ສ້າງຄວາມເຂັ້ມແຂງສະຕິຊາດ ສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ

25/09/2024 11:47
Email Print 403
ຂປລ ສະພາວະເສດຖະກິດຕົກຕໍ່າ ໄພເງິນເຟີ້, ຄ່າຄອງຊີບສູງ, ລາຄານໍ້າມັນແພງ ໄດ້ສົ່ງຜົນກະທົບຕໍ່ຜົນຜະລິດທາງເສດຖະກິດ, ຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ການຈ້າງແຮງງານ.

    *ສະພາວະເສດຖະກິດຕົກຕໍ່າ ໄພເງິນເຟີ້, ຄ່າຄອງຊີບສູງ, ລາຄານໍ້າມັນແພງ ໄດ້ສົ່ງຜົນກະທົບຕໍ່ຜົນຜະລິດທາງເສດຖະກິດ, ຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ການຈ້າງແຮງງານ. ສະພາບການນີ້ ເຮັດໃຫ້ຫລາຍໆປະເທດ ໄດ້ຊອກວິທີທາງແກ້ໄຂດ້ວຍກົນລະຍຸດຕ່າງໆ ແຕ່ການຜັນແປຂອງສະພາບການຂອງໂລກ, ຄວາມບໍ່ແນ່ນອນທີ່ເກີດຂຶ້ນຫລາຍໆຢ່າງໃນຮອບປີຜ່ານມາ ເຮັດໃຫ້ຫລາຍຝ່າຍຄາດຄະເນວ່າເສດຖະກິດໂລກ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ.

     ສໍາລັບປະເທດລາວ ເຊິ່ງເປັນປະເທດນ້ອຍກຳລັງພັດທະນາ ເມື່ອເກີດສະພາບໄພເງິນເຟີ້, ລາຄານໍ້າມັນແພງ, ຄ່າຄອງຊີບສູງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຍິ່ງ ຂັດສົນ ແລະ ຮຸນແຮງກວ່າພົນລະເມືອງຂອງບັນດາປະເທດທີ່ຮັ່ງມີ ຫລື ພັດທະນາແລ້ວ. ຍ້ອນສາເຫດນີ້ ສັງຄົມຕ່າງກໍພາກັນຕໍານິວິຈານ, ກ່າວໂທດການບໍລິຫານຂອງລັດຖະບານຝ່າຍດຽວ ເຊິ່ງກໍເປັນເລື່ອງທີ່ບໍ່ແປກ ເພາະລັດຖະບານແມ່ນຜູ້ຄຸ້ມຄອງບໍລິຫານຢ່າງຮອບດ້ານ, ເປັນຜູ້ຄົ້ນຄ້ວາ, ສະເໜີກ່ຽວກັບຍຸດທະສາດ, ແຜນພັດທະ ນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາແຫ່ງຊາດ ແລະ ອື່ນໆ. ແຕ່ສິ່ງທີ່ຢາກໃຫ້ຄິດຫງໍານໍາກັນ ກໍຄືພາຍຫລັງພັກ-ລັດໄດ້ອອກດໍາລັດ, ມະຕິ, ຄໍາສັ່ງ, ແນະນຳ, ວາງແຜນການຕ່າງໆອອກມາແລ້ວ ຄືດັ່ງມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃນວັນທີ 11 ເມສາ 2024, ຖ້າພວກເຮົາເປັນເຈົ້າການລົງມືຈັດັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ນັບແຕ່ດຽວນີ້ ອີກບໍ່ດົນເສດຖະກິດຢູ່ພາຍໃນ ກໍຈະມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ທັງເປັນການຫລຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດ, ເພາະເສດຖະກິດບອບບາງຕໍ່ເນື່ອງຄືປັດຈຸບັນ ອີກສາເຫດໜຶ່ງກໍເປັນຍ້ອນໃນໄລຍະຜ່ານມາ ພວກເຮົາເພິ່ງພາການນໍາເຂົ້າຫລາຍ.

