ເອັດຊີຈີ ມອບທຶນການສຶກສາ ໃຫ້ນັກຮຽນລາວ 200 ກວ່າທຶນ

11/11/2024 11:50
Email Print 2136
ຂປລ ເອັດຊີຈີ ມອບທຶນການສຶກສາ ໃຫ້ນັກຮຽນ-ນັກສຶກສາລາວທັງຢູ່ໃນ ສູນກາງ ແລະ ຊົນນະບົດລວມ 201 ທຶນ ສໍາລັບສົກຮຽນປີ 2024-2025

     *ເອັດຊີຈີ ມອບທຶນການສຶກສາ ໃຫ້ນັກຮຽນ-ນັກສຶກສາລາວທັງຢູ່ໃນສູນກາງ ແລະ ຊົນນະບົດລວມ 201 ທຶນສໍາລັບສົກຮຽນປີ 2024-2025 ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ ແລະ ການພັດທະນາການສຶກສາທີ່ຍືນຍົງຂອງ ສປປ ລາວ ໃນອະນາຄົດ.



ຫລ້າສຸດວັນທີ 7 ພະຈິກ 2024 ນີ້, ເອັດຊີຈີ (SCG)ໄດ້ຈັດພິທີມອບ-ຮັບ ທຶນການສຶກສາຢ່າງເປັນທາງການ ພາຍໃຕ້ໂຄງການ “SCG Sharing the Dream” ປະຈຳປີ 2024 ເພື່ອສົ່ງເສີມການສຶກສາຊາວໜຸ່ມລາວ ແລະ ສ້າງຄົນລຸ້ນໃໝ່ໃຫ້ມີຈິດສຳນຶກດ້ານສິ່ງແວດລ້ອມ ຮັບມືກັບສະພາວະໂລກຮ້ອນ ເຊິ່ງພິທີມອບ-ຮັບທຶນການສຶກສາຄັ້ງນີ້ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສຳລານ ພັນຄະວົງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ມໍລະກົດ ສີສະຫວັດ, ເອກອັກຄະລັດຖະທູດໄທປະຈໍາ ສປປ ລາວ, ທ່ານ ປະລະເມດ ນິສາກອນເສນ, ຜູ້ຊ່ວຍຜູ້ຈັດການໃຫຍ່ການບໍລິຫານກາງ SCG ພ້ອມບັນດາເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.



ສໍາລັບທຶນການສຶກສາສົກຮຽນ 2024-2025 ລວມທັງໝົດ 201 ທຶນ ໄດ້ກວມເອົາມີນັກຮຽນລະດັບມັດທະຍົມປາຍຈາກໂຮງຮຽນລັດຖະບານ ໃນເຂດນະຄອນຫລວງວຽງຈັນ ແລະ ແຂວງຄຳມ່ວນໄດ້ຮັບທຶນລວມ 180 ທຶນ ແລະ ນັກຮຽນລະດັບປະລິນຍາຕີທ່ົວປະເທດ 21 ທຶນ. ທັງນ້ີ SCG ໄດ້ຮ່ວມກັບພະແນກສຶກສາ ນະຄອນຫລວງວຽງຈັນ ແລະ ພະແນກສຶກສາແຂວງຄຳມ່ວນ ຈັດງານມອບທຶນ SCG Sharing the Dream ຢ່າງ ຕໍ່ເນື່ອງມາເປັນປີທີ 13 ແລ້ວ. ທ່ານ ປະລະເມດນິສາກອນເສນ, ຜູ້ຊ່ວຍຜູ້ຈັດການໃຫຍ່ ການບໍລິຫານກາງ SCG ໄດ້ກ່າວວ່າ ໃນປີນີ້ SCG ເນັ້ນສົ່ງເສີມ ແລະ ໃຫ້ໂອກາດຊາວໜຸ່ມ ທີ່ມີຄວາມຕັ້ງໃຈຮຽນ ແຕ່ມີຄວາມຂາດເຂີນດ້ານທຶນຊັບ ແລະ ມີຈິດສຳນຶກອະນຸລັກສິ່ງແວດລ້ອມເຊິ່ງເປັນສ່ວນໜຶ່ງ ໃນແນວທາງພິຈາລະນາຄຸນສົມບັດຂອງຜູ້ສະໝັກ. “ພວກເຮົາກຳລັງຜະເຊີນກັບທຳມະຊາດທີ່ປ່ຽນແປງເຊິ່ງເກີດຈາກບັນຫາວິກິດໂລກຮ້ອນ. SCG ຈຶ່ງມຸ່ງໝັ້ນດຳເນີນທຸລະກິດຕາມແນວທາງ ‘Inclusive Green Growth’ ຫລື ການສ້າງເສດຖະກິດໃຫ້ເຕີບໂຕຄຽງຄູ່ໄປກັບສິ່ງແວດລ້ອມທີ່ຍືນຍົງ ໂດຍບໍ່ປະຖິ້ມໃຜໄວ້ຂ້າງຫລັງ.



