ທຸກກຳລັງແຮງໃຈ ສືບຕໍ່ຫລັ່ງໄຫລ ເຖິງຜູ້ປະສົບໄພນໍ້າຖ້ວມ

25/09/2024 11:41
Email Print 348
ຂປລ ປີນີ້ປະເທດລາວເຮົາປະສົບ ກັບບັນຫາໄພພິບັດທາງທຳມະຊາດໜັກໜ່ວງພໍສົມຄວນ ໂດຍສະເພາະ ແມ່ນບັນຫາໄພນໍ້າຖ້ວມເລີ່ມແຕ່ຕົນເດືອນກັນຍາກໍເກີດຂຶ້ນຢູ່ບັນດາ ແຂວງພາກເໜືອ ແລະ ພາກກາງ .

   *ປີນີ້ປະເທດລາວເຮົາປະສົບ ກັບບັນຫາໄພພິບັດທາງທຳມະຊາດໜັກໜ່ວງພໍສົມຄວນ ໂດຍສະເພາະ ແມ່ນບັນຫາໄພນໍ້າຖ້ວມເລີ່ມແຕ່ຕົນເດືອນກັນຍາກໍເກີດຂຶ້ນຢູ່ບັນດາ ແຂວງພາກເໜືອ ແລະ ພາກກາງ ໜັກກວ່າໝູ່ແມ່ນຢູ່ແຂວງຫລວງນໍ້າທາ, ຕົກມາຕົ້ນອາທິດນີ້ ກໍເກີດຢູ່ທາງແຂວງຫົວພັນ, ໄຊຍະບູລີ, ບັນດາແຂວງພາກກາງ ແລະ ພາກໃຕ້.

     ໄພນໍ້າຖ້ວມເຮັດໃຫ້ປະຊາຊົນ ຈໍານວນຫລາຍບ້ານໄດ້ຮັບຜົນກະທົບທັງຊັບສິນມີຄ່າ, ຜົນຜະລິດ, ສັດລ້ຽງ, ລົດລາງພາຫະນະຕ່າງໆ. ຂະນະທີ່ພັກ-ລັດຖະບານກໍ່ໄດ້ເອົາ ໃຈໃສ່ໃຫ້ການຊ່ວຍເຫລືອເຄື່ອງອຸປະໂພກບໍລິໂພກ ເພື່ອສາມາດຟື້ນຟູຊິວິດການເປັນຢູ່ໃກ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ດັ່ງໃນທ້າຍອາທິດຜ່ານມານີ້ ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ສະມາຊິກສະພາແຫ່ງຊາດ ຮອງປະທານກຳມາທິການບັນດາເຜົ່າ ຕາງໜ້າສະພາແຫ່ງຊາດໜຸ່ມ ແລະ ບໍລິສັດຮ່ວມໃຈອອກແບບ ແລະ ກໍ່ສ້າງເຄຫາສະຖານສາກົນ ຈໍາກັດ ໄດ້ມອບເຄື່ອງຊ່ວຍເຫລືອ ແກ່ຜູ້ປະສົບໄພນ້ຳຖ້ວມຢູ່ແຂວງຫລວງນ້ຳທາ ປະກອບມີເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຫົ່ມ ແລະ ເງິນສົດຈໍານວນ ໜຶ່ງ ລວມມູນຄ່າ 135.200.000 (ຮ້ອຍສາມສິບຫ້າລ້ານສອງແສນກີບ) ໂດຍຕາງໜ້າການນໍາຂອງ ແຂວງຮັບເຄື່ອງຊ່ວຍເຫລືອຄັ້ງນີ້ ໂດຍ ທ່ານ ຄໍາຟອງ ອິນມານີ ຮອງ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫລວງນໍ້າທາ.

     ໂອກາດນີ້ທ່ານ ຄໍາຟອງ ອິນມານີ ຕາງໜ້າການນຳຂອງແຂວງ ກໍຄືສະພາປະຊາຊົນແຂວງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍມາຍັງທ່ານ ແກ້ວຈະເລີນ ເຊ່ຍຢິ້ງ ຢ່າງ ຕາງໜ້າສະມາຊິກສະພາແຫ່ງຊາດໜຸ່ມ ພ້ອມດ້ວຍບໍລິສັດຮ່ວມໃຈອອກແບບ ແລະ ກໍ່ສ້າງເຄຫາສະຖານສາກົນຈໍາກັດ ທີ່ໄດ້ເປັນຮ່ວງເປັນໄຍ ແລະ ໄດ້ລະດົມທຶນຊ່ວຍເຫລືອຜູ້ທີ່ຖືກຜົນກະທົບໄພນ້ຳຖ້ວມໃນຄັ້ງນີ້. ພ້ອມດຽວກັນ ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ແລະ ທ່ານ ນາງ ເກສອນ ແສງຍະວົງ ສະມາຊິກສະພາ ແຫ່ງຊາດປະຈໍາເຂດເລືອກຕັ້ງ ປະທານຄະນະກໍາມະການວັດທະນາ ທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ພ້ອມດ້ວຍຄະນະຍັງໄດ້ນໍາເອົາເຄື່ອງຊ່ວຍເຫລືອດັ່ງ ກ່າວລົງມອບໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ ຈໍານວນ 2 ບ້ານຄື: ບ້ານຫາດຍາວ ຈຳນວນ 15 ຫລັງຄາ, ບ້ານຕາຫວ່ານ 91 ຫລັງຄາ. ແລະ ມາໃນ ວັນທີ 23 ກັນຍາ 2024 ທ່ານ ນາງ ເກສອນ ແສງຍະວົງ ແລະ ທ່ານ ຈັນທະສຸລິນ ໝັ້ນປະດິດ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ປະທານຄະນະກຳມະການຍຸຕິ ທໍາ ປກຊ-ປກສ ສະພາປະຊາຊົນແຂວງ ຍັງໄດ້ສືບຕໍ່ມອບເຄື່ອງຊ່ວຍເຫລືອເປັນຕົ້ນ: ເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຫົ່ມໃຫ້ພໍ່ແມ່ປະຊາຊົນທີ່ຖືກຜົນກະທົບ ຈຳນວນ 4 ບ້ານຄື: ຫ້ວຍຂີງ 25 ຫລັງ ຄາ, ບ້ານທ່າອໍ້ 93 ຫລັງຄາ, ບ້ານ ນ້ຳດີ 12 ຫລັງຄາ, ບ້ານນາລື 16 ຫລັງຄາ ແລະ ໄດ້ມອບເຄື່ອງຊ່ວຍເຫລືອພະນັກງານສະພາປະຊາຊົນ ແຂວງ ທີ່ຖືກຜົນກະທົບໄພນ້ຳຖ້ວມ 14 ຫລັງຄາ ລວມທັງໝົດ 266 ຫລັງຄາ ທັງນີ້, ກໍເພື່ອເປັນການໃຫ້ກໍາລັງໃຈ ແລະ ບັນເທົາທຸກເບື້ອງຕົ້ນ ໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະທົບ ແລະ ຍັງຈະໄດ້ສືບຕໍ່ໃຫ້ການຊ່ວຍເຫລືອຕື່ມອີກໃນຫລາຍບ້ານ ທີ່ປະສົບໄພທີ່ໄດ້ຮັບຜົນເສຍຫາຍໃນຄັ້ງນີ້ໃຫ້ທົ່ວເຖິງ.

ໂດຍ: ເຂົ້າຈານນໍ້າ

KPL

ຂ່າວອື່ນໆ

ads
ads

Top