ສົ່ງເສີມການຮ່ວມມືຢ່າງແໜ້ນແຟ້ນ ເພື່ອບັນລຸຄຸນນະພາບການສຶກສາ ສຳລັບຄົນພິການ

20/12/2024 14:11
Email Print 986
ຂປລ ຂປລ. ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານ ການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງ ການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ຈັດພິທີລະນຶກ ວັນຄົນພິການສາກົນ ພາຍໃຕ້ຫົວຂໍ້ “​ເພີ່ມ​ທະວີຄວາມເປັນຜູ້ນຳ ຂອງຜູ້ທີ່ມີຄວາມເປັນ​ພິການ​ ເພື່ອ​ອະນາຄົດ​ທີ່ມີການລວມເອົາພວກເຂົາ ​ແລະ ອະນາຄົດທີ່ຍືນຍົງ” ຂຶ້ນໃນວັນທີ 18 ທັນວາ 2024 ທີ່ນະຄອນຫລວງວຽງຈັນ ເພື່ອເປັນການລະນຶກ ເຖິງວັນຄົນພິການສາກົນ ແລະ ເພື່ອສະແດງໃຫ້ເຫັນເຫັນເຖິງຜົນສຳເລັດ ຂອງການຮ່ວມມື ໃນຂະແໜງການສຶກສາ ຂອງ ສປປ ລາວ.




ຂປລ. ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານ ການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງ ການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ຈັດພິທີລະນຶກ ວັນຄົນພິການສາກົນ ພາຍໃຕ້ຫົວຂໍ້
“​ເພີ່ມ​ທະວີຄວາມເປັນຜູ້ນຳ ຂອງຜູ້ທີ່ມີຄວາມເປັນ​ພິການ​ ເພື່ອ​ອະນາຄົດ​ທີ່ມີການລວມເອົາພວກເຂົາ ​ແລະ ອະນາຄົດທີ່ຍືນຍົງ” ຂຶ້ນໃນວັນທີ 18 ທັນວາ 2024 ທີ່ນະຄອນຫລວງວຽງຈັນ ເພື່ອເປັນການລະນຶກ ເຖິງວັນຄົນພິການສາກົນ  ແລະ ເພື່ອສະແດງໃຫ້ເຫັນເຫັນເຖິງຜົນສຳເລັດ ຂອງການຮ່ວມມື ໃນຂະແໜງການສຶກສາ ຂອງ ສປປ ລາວ.





ທ່ານ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ການຈັດກິດຈະກຳໃນຄັ້ງນີ້ ຈຸດປະສົງເພື່ອຮັດແໜ້ນການຮ່ວມມື ລະຫວ່າງບັນດາພາກສ່ວນຂອງ ຂະແໜງການສຶກສາ ແລະ ບັນດາຜູ້ມີສ່ວນຮ່ວມທີ່ສຳຄັນ ເພື່ອພັດທະນາການສຶກສາຮຽນຮ່ວມ ໃນ ສປປ ລາວ ໃຫ້ມີຄວາມກ້າວໜ້າ ແລະ ເຊື່ອໝັ້ນວ່າ​ຜູ້​ເຂົ້າ​ຮ່ວມ​ ຈະ​ຊ່ວຍກັນລົບ​ລ້າງບັນດາອຸປະສັກ ​ແລະ ສົ່ງ​ເສີມ​ການ​ເຂົ້າ​ເຖິງ​ການ​ສຶກສາ ​ທີ່​ມີ​ຄຸນ​ນະພາ​ບຢ່າງ​ເທົ່າທຽມກັນ ສຳລັບ​ຄົນພິການ ທີ່ຢູ່ ສປປ ລາວ, ເຊິ່ງ

