ຫັດຖະກຳຄຳແສນ ສ້າງຄົນສ້າງອາຊີບ

26/06/2024 11:01
Email Print 454
ຂປລ ຫັດຖະກໍາຄໍາແສນ ບໍ່ພຽງປະກອບສ່ວນພັດທະນາເສດຖະກິດ-ສັງຄົມເທົ່ານັ້ນ ຫາກຍັງສ້າງວຽກເຮັດງານທໍາໃຫ້ແມ່ຍິງພາຍໃນເມືອງທຸລະຄົມ ແຂວງວຽງຈັນອີກດ້ວຍ.

     *ຫັດຖະກໍາຄໍາແສນ ບໍ່ພຽງປະກອບສ່ວນພັດທະນາເສດຖະກິດ-ສັງຄົມເທົ່ານັ້ນ ຫາກຍັງສ້າງວຽກເຮັດງານທໍາໃຫ້ແມ່ຍິງພາຍໃນເມືອງທຸລະຄົມ ແຂວງວຽງຈັນອີກດ້ວຍ ສໍາລັບຄົນທ່ີມີຄວາມມັກ, ຮັກໃນການຕ່ໍາຫູກທໍໄໝໃຫ້ເຂົ້າມາມີສ່ວນຮ່ວມໃນ ການສ້າງສັນຜະລິດຕະພັນຫັດຖະກໍາຕໍ່າແຜ່ນທ່ີສວຍງາມ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມທີ່ນັບມື້ເພີ່ມຂຶ້ນ ໂດຍຈຸດນີ້ກໍເປັນຈຸດດີທ່ີຈະເຮັດໃຫ້ການສ້າງວຽກສ້າງອາຊີບຂອງປະຊາຊົນມີຄວາມໝັ້ນຄົງຫລາຍຂຶ້ນ.


     ນາງ ສົມເພັດ  ໂຄດສີເມືອງ ໃຫ້ຮູ້ໃນໂອກາດເຂົ້າຮ່ວມງານສະເຫລີມສະຫລອງລາຍນາກ  ຮັບນາມມະຍົດໃຫ້ເປັນມໍລະດົກໂລກທີ່ຜ່ານມາວ່າ: ການເຮັດອາຊີບນີ້ ແມ່ນເລ່ີມມາແຕ່ຍັງນ້ອຍ  ເນື່ອງຈາກວ່າຜູ້ເປັນແມ່ບໍ່ໄດ້ຮຽນໜັງສືຈຶ່ງຍຶດອາຊີບຕໍ່າຫູກ ຂາຍ ເພື່ອລ້ຽງຄອບຄົວເຮັດມາໄດ້ຫລາຍປີຈ່ຶງເຮັດໃຫ້ຄົນຮູ້ຈັກຫລາຍຂຶ້ນ ແມ່ເພິ່ນຈຶ່ງໄດ້ເຕົ້າໂຮມເອ້ືອຍນ້ອງແມ່ຍິງພາຍໃນບ້ານໂພນໝີ  ເມືອງວຽງຄໍາ ແຂວງວຽງຈັນ ໃຫ້ມາເຮັດຮ່ວມກັນແຕ່ຕອນນັ້ນຍັງບ່ໍໄດ້ເປັນທຸລະກິດໃຫຍ່ ມີແຕ່ເຮັດຂາຍເລັກນ້ອຍ ເທ່ົານ້ັນ.

