ຂປລ
ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ສະພາທີ່ປຶກສາທຸລະກິດອາຊຽນ (22nd AEM-ASEAN BAC) ຈັດຂຶ້ນໃນວັນທີ 16 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍເນັ້ນໃສ່ວຽກງານ ການພັດທະນາແບບຍືນຍົງ ແລະ ການຫັນເປັນດີຈິຕອນ ເປັນຕົ້ນ ການນໍາໃຊ້ລະບົບ QR Code ໃນອາຊຽນ, ການຄໍ້າປະກັນສະບຽງອາຫານ, ຄວາມເຂັ້ມແຂງດ້ານສາທາລະນະສຸກ, ການອໍານວຍຄວາມສະດວກ ດ້ານການຄ້າ ແລະ ການລົງທຶນ ແລະ ການເຂົ້າເຖິງແຫລ່ງທຶນ ຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs).

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແຫ່ງ ສປປ ລາວໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນປີຜ່ານມາ ແລະ ປີນີ້ ພວກເຮົາໄດ້ປຶກສາຫາລືຫລາຍບັນຫາ ທີ່ຕິດພັນກັບການຮ່ວມມື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ສະພາທີ່ປຶກສາທຸລະກິດອາຊຽນ ໃນນັ້ນ, ໄດ້ເນັ້ນໃສ່ວຽກງານ ການພັດທະນາແບບຍືນຍົງ ແລະ ການຫັນເປັນດີຈິຕອນ. ເພື່ອສືບຕໍ່ການຮ່ວມມືດັ່ງກ່າວ, ກອງປະຊຸມຄັ້ງນີ້ ຈະໄດ້ເນັ້ນໃສ່ ແລກປ່ຽນທັດສະນະກ່ຽວກັບ ບັນດາແຜນວຽກບຸລິມະສິດ ຂອງສະພາທີ່ປຶກສາທຸລະກິດ ອາຊຽນ ສະບັບປັບປຸງ ຄັ້ງວັນທີ 14 ກັນຍາ 2024 ພາຍໃຕ້ການເປັນປະທານຂອງ ສປປ ລາວ ເປັນຕົ້ນ ການສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ໃນການຫັນເປັນດີຈິຕອນ, ການເຂົ້າເຖິງພະລັງງານສະອາດ, ການຄົ້ນຄວ້າ ແລະ ການພັດທະນາວັກຊິນ, ການຮັບປະກັນ ດ້ານສະບຽງອາຫານ, ການຫລຸດຜ່ອນສິ່ງກີດຂວາງດ້ານການຄ້າ ແລະ ການຫັນປ່ຽນ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມຕໍ່ທາງບົກ.
ກອງປະຊຸມຄັ້ງນີ້, ເປັນຄັ້ງທີສອງ ພາຍຫລັງກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽ ນແບບວົງແຄບ ຄັ້ງທີ 30 ທີ່ຫລວງພະບາງ ໃນເດືອນມີນາ 2024 ເຊິ່ງກອງປະຊຸມຄັ້ງຜ່ານມາ, ສະພາທີ່ປຶກ ສາທຸລະກິດອາຊຽນ ກໍໄດ້ໃຫ້ຄໍາຄິດເຫັນ ແລະ ຄໍາແນະນໍາທີ່ເປັນປະໂຫຍດແກ່ ກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ ໃນການສືບຕໍ່ສົ່ງເສີມ ການເຊື່ອມໂຍງທາງດ້ານເສດຖະກິດ ກໍຄື ການຈັດຕັ້ງປະຕິບັດ ແຜນແມ່ບົດປະຊາຄົມ ເສດຖະກິດອາຊຽນ ປິ 2025 ໃຫ້ບັນລຸຜົນສໍາເລັດ.
ຂ່າວ: ສົມຫວັງ
ພາບ: ເກດສະໜາ
KPL