ວິທີປູກຫອມບົ່ວໃຫ້ໄດ້ຜົນດີຄວນເຮັດແນວໃດ?

26/09/2024 11:04
Email Print 289
ຂປລ ຜັກບົ່ວຖືວ່າເປັນພືດເສດຖະກິດອັນດັບຕົ້ນໆທີ່ປະຊາຊົນລາວນິຍົມກິນປະຈໍາວັນ ແລະ ມີການປູກຢ່າງຫລວງຫລາຍພ້ອມດຽວກັນຕະຫລາດກໍຕ້ອງການຫລາຍ ທັງນີ້ກໍຍ້ອນຜັກບົ່ວມີຄຸນປະໂຫຍດຫລາຍ ກິນໄດ້ທັງໃບ ແລະ ຫົວ ຈຶ່ງມີລາຄາດີ.

    *ຜັກບົ່ວຖືວ່າເປັນພືດເສດຖະກິດອັນດັບຕົ້ນໆທີ່ປະຊາຊົນລາວນິຍົມກິນປະຈໍາວັນ ແລະ ມີການປູກຢ່າງຫລວງຫລາຍພ້ອມດຽວກັນຕະຫລາດກໍຕ້ອງການຫລາຍ ທັງນີ້ກໍຍ້ອນຜັກບົ່ວມີຄຸນປະໂຫຍດຫລາຍ ກິນໄດ້ທັງໃບ ແລະ ຫົວ ຈຶ່ງມີລາຄາດີ. ສະນັ້ນ, ມື້ນີ້ຄໍລໍາສຶກສາຫາຄວາມຮູ້ມີວິທີແນະນຳປູກຜັກທີ່ໄດ້ຮັບຜົນຜະລິດ ສູງມາສະເໜີມີດັ່ງນີ້: ທໍາອິດແມ່ນການກຽມດິນ: ຫອມບົ່ວແດງມີລະບົບຮາກຕື້ນມັກດິນລ້ວນ, ມີການລະບາຍນ້ຳທີ່ດີ ໜານປູກຄວນໄຖພວນ ຫລື ຂຸດດ້ວຍຈົກປັ້ນດິນຕາກແດດໄວ້ກ່ອນ 2 - 3 ມື້ ແລ້ວຄາດດິນໃຫ້ເປັນກ້ອນນ້ອຍ ແຕ່ບໍ່ໃຫແຫລກລະອຽດຫລາຍເພາະຈະເຮັດໃຫ້ດິນແໜ້ນຫລັງຈາກນັ້ນ, ເອົາຂີ້ສັດລົງໄປຄົນໃສ່ໃຫ້ທົ່ວດິນທີ່ກຽມໄວ້ ແລະ ຕ້ອງ ເອົາຮາກຫຍ້າອື່ນໆອອກໃຫ້ໝົດ, ພ້ອມຮອງພື້ນກ່ອນປູກດ້ວຍປຸ໋ຍວິທະຍາສາດສູດ 15:15:15 ໃນປະລິມານ 20–50 ກິໂລກຣາມຕໍ່ໄລ່ ການກຽມແນວພັນ: ຄວນກຽມໄວກ່ອນ 2 ເດືອນ ເພາະຫົວຫອມທີ່ຈະໃຊ້ປູກຄວນຕາກໃຫ້ແຫ້ງກ່ອນແຕ່ບໍ່ຄວນເກັບໄວ້ດົນເກີນ 6 ເດືອນ ເພາະໄລຍະ 2 ເດືອນນີ້ ຫອມບົ່ວຈະເລີ່ມແຕກຍອດອ່ອນ ສີຂຽວພົ້ນຫົວເກົ່າມາແລ້ວ ໃຫ້ນໍາຫົວຫອມແນວພັນ ມາຕັດແຕ່ງເຮັດຄວາມສະອາດ, ຕັດຮາກເກົ່າ ແລະ ໃບ ແຫ້ງຖິ້ມໃຫ້ໝົດ ຫາກເຫັນ ວ່າຍອດອ່ອນຍາວອາດຕັດ ຖິ້ມອີກເພື່ອເລັ່ງໃຫ້ຮາກງອກໄວ.

     ສໍາລັບການປູກໃນພື້ນທີ່ 1 ໄລ່ ຈະໃຊ້ຫົວຫອມແນວພັນ ປະມານ 200 ກິໂລກຣາມກ່ອນປູກ ຖ້າເຫັນວ່າຫົວຫອມພັນເປັນພະຍາດເຊື້ອລາດໍາປະປົນຢູ່ຕ້ອງສີດນໍ້າຢາຂ້າ ເຊື້ອລາ ຫລື ຕາກລົມໃຫ້ແຫ້ງກ່ອນປູກ. ການປູກ: ກ່ອນປູກຄວນຫົດນ້ຳໃຫ້ດິນຊຸ່ມແລ້ວນໍາຫົວຫອມລົງປູກໃນໜານດ້ວຍໄລຍະຫ່າງ 15 - 20 ຊັງຕີແມັດ ຫລື 20 - 20 ຊັງຕີແມັດ ຫລັງຈາກປູກແລ້ວປົກດ້ວຍເຟືອງແຫ້ງ ຫລື ຫຍ້າແຫ້ງ, ແກບໜາພໍສົມຄວນ ເປັນການຮັກສາຄວາມຊຸ່ມຊື່ນ ແລະ ບໍໃຫ້ສັດຕູພືດມາລົບກວນ. ຈາກນັ້ນ, ຫົດ ນ້ຳໃຫ້ຊຸ່ມໆຕົ້ນຫອມຈະງອກອອກມາພາຍໃນເວລາ 7 - 10 ວັນ. ການດູແລຮັກສາ: ຫອມແດງຕ້ອງການນ້ຳຫລາຍ ແລະ ສະໝໍ່າສະເໝີໃນໄລຍະຈະເລີນເຕີບໂຕ ແລະ ແຕກກໍຫາກປູກໃນບ່ອນທີ່ມີອາກາດແຫ້ງ ແລະ ລົມແຮງອາດຕ້ອງໝັ່ນໃຫ້ນ້ຳຕະຫລອດ ມື້ລະ 2 ຄັ້ງ ເຊົ້າ-ແລງ.

ໂດຍ: ມາລີດາ


KPL

ຂ່າວອື່ນໆ

ads
ads

Top