ຈົນຕົກມາໄລຍະປີ 2004 ຂ້າພະເຈົ້າຜູ້ເປັນລູກ ໃນເມື່ອກ່ອນກໍເຮັດວຽກຢູ່ໂທລະພາບ ໄດ້ມີໂອກາດລົງໄປເຮັດວຽກຢູ່ນໍາປະຊາຊົນ  ເຮັດສາລະຄະດີການທ່ອງທ່ຽວທັງພາກໃຕ້ ແລະ ພາກເໜືອ ຈຶ່ງໄດ້ມີໂອກາດເຫັນເອ້ືອຍນ້ອງແມ່ຍິງລາວ ເຮົາຕ່ໍາຫູກໃນແຕ່ລະຊົນເຜົ່າຈຶ່ງມີແນວຄວາມຄິດຢາກສົ່ງເສີມເອື້ອຍນ້ອງແມ່ຍິງ  ຜະລິດຫັດຖະກໍາຕ່ໍາຫູກເປັນສິນຄ້າ ອີກຢ່າງໜຶ່ງຄອບຄົວກໍມີພື້ນຖານການຜະລິດແບບນີ້ຢູ່ແລ້ວ ຈຶ່ງໄດ້ສຶກສາການວິເຄາະການຕະຫລາດ ແລະ  ເບິ່ງຄວາມເປັນໄປໄດ້ໃນອາຊີບນີ້ ເມື່ອຕັດສິນອອກຈາກວຽກມາເຮັດອາຊີບນ້ີ ຢ່າງຈິ່ງຈັງກໍຄືການສົ່ງເສີມເອື້ອຍນ້ອຍແມ່ຍິງທ່ີມີພື້ນຖານການຕໍ່າຫູກທໍໄໝ  ແລະ ມີໃຈມັກໃນອາຊີບນີ້ມາເຮັດນໍາ ໂດຍຕົນເອງຈະເປັນຄົນຊອກຕະຫລາດແລ້ວ ໃຫ້ແມ່ເປັນຄົນຜະລິດເປັນຕົ້ນສິ້ນ,  ແພເສື້ອ, ຜ້າພັນຄໍ  ແລະ ພັດນະນາມາເປັນກະເປົາພາຍໂດຍໃຊ້ຜ້າລາຍນາກຕົບແຕ່ງເພື່ອຄວາມສວຍງາມ ເນື່ອງຈາກວ່າແພແຕ່ລະລາຍມີຄວາມສວຍງາມ  ແລະ ມີເອກະລັກຂອງແຕ່ລະແຂວງ ສະນັ້ນ, ຈຶ່ງນໍາເອົາມາປະຍຸກເປັນຜະລິດຕະພັນຕ່າງໆຕາມຄວາມ ຕ້ອງການຂອງສັງຄົມໃນປັດຈຸບັນ ທ່ີນັບມືເພີ່ມຂຶ້ນເລື້ອຍໆ  ເນື່ອງຈາກວ່າຫລາຍສິບປີທ່ີໄດ້ກ້ີງເກືອກລີເລືອກັບອາຊີບນ້ີມາໄດ້ ພັດທະນາທັງຄຸນນະພາບ  ແລະ ຮູບແບບໃໝ່ຢູ່ຕະຫລອດເພື່ອໃຫ້ເຂົ້າກັບຍຸກສະໄໝ ຈຶ່ງເຮັດໃຫ້ຫັດຖະກໍາປ້າຄໍາແສນ ຈາກ ບ້ານ ໂພນໝີ ຄອງໃຈລູກຄ້າມາຍາວນານ  ເຊິ່ງຈຸດນີ້ກໍໄດ້ປະກອບສ່ວນສ້າງວຽກເຮັດງານທໍາໃຫ້ເອື້ອຍນ້ອງແມ່ຍິງ  ໃນຫລາຍບ້ານຂອງ ແຂວງວຽງຈັນ ມີອາຊີບເສີມເພີ່ມລາຍຮັບເຂົ້າຄອບຄົວບໍ່ຕໍ່າກວ່າ 3-4 ລ້ານກີບຕໍ່ເດືອນ.

   ນາງເວົ້າຕື່ມວ່າ: ການເຮັດອາຊີບນີ້ ຖືເປັນຄວາມພາກພູມໃຈ  ເພາະນອກຈາກສ້າງລາຍຮັບເຂົ້າຄອບຄົວຕົນເອງແລ້ວ ຍັງຊ່ວຍອີກຫລາຍໆຄອບຄົວໄດ້ອີກ ພ້ອມດຽວກັນກໍຍັງເປັນການຮັກສາມູນເຊື້ອອັນດີງາມ ຂອງແມ່ຍິງລາວໃຫ້ຄຽງຄູ່ສັງຄົມລາວຕະຫລອດໄປ.

ບົດໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top