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ມຸ່ງໝັ້ນທີ່ຈະສົ່ງເສີມລະບົບ ການສຶກສາ ທີ່ສາມາດເຂົ້າເຖິງໄດ້ ແລະ ເໝາະສົມສຳລັບນັກຮຽນທຸກຄົນ, ສົ່ງເສີມຜູ້ວາງນະໂຍບາຍ ແລະ ຜູ້ເຮັດວຽກໃນວຽກງານນີ້ ຂອງຂະແໜງການສຶກສາ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຄວາມຕ້ອງການ ແລະ ສິດທິຂອງຄົນພິການ ພ້ອມທັງຈັດຕັ້ງປະຕິບັດນະໂຍບາຍ ໃຫ້ເປັນຮູບປະທຳ ເພື່ອການພັດທະນາ ໂຮງຮຽນ.




ທ່ານ ນາງ ເບັນນິຕາ ຊຳເມີວິວ ຮອງເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການສົ່ງເສີມສິດຂອງຄົນພິການ ແມ່ນສະທ້ອນເຖິງນະໂຍບາຍ ຂອງ​ລັດຖະບານອົດ​ສະ​ຕຣາ​ລີ ທີ່ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານດັ່ງກ່າວ, ຍຸດທະສາດຄວາມສະເໝີພາບ ດ້ານຄວາມພິການ ແລະ ສິດທິສາກົນ ສະບັບໃໝ່ຂອງອົດສະຕຣາລີ ໄດ້ເລີ່ມຈັດຕັ້ງປະຕິບັດໃນວັນທີ 28 ພະຈິກ 2024, ເຊິ່ງເປັນການຫັນປ່ຽນຈຸດສຸມຂອງພວກເຮົາ ຈາກການລວມເອົາຄວາມພິການ ໄປສູ່ຄວາມສະເໝີພາບ ຂອງຄວາມພິການ ແລະ ສິດທິ ພ້ອມທັງວາງແນວທາງການຮ່ວມມື ກັບຄົນພິການເປັນຈຸດໃຈກາງ ຂອງການຮ່ວມມືລະດັບສາກົນ. ຄູເປັນກຸນແຈໃນການເຮັດໃຫ້ຫ້ອງຮຽນ ທີ່ມີການສຶກສາຮຽນຮ່ວມ ເພື່ອຮັບປະກັນ ໃຫ້ນັກຮຽນທຸກຄົນສາມາດເຕີບໃຫຍ່, ລັດຖະບານອົດສະຕຣາລີ ຈະສະໜັບສະໜູນ ສສກ ແລະ ຄູ່ຮ່ວມພັດທະນາ ໂດຍໃຫ້ບຸລິມະສິດ ເພື່ອສະໜອງເຄື່ອງມື, ສື່ການຮຽນການສອນ ແລະ ການຝຶກອົບຮົມທີ່ຈຳເປັນແກ່ ຄູ ເພື່ອສະໜັບສະໜູນ ນັກຮຽນພິການ ຢ່າງມີປະສິດທິພາບ. ໃນນີ້, ຍັງລວມມີ ການເຊື່ອມໂຍງບົດຮຽນ ຫລັກສູດຄູໃນວິທະຍາໄລຄູ ໃຫ້ລວມເອົາການສຶກສາຮຽນຮ່ວມ ແລະ ຫລັກສູດ ສຳລັບຄູປະຈຳການຕື່ມອີກ. ລັດຖະບານອົດສະຕຣາລີ ໃຫ້ຄຳໝັ້ນສັນຍາ ຈະສະໜັບສະໜູນ ກະຊວງ ສຶກສາ ເພື່ອລຶບລ້າງສິ່ງເປັນອຸປະສັກດ້ານການສຶກສາ, ການສ້າງຈິດສໍານຶກ ກ່ຽວກັບອຸປະສັກ ທີ່ນັກຮຽນພິການຜະເຊີນ ​ແລະ ສະໜອງຍຸດທະສາດທີ່ຊັດເຈນ ເພື່ອແກ້ໄຂສິ່ງທ້າທາຍເຫລົ່ານີ້ ແມ່ນວຽກງານສໍາຄັນ.

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top