ຂປລ
ຂປລ. ບໍລິສັດ ອາລີອັນ ປະກັນໄພລາວ ມອບສິນທົດແທນ ໃຫ້ຜູ້ທີ່ໄດ້ເຮັດປະກັນໄພກັບບໍລິສັດ ອາລີອັນ ປະກັນໄພລາວ ຈຳນວນ 21 ຮ້ານ, ເປັນເງິນສົດມູນຄ່າ 1.269.000.000 ກີບ ທີ່ໄດ້ຮັບຜົນກະທົບຈາກເຫດການໄຟໄໝ້ຕະຫລາດ ທົ່ງຂັນຄຳ, ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫລວດ

ຂປລ. ບໍລິສັດ ອາລີອັນ ປະກັນໄພລາວ ມອບສິນທົດແທນໃຫ້ຜູ້ທີ່ໄດ້ເຮັດປະກັນໄພກັບບໍລິສັດ ອາລີອັນ ປະກັນໄພລາວ ຈຳນວນ 21 ຮ້ານ, ເປັນ ເງິນສົດມູນຄ່າ 1.269.000.000 ກີບ ທີ່ໄດ້ຮັບຜົນກະທົບຈາກເຫດການໄຟໄໝ້ຕະຫລາດ ທົ່ງຂັນຄຳ, ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າ ທີ່ຕຳຫລວດໄດ້ສະຫລຸບວ່າ ເກີດຈາກໄຟຟ້າລັດວົງຈອນ ອັນໄດ້ສ້າງຄວາມເສຍຫາຍຕໍ່ຊັບສິນຂອງຊາວຄ້າຂາຍ ເປັນຈຳນວນຫລວງຫາຍ ໃນວັນທີ 26 ເດືອນມິນາ ປີ 2014.
ພິທີມອບ-ຮັບສິນທົດແທນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 17 ເດືອນກໍລະກົດ ປີ 2014 ຢູ່ບໍລິສັດ ອາລີອັນ ປະກັນໄພລາວ ລະຫວ່າງ ທ່ານ ຫໍລະດີ ວໍລະລາດ ຮອງຜູ້ອຳນວຍການບໍລິສັດອາລີອັນປະກັນໄພລາວ ແລະ ທ່ານ ຂັນຫອມ ຫລວງສຸພົມ ຕາງໜ້າຜູ້ເຮັດປະກັນໄພ, ມີບັນດາຊາວຄ້າຂາຍ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ປັດຈຸບັນ ບັນດາແມ່ຄ້າຊາວຂາຍຜູ້ທີ່ໄດ້ຮັບຜົນກະທົບຈາກເຫດໄຟການໄຟໄໝ້ ຕະຫລາດດັ່ງກ່າວ ບາງຄົນກໍໄດ້ໄປຂາຍຢູ່ຕາມສະຖານທີ່ຕ່າງໆຕາມເງື່ອນໄຂ ແລະ ຄວາມສະດວກຂອງໄຜລາວ ພ້ອມນີ້ທາງນະຄອນຫລວງກໍໄດ້ຈັດສັນໃຫ້ຈຳນວນໜຶ່ງໄປຂາຍເຄື່ອງຢູ່ ສູນການຄ້າລາວ-ໄອເຕັກ ທີ່ຈະໄດ້ຈັດພິທີເປີດ ໃນວັນທີ 18 ເດືອນກໍລະກົດ ປີ 2014 ນີ້./.
KPL