ສຳລັບປີນີ້, SCG ໄດ້ເປີດໂອກາດໃຫ້ຄົນລຸ້ນ ໃໝ່ມີສ່ວນຮ່ວມໃນການແກ້ໄຂບັນຫາສັງຄົມ ແລະ ສິ່ງແວດລ້ອມ ໂດຍມີທີມຊາວໜຸ່ມອາຊຽນກວ່າ 20 ທີມ ສົ່ງ ຜົນງານເຂົ້າປະກວດ ແລະ ມີຕົວແທນຈາກ ສປປ ລາວ ໄດ້ຮັບເລືອກເປັນ ESG Ambassador ດ້ວຍຜົນງານ ສົ່ງເສີມຊຸມຊົນພັດທະນາບັນຈຸພັນອາຫານຈາກໃບໄມ້ທີ່ສ້າງລາຍໄດ້ ແລະ ຮັກສາສິ່ງແວດລ້ອມໄປພ້ອມໆກັນ. ນ້ອງຜູ້ໄດ້ຮ່ວມການເດີນທາງທັດສະນະສຶກສາປະສົບການສີຂຽວກັບໝູ່ໆ ຈາກປະເທດອື່ນ ໃນໄລຍະລົງເຮັດວຽກ ESG Symposium ທີ່ປະເທດໄທ ເມື່ອເດືອນຕຸລາທີ່ຜ່ານມາເລົ່າປະສົບການວ່າ: ຮູ້ສຶກດີໃຈຫລາຍທີ່ໄດ້ເຫັນພະລັງຂອງຄົນລຸ້ນໃໝ່ ແລະ ເຊື່ອໝັ້ນວ່ານ້ອງໆນັກຮຽນນັກສຶກສາໃນໂຄງການ Sharing the Dream ຈະເຕີບໃຫຍ່ເປັນກຳລັງສຳຄັນໃນການພັດທະນາ ສປປ ລາວ ໃຫ້ຈະເລີນກ້າວໜ້າຍິ່ງຂຶ້ນຕໍ່ໄປ.



ໃນໂອກາດດັ່ງກ່າວນີ້, ທ່ານ ສຳລານ ພັນຄະວົງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ “ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໂຄງການດ່ັງກ່າວ ໂດຍສະເພາະຕໍ່ທາງ ກຸ່ມບໍລິສັດ SCG ແຫ່ງປະເທດໄທ, ແລະ ຂໍຊົມເຊີຍຕໍ່ຄະນະກຳມະການທຸກໆທ່ານ ຈາກພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ຕະຫລອດເຖິງຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ພ້ອມດ້ວຍນ້ອງນັກຮຽນ ທີ່ໄດ້ພ້ອມກັນຈັດຕັ້ງປະຕິບັດໂຄງການຈົນໄດ້ຮັບຜົນສຳເລັດເປັນຢ່າງດີ. ໂຄງການດັ່ງກ່າວ ເປັນໂຄງການທີ່ດີ ແລະ ມີປະໂຫຍດ ຕໍ່ການສຶກສາໃນນະຄອນຫລວງວຽງຈັນ ທັງເປັນການປະກອບສ່ວນບັນລຸຕາມແຜນການທີ່ນະຄອນຫລວງວຽງຈັນວາງອອກ. ທ່ານ ນາງ ມໍລະກົດ ສີສະຫວັດ, ເອກອັກຄະລັດຖະທູດໄທປະຈໍາ ສປປ ລາວ ກ່າວ ທຶນການສຶກສາ SCG Sharing the Dream ເປັນໜຶ່ງໃນໂຄງການທີ່ SCG ດຳເນີນການເພື່ອ ເພີ່ມໂອກາດທາງການສຶກສາໃຫ້ແກ່ຊາວໜຸ່ມ, ຫລຸດຜ່ອນຄວາມບໍ່ເທົ່າທຽມກັນໃນສັງຄົມ ຕາມຍຸດທະສາດ ESG 4 Plus ອັນປະກອບໄປດ້ວຍ 1. ມຸ່ງ Net Zero 2. GO Green 3. ຫລຸດຄວາມບໍ່ເທົ່າທຽມກັນ ແລະ 4. ຢ້ຳຮ່ວມມື plus ຄວາມໂປ່ງໃສ ແລະ ເປັນທຳ. ໃນແຕ່ລະປີ SCG ໄດ້ມອບທຶນນີ້ແກ່ຊາວໜຸ່ມໃນພາກພື້ນອາຊຽນໄດ້ແກ່ ສປປ ລາວ, ຫວຽດນາມ, ອິນໂດເນເຊຍ, ຟິລິບປິນ, ກຳປູເຈຍ ແລະ ໄທ ລວມຫລາຍກວ່າ 5.000 ຄົນ.


KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top