ຫລວງພະບາງ ແລະ ຈໍາປາສັກ ໄດ້ແຊັມເຕະບານ ນັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII

04/12/2024 21:17
Email Print 1351
ຂປລ ຂປລ. ການແຂ່ງຂັນກິລາເຕະບານ ນັກຮຽນມັດທະຍົມສຶກສາ ທົ່ວປະເທດ ຊີງຂັນກະຊວງສຶກສາທິການ ແລະ ກິລາ ຄັ້ງທີ VII ລາຍການ Copa Coca-Cola Laos 2024 ໃນລະຫວ່າງວັນທີ 21 ຕຸລາ ຫາ ວັນທີ 29 ພະຈິກ 2024 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໄດ້ປິດລົງດ້ວຍຜົນສຳເລັດ. ຜ່ານການແຂ່ງຂັນ ທີມນັກເຕະຊາຍ ຈາກແຂວງຫລວງພະບາງ ໄດ້ອັບດັບ 1 ໄປຄອງ, ໄດ້ອັບ 2 ໄດ້ແກ່ ທີມນັກເຕະ ມສ ດອນໜູນ ຈາກນະຄອນຫລວງວຽງຈັນ ແລະ ອັນດັບ 3 ໄດ້ແກ່ ມສ ເຄເອັນຊີ ຈາກນະຄອນຫລວງວຽງຈັນ.



ຂປລ. ການແຂ່ງຂັນກິລາເຕະບານ ນັກຮຽນມັດທະຍົມສຶກສາ ທົ່ວປະເທດ ຊີງຂັນກະຊວງສຶກສາທິການ ແລະ ກິລາ ຄັ້ງທີ
VII ລາຍການ Copa Coca-Cola Laos 2024 ໃນລະຫວ່າງວັນທີ 21 ຕຸລາ ຫາ ວັນທີ 29 ພະຈິກ 2024 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໄດ້ປິດລົງດ້ວຍຜົນສຳເລັດ. ຜ່ານການແຂ່ງຂັນ ທີມນັກເຕະຊາຍ ຈາກແຂວງຫລວງພະບາງ ໄດ້ອັບດັບ 1 ໄປຄອງ, ໄດ້ອັບ 2 ໄດ້ແກ່ ທີມນັກເຕະ ມສ ດອນໜູນ ຈາກນະຄອນຫລວງວຽງຈັນ ແລະ ອັນດັບ 3 ໄດ້ແກ່ ມສ ເຄເອັນຊີ ຈາກນະຄອນຫລວງວຽງຈັນ. ສຳລັບ ທີມນັກເຕະຍິງ ແຂວງຈຳປາສັກ ໄດ້ອັນດັບ 1 ໄປຄອງ, ອັນດັບ 2 ມສ ໂຄກສີວິໄຊ ຈາກນະຄອນຫລວງວຽງຈັນ ແລະ ອັນດັບ 3 ແຂວງຫລວງພະບາງ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນ ມີທ່ານ ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ສີຈັນ ຈິດຕະປັນຍາ ວ່າການຫົວໜ້າກົມກິລາລະດັບສູງ, ທ່ານ ພະສິນ ປັນດີ ຜູ້ຈັດການໃຫຍ່ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕລິງ ຈໍາກັດ, ທ່ານ ຄໍາຫວັນ ນັນທະວົງ ປະທານສະຫະພັນກິລາບານເຕະ ນະຄອນຫລວງວຽງຈັນ, ມີພາກສ່ວນກ່ຽວຂ້ອງ ແລະ ມວນຊົນ ເຂົ້າຮ່ວມ.




ສໍາລັບ ລາງວັນ ທັງ
2 ປະເພດ ແມ່ນໄດ້ຮັບເທົ່າກັນ ຄື: ຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ, ຫລຽນລາງວັນ 25 ຫລຽນ, ພ້ອມເງິນລາງວັນ 50 ລ້ານກີບ ແລະ ຜະລິດຕະພັນອື່ນໆ 20 ລ້ານກີບ, ລວມມູນຄ່າທັງໝົດ 70 ລ້ານກີບ; ອັນດັບ 2 ໄດ້ຮັບຫລຽນລາງວັນ 25 ຫລຽນ, ພ້ອມເງິນລາງວັນ 30 ລ້ານກີບ ແລະ ຜະລິດຕະພັນອື່ນໆ 10 ລ້ານກີບ, ລວມມູນຄ່າທັງໝົດ 40 ລ້ານກີບ ແລະ ອັນດັບ 3 ໄດ້ຮັບຫລຽນລາງວັນ 25 ຫລຽນ ພ້ອມເງິນລາງວັນ 15 ລ້ານກີບ ແລະ ຜະລິດຕະພັນອື່ນໆ 5 ລ້ານກີບ, ລວມມູນຄ່າທັງໝົດ 20 ລ້ານກີບ.




ການແຂ່ງຂັນເຕະບານ ໃນຄັ້ງນີ້
, ຕົວແທນຂອງນະຄອນຫລວງວຽງຈັນ ມີ 4 ທີມຊາຍ ຄື: ໂຮງ ຮຽນ ມສ ດອນໜູນ (ເມືອງໄຊທານີ),​ ໂຮງຮຽນ ມສ ເຄເອັນຊີ (ເມືອງຫາດຊາຍຟອງ),​ ໂຮງຮຽນ ມປ ໂນນສະຫວ່າງ (ເມືອງໄຊເສດຖາ) ແລະ ໂຮງຮຽນ ມສ ນາຊາຍທອງ (ເມືອງນາຊາຍທອງ). ສ່ວນທີມຍິງ ມີ 2 ທີມ ຄື: ໂຮງຮຽນ ມສ ໂຄກສີວິໄລ (ເມືອງໄຊທານີ) ແລະ ໂຮງຮຽນ ມສ ສົມສະຫວາດ (ເມືອງປາກງື່ມ). ສຳລັບ ຕົວແທນເຂດພາກເໜືອ ມີ 2 ທີມຊາຍ ມີແຂວງຫລວງນໍ້າທາ ແລະ ແຂວງຫລວງພະບາງ, ສ່ວນທີມຍິງ ແຂວງຫລວງພະບາງ ມີ 1 ທີມ ແລະ ຕົວແທນເຂດພາກໃຕ້ ມີ 2 ທີມຊາຍ ມີແຂວງສະຫວັນນະເຂດ, ແຂວງສາລະວັນ ແລະ ມີ 1 ທີມຍິງ ຈາກແຂວງຈໍາປາສັກ.



ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top