ສລຍ ສະຫລຸບສົກສຶກສາ 2023-2024 ແລະ ເປີດສົກຮຽນໃໝ່ 2024-2025

29/10/2024 17:11
Email Print 1871
ຂປລ ຂປລ. ສະຖາບັນພັດທະນາ ຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ສລຍ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີສະຫລຸບສົກສຶກສາ 2023-2024 ແລະ ເປີດສົກຮຽນໃໝ່ 2024-2025 ໃນວັນທີ 28 ຕຸລາ 2024 ໂດຍການເປັນປະທານຂອງ ທ່ານ ເດຊານຸລາດ ແສນດວງເດດ ວ່າການອະທິການບໍດີ ມຊ, ມີຜູ້ອຳນວຍການສະຖາບັນ, ຮອງຜູ້ອຳນວຍການ, ຮອງຄະນະບໍດີ, ຫົວໜ້າ-ຮອງຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານ ​ແລະ ນັກສຶກສາ ເຂົ້າຮ່ວມ.


ຂປລ. ສະຖາບັນພັດທະນາ ຊັບພະຍາກອນມະນຸດ
ລາວ-ຍີ່ປຸ່ນ (ສລຍ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີສະຫລຸບສົກສຶກສາ 2023-2024 ແລະ ເປີດສົກຮຽນໃໝ່ 2024-2025 ໃນວັນທີ 28 ຕຸລາ 2024 ໂດຍການເປັນປະທານຂອງ ທ່ານ ເດຊານຸລາດ ແສນດວງເດດ ວ່າການອະທິການບໍດີ ມຊ, ມີຜູ້ອຳນວຍການສະຖາບັນ, ຮອງຜູ້ອຳນວຍການ, ຮອງຄະນະບໍດີ, ຫົວໜ້າ-ຮອງຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານ ​ແລະ ນັກສຶກສາ ເຂົ້າຮ່ວມ.
ໃນພິທີ ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການ ສລຍ ໄດ້ໃຫ້ຮູ້ວ່າ: ໃນເບື້ອງຕົ້ນ ສລຍ ແມ່ນເປັນສູນຮ່ວມມືລາວ-ຍີ່ປຸ່ນ ແນໃສ່ການພັດທະນາຊັບພະຍາກອນມະນຸດ ເປັນຫລັກ, ຈາກ​ນັ້ນ ກໍ​ໄດ້ມີການຈັດການຮຽນ-ການສອນ ໃນລະດັບປະລິນຍາໂທ ໃນສາຂາ ການບໍລິຫານທຸລະກິດ ເຊິ່ງໃນສົກສຶກສາ 2023-2024 ມີຜູ້ສຳເລັດການສຶກສາທັງໝົດ 21 ຄົນ ຍິງ 10 ຄົນ. ພ້ອມ​ນີ້, ໃນສົກສຶກສາທີ່ຜ່ານມາ ສລຍ  ຍັງດໍາເນີນການຝຶກອົບຮົມຢູ່ຫລາຍປະເພດ ​ເປັນ​ຕົ້ໜ ຫລັກສູດເພື່ອແກ້ໄຂຕາມບັນຫາຕົວຈິງ ເອີ້ນວ່າ Tailor made course, ຫລັກສູດຝຶກອົບຮົມທົ່ວໄປ ແລະ ຫລັກສູດຝຶກອົບຮົມ ຄວາມເປັນມືອາຊີບທາງທຸລະກິດ ສໍາລັບນັກທຸລະກິດ ແລະ ເປັນກອງເລຂາໃນການຈັດຕັ້ງໂຄງການລາງວັນ Honda YES Award, ສາມາດປະຕິບັດໄດ້ຕາມແຜນເວລາ ແລະ ທັນກັບທຸກຂັ້ນຕອນການເຄື່ອນໄຫວ.
ສະຖາບັນພັດທະນາ ຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ເຄື່ອນໄຫວບົນພື້ນຖານການຮ່ວມມື ລະຫວ່າງລັດຖະບານລາວ ແລະ ຍີ່ປຸ່ນ. ໃນນັ້ນ,​ ຕາງໜ້າຝ່າຍລາວ ແມ່ນມະຫາວິ ທະຍາໄລແຫ່ງຊາດ ແລະ ຝ່າຍຍີ່ປຸ່ນແມ່ນອົງການ JICA ປະຈຳ ສປປ ລາວເຮັດວຽກແລກປ່ຽນວັດທະນະທຳ ແລະ ວິຊາການໂດຍກົງກັບສາກົນ ໂດຍສະເພາະແມ່ນຍີ່ປຸ່ນ ແລະປະເທດ ອື່ນໆ.  ທັງ​ໄດ້ສອນພາສາຍີ່ປຸ່ນ ເປັນຫລັກສູດຝຶກອົບຮົມປົກກະຕິ ໃຫ້ກັບຜູ້ສົນໃຈຮຽນທົ່ວໄປ ແລະ ສອນພິເສດຕາມຄວາມຕ້ອງການ ໃຫ້ກັບອົງກອນພາຍນອກ ເພື່ອສົ່ງຄົນລາວໄປຝຶກອົບ ຮົມທັກສະ ສະເພາະຢູ່ປະເທດຍີ່ປຸ່ນ, ພ້ອມທັງດຳເນີນວຽກງານຄົ້ນຄວ້າ ພາຍໃຕ້ການຈັດຫາແຫລ່ງທຶນຕ່າງຫາກ.ໂອກາດ​ນີ້, ທ່ານ ເດຊານຸລາດ ແສນດວງເດດ ກໍ​ໄດ້​ມີ​ຄໍາ​ເຫັນ​ໂອ້​ລົມ ​ໂດຍເນັ້ນໃຫ້ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ເປັນເຈົ້າການໃນການຈັດຕັ້ງວຽກງານການ ເຄື່ອນໄຫວຕ່າງໆທີ່ກ່ຽວຂ້ອງ, ຍົກສູງການຮ່ວມມືລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ, ສືບຕໍ່ດຳເນີນວຽກ ງານຕ່າງໆ ໃຫ້ສຳເລັດຜົນຕາມຄາດໝາຍທີ່ວາງໄວ້.

ຂໍ້​ມຸນ-ພາບ: ກະດານ​ຂ່າວ ມຊ

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top