົ້ນ ແມ່ນລົງໂຄສະນາ ສຸກຂະສຶກສາ ຕາມຈຸດຕ່າງໆ ແລະ ເລັງໃສ່ບັນດາບ້ານທີ່ບໍ່ໃຫ້ການຮ່ວມມື ໃນໄລຍະຜ່ານມາ, ຕິດປ້າຍໂຄສະນາ, ແຈກຢາຍໂປຣສະເຕີ , ແຜນພັບ, ໂຄສະນາທາງໂທລະພາບ, ວິທະຍຸກະຈາຍສຽງ, ໂທລະໂຄ່ງຂອງບ້ານ ແລະ ທາງສື່ອອນລາຍຕ່າງໆ ເພື່ອເຮັດໃຫ້ວັນສັກຢາ ກັນພະຍາດແຫ່ງຊາດໃນຄັ້ງນີ້ ເປັນວັນສໍາຄັນ, ເປັນຂະບວນຟົດຟື້ນຢ່າງກວ້າງຂວາງ, ໃຫ້ທຸກພາກສ່ວນເຂົ້າໃຈ ແລະ ມີສ່ວນຮ່ວມນໍາກັນ ຈຶ່ງຈະເຮັດໃຫ້ແຂວງຄໍ່ມ່ວນ ບັນລຸຕາມເປົ້າໝາຍ 95% ຂຶ້ນໄປ.

ຂ່າວ-ພາບ: ວຽງສະຫວັນ

KPL

ຂ່າວອື່ນໆ

ads
ads

Top