ພົບປະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ

26/06/2024 13:46
Email Print 1154
ຂປລ ຂປລ. ໃນວັນທີ 26 ມິຖຸນາ 2024 ຢູ່ນະຄອນຫລວງວຽງຈັນ, ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງ ຄະນະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາ ຂ້າມຊາດ ຄັ້ງທີ 24 ເຊິ່ງນໍາໂດຍ ທ່ານ ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການກະຊວງ ປກສ, ປະທານກອງປະຊຸມ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ ຂອງ ສປປ ລາວ.



ຂປລ. ໃນວັນທີ
26 ມິຖຸນາ 2024 ຢູ່ນະຄອນຫລວງວຽງຈັນ, ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງ ຄະນະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາ ຂ້າມຊາດ ຄັ້ງທີ 24 ເຊິ່ງນໍາໂດຍ ທ່ານ ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການກະຊວງ ປກສ, ປະທານກອງປະຊຸມ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ ຂອງ ສປປ ລາວ.

ໂອກາດນີ້ ທ່ານ ພົຕ ສຸລິນະ ແກ້ວປະເສີດ ໄດ້ລາຍງານສະພາບຄວາມພ້ອມ ແລະ ບັນຫາສໍາຄັນທີ່ຈະໄດ້ມີການປຶກສາຫາລື ແລະ ແລກປ່ຽນບົດຮຽນນໍາກັນ ຂອງບັນດາເຈົ້າໜ້າທີ່ອາວຸໂສ ທີ່ຮັບ ຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ ຈາກບັນດາປະເທດ ສະມາຊິກອາຊຽນ, ປະເທດສັງເກດການ ແລະ ຄູ່ຮ່ວມເຈລະຈາ ຢູ່ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດຄັ້ງທີ 24 ທີ່ ສປປ ລາວ ເປັນເຈົ້າພາບ ເຊິ່ງມີຫລາຍບັນຫາທີ່ຈະຕ້ອງໄດ້ຮ່ວມມືກັນໃນຕໍ່ໜ້າ ແນໃສເຮັດໃຫ້ພາກພື້ນ ແລະ ສາກົນ ມີຄວາມສະຫງົບ.

ພ້ອມກັນນີ້, ທ່ານ ພົທ ກົງທອງ ພົງວິຈິດ  ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ບັນດາຄະນະຜູ້ແທນທີ່​ເດືນທາງ​ມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າກອງປະຊຸມໃນຄັ້ງນີ້, ຈະເຮັດໃຫ້ວຽກງານການພົວພັນຮ່ວມມື ລະຫວ່າງ ປະເທດສະມາຊິກອາຊຽນ, ປະເທດສັງເກດການ ແລະ ບັນດາປະເທດຄູ່ຮ່ວມເຈລະຈາ ຕໍ່ກັບການສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ຈະເປັນບາດກ້າວ ທີ່ສໍາຄັນໃນການສ້າງພາກພື້ນອາຊຽນ ກໍຄື ສາກົນໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ເຊິ່ງຈະເປັນພື້ນຖານໃຫ້ແກ່ ການພັດທະນາ ເສດຖະກິດ-ສັງຄົມ ຂອງພາກພື້ນອາຊຽນ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ປິດລົງດ້ວຍຜົນສຳເລັດອັນຈົບງາມອາຊຽນ ASEAN

      ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ປິດລົງດ້ວຍຜົນສຳເລັດອັນຈົບງາມ

      9/27/2024 7:10:42 PM

      ຂປລ. ກອງປະຊຸມລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 42 ປິດລົງດ້ວຍຜົນສຳເລັດອັນຈົບ ງາມ ໃນຕອນບ່າຍຂອງວັນທີ 26 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທັງເປັນປະທານກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກປະເທດສະມາຊິກອາຊຽນ ແລະປະເທດ ຕີມໍ​ແລັດສະເຕ, ຮອງເລຂາທິການອາຊຽນ, ກອງເລຂາອາຊຽນ, ສູນພະລັງງານຂອງອາຊຽນເຂົ້າຮ່ວມ.

