ຮອງລັດຖະມົນຕີ ກະຊວງ ຖວທ ສືບຕໍ່ຮັບເງິນ ຊ່ວຍເຫລືອ ຕ້ານໄພນ້ຳຖ້ວມ

19/09/2024 14:02
ຂປລ ຂປລ. ໃນວັນທີ 18 ກັນຍາ 2024 ນີ້, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຮັບເງິນ ຊ່ວຍເຫລືອຕ້ານໄພນ້ຳຖ້ວມ ມູນຄ່າ 30 ລ້ານກີບ ຈາກ ສູນວັດທະນະທຳຈີນ ປະຈຳລາວ, ຕາງໜ້າມອບໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ , ມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ.



ຂປລ. ໃນວັນທີ 18 ກັນຍາ 2024 ນີ້
, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຮັບເງິນ ຊ່ວຍເຫລືອຕ້ານໄພນ້ຳຖ້ວມ ມູນຄ່າ 30 ລ້ານກີບ ຈາກ ສູນວັດທະນະທຳຈີນ ປະຈຳລາວ, ຕາງໜ້າມອບໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ , ມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາງ ຫລີຢີ່ຜິງ ກໍຄື ສູນວັດທະ ນະທຳຈີນ ປະຈຳ ສປປ ລາວ ທີ່ມີຄວາມເປັນຫ່ວງເປັນໄຍ ແລະ ເຫັນໄດ້ຄວາມສຳຄັນ ໃນຍາມທີ່ສັງຄົມຜະເຊີນກັບ ໄພພິບັດທາງທຳມະຊາດ ໃນຄັ້ງນີ້ ແລະ ໄດ້ນຳເອົາເງິນ ຈຳນວນດັ່ງກ່າວມາມອບໃຫ້ໃນຄັ້ງນີ້ ເຊິ່ງເປັນການປະກອບ ສ່ວນສໍາຄັນ ເຂົ້າໃນການຕອບໂຕ້ໄພພິບັດ ຢູ່ ສປປ ລາວ ກໍຄື ຊ່ວຍເຫລືອປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມໃຫ້ມີຊິວິດ ການເປັນຢູ່ໃນເບື້ອງຕົນດີຂຶ້ນ ແລະ  ກ້າວໄປເຖິງກັບຄືນສູ່ ສະພາບປົກກະຕິໂດຍໄວ. ພ້ອມທັງຢືນຢັນວ່າ ຈະນຳເອົາເຄື່ອງທີ່ໄດ້ຮັບໃນຄັ້ງນີ້, ໄປແຈກຢາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢ່າງທົ່ວເຖິງ.



ກະຊວງ ຖວທ ເລີ່ມຮັບບໍລິຈາກ ການຊ່ວຍເຫລືອຈາກສັງຄົມ
  ໃນວັນທີ 16-18 ກັນຍາ 2024 ມີຫລາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ເຂົ້າມາມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ເພື່ອຊ່ວຍເຫລືອຕ້ານໄພນ້ຳຖ້ວມ ຢູ່ ສປປ ລາວ ລວມເປັນມູນຄ່າ ທັງໝົດ 175 ລ້ານກວ່າກີບ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸວັດທະນະທຳ-ສັງຄົມ

      ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸ

      9/19/2024 3:04:35 PM

      ຂປລ. ໃນວັນທີ 19 ກັນຍາ 2024 ນີ້, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມມວຍໄທເກັກຕະກູນລຸ ແລະ ມອບໃບຢັ້ງຢືນ ໃຫ້ນັກຮຽນຈາກໂຮງຮຽນລຽວໂຕວ໌ ທີ່ເຂົ້າຮ່ວມຝຶກອົບຮົມ ທັງໝົດ 16 ຄົນ ພາຍຫລັງ ດຳເນີນມາແຕ່ວັນທີ 14-19 ກັນຍາ 2024 ​ໂດຍມີທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຊ້ານຟູລ້ຽງ ເລຂາທິການສະມາຄົມມວຍໄທເກັກຕະກູນລຸ, ທ່ານ ລຸຊ່າງຊິ ຜູ້ສືບທອດຮຸ່ນທີ 5 ມວຍໄທເກັກຕະກູນລຸ, ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນລຽວໂຕວ໌ ເຂົ້າຮ່ວມ.

    • ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

      9/19/2024 2:15:52 PM

      ຂປລ. ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກສູນປະສານງານ ການຊ່ວຍ ເຫລືອດ້ານມະນຸດສະທຳອາຊຽນ (AHA Center) ໃຫ້ແກ່ລັດຖະບານ ສປປ ລາວ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ນີ້ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ກ່າວມອບຂອງ ທ່ານ ແອນດູ ມາດານຸກາຮາ ຫົວໜ້າທີມງານ ຜູ້ຕາງໜ້າຈາກສູນປະສານງານ ການຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນ.

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດ

      9/19/2024 2:07:22 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດຕປາຖະກະຖາມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນສ້າງຕັ້ງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຢຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 49 ປີ ໃນວັນທີ 18 ກັນຍາ 2024 ໂດຍການປາຖະກະຖາຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ມີບັນດາຄະນະຫ້ອງ 4 ຫ້ອງ, 2 ກອງພັນ ແລະ ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ.

    • ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມ

      9/18/2024 5:00:51 PM

      ຂປລ. ບໍລິສັດ ຊີພີ ອໍ ລາວ ຈໍາກັດ ໄດ້ມອບນໍ້າດື່ມໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນຜູ້ປະສົບໄພພິບັດ ໄພນໍ້າຖ້ວມ ມູນຄ່າ 10 ລ້ານກີບ ໃນວັນທີ 18 ກັນຍາ 2024 ທີ່ກະຊວງ ຮສສ, ກ່າວມອບ ໂດຍ ທ່ານ ທາຕີ ຈິຣະບັນຈົງຈິດ ຜູ້ອໍານວຍການບໍລິສັດ ຊີພີ ອໍ ລາວ ຈໍາກັດ ປະຈໍາ ສປປ ລາວ ​ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະ ມົນຕີ ກະຊວງ ຮສສ, ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດ ຂັ້ນສູນກາງ, ມີບັນດາພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

    • ສູນວັດທະນະທໍາຈີນ ປະຈໍາລາວ ສະເຫລີມສະຫລອງບຸນໄຫວ້ພະຈັນວັດທະນະທຳ-ສັງຄົມ

      ສູນວັດທະນະທໍາຈີນ ປະຈໍາລາວ ສະເຫລີມສະຫລອງບຸນໄຫວ້ພະຈັນ

      9/18/2024 3:57:53 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ສູນວັດທະນະທໍາຈີນ ປະຈໍາລາວ ແລະ ພະແນກວັດທະນະທໍາ ແລະ ທ່ອງທ່ຽວແຂວງເຫີເປີຍ ໄດ້ຈັດກິດຈະກຳ ສະເຫລີມສະຫລອງບຸນໄຫວພະຈັນ ປະຈຳປີ 2024 “ຮ່ວມກັນຊົມພະຈັນດວງດຽວກັນ” ຄວາມງົດງາມແຂວງເຫີເປີຍ, ພາຍໃນງານ ໄດ້ຮັບຊົມການສະແດງ ສິລະປະວັດທະນະທໍາ ຈາກແຂວງເຫີເປີຍ

ads
ads

Top