ເກດສະໜາຟາມກຽມສົ່ງ​ອອກ​​ໄກ່ໄປຫວຽດນາມ

26/09/2024 10:51
Email Print 286
ຂປລ ອາທິດຜ່ານມາ, ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ພ້ອມຄະນະວິຊາການ ໄດ້ລົງເຄື່ອນໄຫວຕິດຕາມການລ້ຽງໄກ່ລາດ ຂອງຟາມໄກ່ເກດສະໜາ ຢູ່ບ້ານ ໄຊສະອາດ ເມືອງອຸທຸມພອນ ແຂວງສະຫວັນນະເຂດ

     *ອາທິດຜ່ານມາ, ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ພ້ອມຄະນະວິຊາການໄດ້ລົງເຄື່ອນໄຫວຕິດຕາມການລ້ຽງໄກ່ລາດຂອງຟາມໄກ່ເກດສະໜາ ຢູ່ບ້ານ ໄຊສະອາດ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ເອົາໃຈໃສ່ຄຸນນະພາບຂອງການລ້ຽງ ແລະ ຜະລິດໃຫ້ຫລາຍຂຶ້ນ. ພ້ອມດຽວກັນກໍຈະປະສານງານດ້ານການແລ່ນເອກະສານການຄ້າລະຫວ່າງ ສອງປະເທດລາວ-ຫວຽດນາມ. ທ່ານ ທອງເພັດ ຄຳມະນີວົງ ຜູ້ອຳນວຍການຟາມໄກ່ລາດ ເກດສະໜາທ່ານໄດ້ລາຍງານໃຫ້ຮູ້ວ່າ: ຟາມລ້ຽງໄກ່ລາດເກດສະໜາ ບໍ່ພຽງແຕ່ລ້ຽງໄກ່ລາດເປັນຫລັກເທົ່ານັ້ນ, ແຕ່ວ່າຢູ່ໃນຟາມຂອງພວກເຮົາຍັງໄດ້ລ້ຽງສັດປະເພດອື່ນໆອີກ (ແຕ່ ລ້ຽງບໍ່ຫລາຍ)ເຊັ່ນ: ແບ້ 100 ໂຕ, ງົວລາດ ແລະ ງົວພັນລວມ 30 ໂຕ ແລະ ຄວາຍ 9 ໂຕ (ລ້ຽງແບບທຳມະຊາດ).

     ຟາມແຫ່ງນີ້ໄດ້ເລີ່ມຕົ້ນລ້ຽງໄກ່ລາດແຕ່ປີ 2018 ເປັນຕົ້ນມາ ໂດຍໃນເບື້ຶອງຕົ້ນໄດ້ລ້ຽງໄກ່ລາດ 500 ໂຕ, ຈາກນັ້ນຟາມເກດສະໜາກໍ່ໄດ້ຂະຫຍາຍການລ້ຽງອອກ ໄປເລື້ອຍໆຈົນມາຮອດປະຈຸບັນນີ້ ພາຍໃນຟາມມີການລ້ຽງໄກ່ທັງໝົດ 1 ແສນໂຕ, ມີ 5 ໂຮງເຮືອນ(ໂຮງເຮືອນລະ 20 ພັນໂຕ) ເຊິ່ງການ ລ້ຽງແມ່ນຊື້ເອົາໄກ່ທີ່ມີນໍ້າໜັກປະມານ 5-7 ກລາມຈາກ ວຽງຈັນ ແລະ ປາກເຊ ມາລ້ຽງທອມປະມານ 8 ອາທິດ ກໍ່ສາມາດຂາຍໄດ້(ໄກ່ແຕ່ລະໂຕມີນໍ້າໜັກປະມານ 2,5- 3 ກິໂລ), ໄກ່ລາດທັງໝົດ ແມ່ນຂາຍສົ່ງອອກ ສສ ຫວຽດນາມ.

ແນວໃດກໍດີ ໃນອະນາຄົດອັນໃກ້ນີ້, ຟາມເກດສະໜາຈະໄດ້ມີໂຮງຂ້າໄກ່ເປັນຂອງຕົນເອງ, ໝາຍຄວາມວ່າຈະບໍ່ໄດ້ສົ່ງໄກ່ເປັນໆໄປ ສສ ຫວຽດນາມ, ຈະເຮັດຜະລິດເປັນໄກ່ປອກທີ່ມີຄຸນນະພາບ(ໄກ່ທີ່ຄົວແລ້ວ) ສົ່ງອອກຂາຍ ແລະ ປັດຈຸບັນ ກໍ່ມີແຜນທີ່ຈະຂະຫຍາຍການລ້ຽງໃຫ້ເພີ່ມຂຶ້ນອີກ. ໃນໂອກາດນີ້, ທ່ານ ໄຊຍະເດດ ຜຸຍຍະວົງ ກໍ່ໄດ້ໃຫ້ການ ແນະນຳຕໍ່ເຈົ້າຂອງຟາມໃຫ້ ເນັ້ນໜັກໃສ່ຄຸນະພາບຂອງ ການລ້ຽງ ແລະ ຜະລິດໃຫ້ ຫລາຍຂຶ້ນ. ສໍາລັບ ການແລ່ນ ເອກະສານທາງດ້ານການ ຄ້າລະຫວ່າງປະເທດ, ທາງ ພະແນກອຸດສາຫະກຳ ແລະ ການຄ້າແຂວງກໍ່ຍິນດີໃຫ້ ການຮ່ວມມື ແລະ ຊ່ວຍໃນ ດ້ານການປະສານງານກັບ ຝ່າຍການຄ້າຂອງ ສສ ຫວຽດ ນາມໃຫ້.


KPL

ຂ່າວອື່ນໆ

ads
ads

Top