ຂປລ
ຂປລ. ກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ແລະ ກອງເລຂາອາຊຽນ ຈັດເວທີສົນທະນາ ຂັ້ນລັດຖະມົນຕີ ຂອງບັນດາປະເທດສະມາຊິກອາຊຽນ ແລະ ສະມາຊິກ ຄະນະກຳມາທິການແມ່ນໍ້າຂອງສາກົນ (ຄມສ) ຄັ້ງທີ II ພາຍໃຕ້ຫົວຂໍ້ "ຄວາມໝັ້ນຄົງດ້ານນ້ຳ" ໃນວັນທີ 18 ກັນຍາ 2024 ນີ້, ຢູ່ນະຄອນຫລວງວຽງຈັນ
ຂປລ. ກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ແລະ ກອງເລຂາອາຊຽນ ຈັດເວທີສົນທະນາ ຂັ້ນລັດຖະມົນຕີ ຂອງບັນດາປະເທດສະມາຊິກອາຊຽນ ແລະ ສະມາຊິກ ຄະນະກຳມາທິການແມ່ນໍ້າຂອງສາກົນ (ຄມສ) ຄັ້ງທີ II ພາຍໃຕ້ຫົວຂໍ້ "ຄວາມໝັ້ນຄົງດ້ານນ້ຳ" ໃນວັນທີ 18 ກັນຍາ 2024 ນີ້, ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ(ກຊສ), ທັງເປັນປະທານຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ແລະ ປະທານສະພາມົນຕີ ຄະນະກຳມາທິການແມ່ນ້ຳຂອງສາກົນ ປີ 2024, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ເຈົ້າໜ້າທີ່ລະດັບສູງ ຈາກບັນດາປະເທດສະມາຊິກອາຊຽນ ແລະ ຄະນະກຳມາທິການແມ່ນ້ຳຂອງສາກົນ, ພ້ອມດ້ວຍນັກວິຊາການ, ກອງເລຂາຄະນະກຳມາທິການ ແມ່ນ້ຳຂອງສາກົນ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ.
ເວທີສົນທະນາ ໃນຄັ້ງນີ້, ເພື່ອແລກປ່ຽນຂໍ້ມູນ-ຂ່າວສານ, ບົດຮຽນ ແລະ ປະສົບການອັນດີ, ໂດຍສຸມໃສ່ການກໍານົດທ່າອ່ຽງ, ສິ່ງທ້າທາຍ, ກາລະໂອກາດ ເພື່ອຜົນປະໂຫຍດຮ່ວມກັນ ພ້ອມທັງເນັ້ນໜັກເຖິງຫລັກການລວມ ເພື່ອແກ້ໄຂບັນຫາການຮັບປະກັນດ້ານນໍ້າ ທີ່ມີຄວາມສໍາຄັນໃນທົ່ວອາຊີ ຕາ ເວັນອອກສຽງໃຕ້ ເຊິ່ງຫົວຂໍ້ດັ່ງກ່າວ, ແມ່ນສອດຄ່ອງກັບຄໍາຂວັນ ໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວມເຂັ້ມແຂງອາຊຽນ”, ທັງແນໃສ່ແກ້ໄຂສິ່ງທ້າທາຍ ແລະ ການຮັບປະກັນດ້ານນໍ້າ ໃນອ່າງແມ່ນໍ້າຂອງ ແລະ ພາກພື້ນອາຊຽນ.
ການເຈລະຈາຄວາມປອດໄພ ດ້ານນໍ້າອາຊຽນ-ສະມາຊິກ ຄະນະກຳມາທິການແມ່ນໍ້າຂອງສາກົນ ຄັ້ງທຳອິດ ໄດ້ດຳເນີນໃນເດືອນສິງຫາ 2021 ຈັດໂດຍກອງເລຂາ ຄມສ ຮ່ວມກັບ ກອງເລຂາອາຊຽນ ເຊິ່ງມີຄະນະຜູ້ແທນລະດັບ ເຈົ້າໜ້າທີ່ອາວຸໂສ, ຊ່ຽວຊານດ້ານວິຊາການ, ຄູ່ຮ່ວມງານຈາກພາກພື້ນແມ່ ນໍ້າຂອງ ແລະ ຈາກບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມແລກປ່ຽນຄຳຄິດເຫັນ, ກໍານົດກາລະໂອກາດການຮ່ວມມື, ເສີມສ້າງຄວາມສາມາດຂອງພາກພື້ນ ແລະ ທ້ອງຖິ່ນ ໃນການແກ້ໄຂບັນຫາການຂາດແຄນນໍ້າ, ມົນລະພິດ, ຄວາມສ່ຽງໄພພິບັດ ທີ່ກ່ຽວຂ້ອງກັບນ້ຳ; ການແກ້ໄຂຫົວຂໍ້ທີ່ສໍາຄັນ ທີ່ຕິດພັນກັບນະໂຍບາຍ, ເຕັກໂນໂລຊີ ແລະ ການຮ່ວມມື ໄດ້ຍົກຂຶ້ນມາປຶກສາຫາລື ເພື່ອຊ່ວຍປະເທດຕ່າງໆໃນພາກພື້ນ ໄດ້ມີການກະກຽມຮັບມື ກັບສິ່ງທ້າທາຍດ້ານຄວາມປອດໄພດ້ານນໍ້າ.
ການສົນທະນາແລກປ່ຽນບົດຮຽນ ແລະ ປະສົບການດັ່ງກ່າວ, ເປັນເວທີທີ່ສຳຄັນ ເພື່ອຊຸກຍູ້ການຮ່ວມມື ແລະ ການປະສານງານ ໃນການຮັບປະກັນຄວາມໝັ້ນຄົງດ້ານນໍ້າ ສໍາລັບ ການພັດທະນາແບບຍືນຍົງຂອງພາກພື້ນ.
KPL