ນ້ຳຕົກຕາດແດນພູສູງຄືຂຸມຊັບຂອງເມືອງສົບເບົາ

13/09/2024 07:22
Email Print 998
ຂປລ ຫລາຍທ່ານອາດຮູ້ດີແຫລ່ງທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງໃນແຂວງຫົວພັນເຊັ່ນ: ປ່າຫີນຕັ້ງ, ຖໍ້າປະຫວັດສາດຂອງທ່ານຜູ້ນໍາ, ຈອມພູຜາຖີ່ສະມໍລະພູມຮົບນອງເລືອດ,ສວນດອກໄມ້ຊະກຸຣະ, ຕາດສະເຫລີຍ.

ຫລາຍທ່ານອາດຮູ້ດີແຫລ່ງທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງໃນແຂວງຫົວພັນເຊັ່ນ: ປ່າຫີນຕັ້ງ, ຖໍ້າປະຫວັດສາດຂອງທ່ານຜູ້ນໍາ, ຈອມພູຜາຖີ່ສະມໍລະພູມຮົບນອງເລືອດ,ສວນດອກໄມ້ຊະກຸຣະ, ຕາດສະເຫລີຍ ແຕ່ແນວໃດກໍດີ ຜູ້ຂຽນເຊື່ອວ່າບາງທ່ານອາດຍັງບໍ່ທັນໄດ້ໄປຢ້ຽມຊົມແຫລ່ງທ່ອງທ່ຽວທໍາມະຊາດແຫ່ງໃໝ່ທີ່ມີຊື່ ນໍ້າຕົກຕາດແດນພູສູງ ເຊິ່ງແຫ່ງນີ້ເມື່ອສັງເກດເບິ່ງລັກສະນະຂອງມັນຄ້າຍຄືນໍ້າຕົກຕາດກວາງຊີ.

ແຫລ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດແດນພູສູງ ເຊິ່ງໄດ້ກາຍ ເປັນກິດຈະການການລົງທຶນສຳປະທານຂອງທ່ານ ເຍຍລີມົວ ນັກທຸລະກິດ ບ້ານນໍ້າເຕີບເມືອງສົບເບົາ ແຂວງຫົວພັນ, ແຫລ່ງທ່ອງທ່ຽວແຫ່ງນີ້ເປັນແຫລ່ງທ່ອງທ່ຽວທໍາມະຊາດແຫ່ງຫນຶ່ງທີ່ມີຄວາມສວຍສົດງົດງາມ, ມີຄວາມອຸດົມສົມບູນເຕັມໄປດ້ວຍທັດສະນີຍະພາບທໍາມະຊາດ ພູຜາປ່າໄມ້, ຢູ່ຫ່າງຈາກເທສະບານເມືອງສົບເບົາ ໄປທາງທິດຕາເວັນອອກຕາມເສັ້ນທາງເລກທີ 6B ປະມານ 28 ກິໂລ ແມັດ,  ມີເນື້ອທີ່ສໍາປະທານທັງໝົດ 6 ເຮັກຕາກວ່າ ເຊິ່ງໄດ້ເລີ່ມລົງມືຈັດຕັ້ງປະຕິບັດການກໍ່ສ້າງມາແຕ່ເດືອນມີນາປີ 2019 ເປັນຕົ້ນມາ ແລະ ໄດ້ຮັບການສະຫນັບສະຫນູນຈາກຄະນະພັກ, ອໍານາດການປົກຄອງບ້ານນໍ້າເຕີບ ແລະ ຄະນະພັກອໍານາດການປົກຄອງເມືອງສົບເບົາ, ເຊີ່ງມີອາຍຸສໍາປະທານ 40 ປີ, ມູນຄ່າການກໍ່ສ້າງ ແລະ ລົງທຶນທັງຫມົດ 539 ລ້ານກີບ, ກໍານົດການກໍ່ສ້າງເປັນ 2 ໄລຍະ ມາຮອດປັດຈຸບັນໄດ້ປະຕິບັດສຳເລັດແລ້ວ, ໂຄງການແມ່ນຈັດຕັ້ງປະຕິບັດໄປຕາມແຜນແມ່ບົດ ຢ່າງຖືກຕ້ອງ ແລະ ໄປຕາມລະບົບເຕັກນິກຢ່າງຄັກແນ່.

ກິດຈະກຳຫລັກໃນການກໍ່ສ້າງສິ່ງອໍານວຍຄວາມສະດວກໃນສະຖານທີ່ແຫລ່ງທ່ອງທ່ຽວແຫ່ງນີ້ ປະກອບມີ: ສ້າງຂັ້ນໄດເຫລັກຕັ້ງແຕ່ຫົວຕາດລົງຮອດຈຸດພັກຜ່ອນປະມານ 765 ຂັ້ນ, ສ້າງສາຍສະລິງຍາວ 800 ກວ່າແມັດ, ສ້າງຂົວອູ່ຍາວ 140 ແມັດ. ນອກນີ້ ຍັງສ້າງຈຸດພັກເຊົາຕາມຂັ້ນໄດ, ສ້າງຕູບຜັກຜ່ອນ, ສ້າງໜອງປາ, ສວນສັດ, ທະລຸເດີນຈອດລົດ,ເດີນຈັດກິດຈະກຳ,ເດີນຊົນງົວ,ສ້າງເສັ້ນທາງລົງສູ່ເຂດທ່ອງທ່ຽວ,ສ້າງບ່ອນເກັບປີ້,ກໍ່ສ້າງເຮືອນພັກແລະ ອື່ນໆ.

ປັດຈຸບັນນີ້ ແຫລ່ງທ່ອງທ່ຽວພວມໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າໄປຊົມເພີ່ມຂຶ້ນນັບມື້ໂດຍສະເພາະນັກທ່ອງທ່ຽວມາຈາກປະເທດຫວຽດນາມ, ໄທ ແລະ ເອີຣົບ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top