    • ລັດຖະມົນຕີສະພາປະຊາຄົມວັດທະນະທຳ- ສັງຄົມອາຊຽນ ຮັບຮອງເອົາຫລາຍເອກະສານສຳຄັນອາຊຽນ ASEAN

      ລັດຖະມົນຕີສະພາປະຊາຄົມວັດທະນະທຳ- ສັງຄົມອາຊຽນ ຮັບຮອງເອົາຫລາຍເອກະສານສຳຄັນ

      9/26/2024 4:50:29 PM

      ຂປລ. ກອງປະຊຸມ ລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນ ໃນວັນທີ 26 ກັນຍາ 2024 ນີ້, ໄດ້ປິດລົງດ້ວຍຜົນສຳເລັດ ເຊິ່ງກອງປະຊຸມ ໄດ້ປຶກສາຫາລື ແລະ ຕົກລົງຮັບຮອງເອົາ ຫລາຍບັນຫາສຳຄັນ ເປັນຕົ້ນຮັບຮອງເອົາຖະແຫລງການ ແລະ ເອກະສານສຳຄັນຂອງອາຊຽນ ຈຳນວນ 29 ສະບັບ ເພື່ອນຳສະເໜີຕໍ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ເຊິ່ງຈະຈັດຂຶ້ນໃນຕົ້ນເດືອນຕຸລາ 2024 ພິຈາລະ ນາຮັບຮອງ ຫລື ຮັບຊາບ.

    • ສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພ ສຳລັບແມ່ຍິງໃນອາຊຽນອາຊຽນ ASEAN

      ສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພ ສຳລັບແມ່ຍິງໃນອາຊຽນ

      9/26/2024 4:10:05 PM

      ຂປລ. ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ສູນກາງສະຫະພັນແມ່ຍິງລາວ ຈັດຝຶກອົບຮົມໃນຫົວຂໍ້ “ສ້າງສະພາບແວດລ້ອມທາງໄຊເບີທີ່ປອດໄພ ແລະ ເຂັ້ມແຂງ ສຳລັບແມ່ຍິງໃນອາຊຽນ” ໃນວັນທີ 26 ກັນຍາ 2024 ຢູ່ ນະຄອນຫລວງວຽງຈັນ

    • ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ-ບວກ ຫາລືການຮັບມື ກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງອາຊຽນ ASEAN

      ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ-ບວກ ຫາລືການຮັບມື ກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງ

      9/26/2024 3:58:35 PM

      ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນ-ບວກ (ADSOM-Plus​) ຈັດຂຶ້ນໃນວັນທີ 26 ກັນຍາ 2024 ຢູ່ນະຄອນຫວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າເຈົ້າໜ້າທີ່ອາວຸ ໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ, ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາ ຊຽນ, ​ຕີ​ມໍ​​ແລັດສະ​ເຕ ​ໃນ​ນາມ​ຜູ້​ສັງ​ເກດ​ການ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

    • ເຊື່ອມໂຍງພະລັງງານອາຊຽນ ແນໃສ່ວາງຮາກ ຖານ ພັດທະນາເສດຖະກິດ-ສັງຄົມຂອງພາກພື້ນອາຊຽນ ASEAN

      ເຊື່ອມໂຍງພະລັງງານອາຊຽນ ແນໃສ່ວາງຮາກ ຖານ ພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ

      9/26/2024 3:48:56 PM

      ຂປລ. ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 (AMEM-42) ແລະ ກອງປະຊຸມອາຊຽນ ດ້ານທຸລະກິດພະລັງງານ ຄັ້ງທີ 24 (AEBF-24) ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ ໂດຍການ​ເປັນ​ປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາຜູ້ແທນຈາກປະເທດສະມາຊິກອາຊຽນ, ປະ ເທດ ຕີມໍ​ແລັດສະເຕ ໃນນາມປະເທດສັງເກດການ, ກອງເລຂາອາຊຽນ, ສູນພະລັງງານອາຊຽນ ແລະ ບັນດາປະເທດ + 8( ອົດສະຕຣາລີ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ ເກົາຫລີ, ລັດເຊຍ ແລະ ອາເມລິກາ) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top