ຂປລ
ຂປລ. ບໍລິສັດ ຊີພີ ອໍ ລາວ ຈໍາກັດ ໄດ້ມອບນໍ້າດື່ມໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນຜູ້ປະສົບໄພພິບັດ ໄພນໍ້າຖ້ວມ ມູນຄ່າ 10 ລ້ານກີບ ໃນວັນທີ 18 ກັນຍາ 2024 ທີ່ກະຊວງ ຮສສ, ກ່າວມອບ ໂດຍ ທ່ານ ທາຕີ ຈິຣະບັນຈົງຈິດ ຜູ້ອໍານວຍການບໍລິສັດ ຊີພີ ອໍ ລາວ ຈໍາກັດ ປະຈໍາ ສປປ ລາວ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະ ມົນຕີ ກະຊວງ ຮສສ, ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດ ຂັ້ນສູນກາງ, ມີບັນດາພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ລີປາວ ຢ່າງ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງບໍລິສັດ ທີ່ມີນໍ້າໃຈ ແບ່ງເບົາ ໃຫ້ກຳລັງໃຈ ແລະ ຊ່ວຍເຫລືອ ປະຊາຊົນຜູ້ທີ່ປະສົບໄພພິບັດນໍ້າຖ້ວມໃນຄັ້ງນີ້ ແລະ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງຜູ້ປະສົບໄພພິກັບຄືນສູ່ ສະພາບປົກກະຕິໂດຍໄວ. ພ້ອມກັນນີ້, ທ່ານຮອງລັດຖະ ມົນຕີ ກໍໄດ້ລາຍງານໃຫ້ຊາບໂດຍຫຍໍ້ ສະພາບລວມຜົນເສຍຫາຍ ຈາກໄພພິບັດໃນຄັ້ງນີ້ ໃຫ້ຜູ້ອໍານວຍການ ແລະ ພະນັກງານບໍລິສັດດັ່ງກ່າວຊາບ ແລະ ອວຍພອນໃຫ້ບໍລິສັດດັ່ງກ່າວ ດຳເນີນທຸລະກິດໄດ້ຮັບຜົນສໍາເລັດ ແລະ ຈະເລີນເຕີບໂຕຂຶ້ນເລື່ອຍໆ.
ຂ່າວ-ພາບ: ວຽງສະຫວັນ
KPL