    ສໍາລັບສິນຄ້າພາຍໃນ ເຖິງວ່າໄດ້ມີການສົ່ງເສີມຢ່າງເຂັ້ມແຂງກໍຕາມ, ແຕ່ດ້ວຍປັດໄຈ ແລະ ເງື່ອນໄຂບາງອັນກໍຍັງມີຂໍ້ຈຳກັດ ເພາະຕົ້ນທຶນການຜະລິດຍັງສູງຢູ່ ແລະ ສິນຄ້າລາວຫລາຍຊະນິດ ຄວາມສາມາດໃນການແຂ່ງຂັນບໍ່ທັນສູງ ດັ່ງນັ້ນ, ຮຽກຮ້ອງປວງຊົນລາວຕ້ອງຊຸກຍູ້ສົ່ງເສີມຊ່ວຍກັນ ເຖິງວ່າໄລຍະຫົວທີອາດຈະມີຄວາມຫຍຸ້ງຍາກ ລຳບາກແດ່ ກໍຕ້ອງໄດ້ຊ່ວຍຜູ້ປະກອບການ ຈາກນັ້ນຜູ້ປະກອບການຈຶ່ງຈະສາມາດຊ່ວຍຜູ້ຜະລິດ. ເມື່ອການນິຍົມຊົມໃຊ້ຜະລິດຕະພັນລາວເປັນຂະບວນ, ການຜະລິດກໍຟົດຟື້ນ, ເສດຖະກິດກໍຈະເຂັ້ມແຂງ. ຕໍ່ໜ້າສະພາບຄວາມຫຍຸ້ງຍາກຊົ່ວຄາວທາງເສດຖະກິດອາດຈະມີຫລາຍອັນທີ່ຫຍຸ້ງຍາກ ແລະ ສັບສົນ ໂດຍສະເພາະບັນຫາຫາງສຽງຈາກ ສື່ສັງຄົມອອນລາຍ ເພາະທຸກຄົນສາມາດສະແດງຄວາມຄິດເຫັນ ແລະ ໂພສສ້າງປະເດັນເອງໄດ້.

    ຢ່າງໃດກໍຕາມ, ກຸ່ມຄົນບໍ່ຫວັງດີຍາມໃດເຂົາເຈົ້າກໍພະຍາຍາມສ້າງຄວາມປັ່ນປ່ວນ ຫວັງມ້າງເພທໍາລາຍໃຫ້ພວກເຮົາແຕກແຍກຄວາມສາມັກຄີ. ດັ່ງນັ້ນພວກເຮົາຕ້ອງມີສະຕິໃນການບໍລິໂພກຂໍ້ມູນຂ່າວສານບໍ່ຕົກຢູ່ໃນເລ່ກົນອຸບາຍຂອງພວກເຂົາ. ມາຮ່ວມແຮງຮ່ວມໃຈກັນສ້າງຄວາມເຂັ້ມແຂງດ້ານສະຕິຊາດ, ປຸກພະລັງແຫ່ງຄວາມຮັກ ຊາດ ແລະ ຫວງແຫນຜືນແຜ່ນດິນຖິ່ນກໍາເນີດ ເພາະບໍ່ມີໃຜຮັກ ແລະ ຫວງແຫນແຜ່ນດິນລາວ ເໝືອນດັ່ງຄົນລາວ, ບໍ່ມີໃຜຢາກເຫັນຢາກພັດທະນາປະເທດລາວໃຫ້ຮຸ່ງເຮືອງຄືຄົນລາວ. ຄຳວ່າ: ປະເທດລາວ, ເຊື້ອຊາດລາວ, ຄົນລາວ ແມ່ນຢູ່ໃນສາຍເລືອດຈົ່ງເອກອ້າງທະນົງໃຈ ແລະ ສໍານຶກໃນຄວາມເປັນລາວ, ທັງສືບຕໍ່ມຸ່ງໝັ້ນສົ່ງເສີມຄວາມຈະເລີນກ້າວໜ້າ ແລະ ຄວາມໝັ້ນຄົງຂອງປະເທດ ເພື່ອຜົນປະໂຫຍດ ແລະ ກຽດສັກສີຂອງຊາດລາວ.

KPL

ຂ່າວອື່ນໆ

ads
ads

Top