ປິດງານມະຫະກຳກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII ຂະນະທີ່ແຂວງເຊກອງຮັບກຽດເປັນເຈົ້າພາບຄັ້ງຖັດໄປ

23/12/2024 09:51
Email Print 1273
ຂປລ ງານມະຫະກຳກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າ ພາບ ໄດ້ປິດລົງໃນວັນທີ 22 ທັນວາ 2024 ດ້ວຍບັນຍາກາດຄືກຄື້ນມ່ວນຊື່ນ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

    *ງານມະຫະກຳກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າ ພາບ ໄດ້ປິດລົງໃນວັນທີ 22 ທັນວາ 2024 ດ້ວຍບັນຍາກາດຄືກຄື້ນມ່ວນຊື່ນ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ຂະນະທີ່ແຂວງເຊກອງຈະໄດ້ຮັບກຽດເປັນເຈົ້າພາບຈັດງານດັ່ງກ່າວ ຄັ້ງທີ VIII ປີ 2027 ຕໍ່ໄປ. ເປັນກຽດເຂົ້າຮ່ວມ ​ທ່ານ ດາວ​ວົງ ພອນ​ແກ້ວ ເຈົ້າແຂວງ​ສາ​ລະ​ວັນ, ປະທານຈັດງານ, ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີ​ກະຊວງ​ສຶກສາ​ທິ​ການ ​ແລະ ກິລາ, ປະທານຮ່ວມ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ. ມີບັນ​ດາ​ທ່ານເຈົ້າ​ແຂວງ, ຮອງລັດຖະມົນຕີ, ຮອງ​ເຈົ້າ​ແຂວງ, ຄະນະຮັບຜິດຊອບຈັດງານຈັດ​ງານ, ບັນ​ດາ​ກຳ​ມະ​ການ, ອະ​ນຸ​ກຳ​ມະ​ການ, ຄະ​ນະ​ນຳ​ອາ​ວຸ​ໂສ​ບຳ​ນານ​, ຄະນະ​ນຳ​ນັກ​ກິລາ, ນັກ​ກິລາ​​ນັກ​ຮຽນ​ມັດ​ທະ​ຍົມ​ສຶກ​ສາ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ຊາວ​ແຂວງ​ສາລະວັນເຂົ້າຮ່ວມ.   

     ທ່ານ ສົມ​ໃຈ ອຸ່ນ​ຈິດ ​ຮອງເຈົ້າແຂວງສາລະວັນ, ຮອງ​ປະ​ທານ​ຈັດ​ງານກ່າວວ່າ: ງານມະຫາກຳກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າພາບ ໄດ້ໄຂຂຶ້ນມາແຕ່ວັນທີ 13 ທັນວາ 2024 ແລະ ດໍາເນີນມາຮອດວັນທີ 22 ທັນວາ 2024 ໄດ້ສິ້ນສຸດການ​ແຂ່ງ​ຂັນລົງ ດ້ວຍບັນຍາກາດຄືກຄື້ນມ່ວນຊື່ນ ແລະ ມີຜົນສໍາເລັດອັນຈົບງາມ. ຜົນສຳເລັດດັ່ງກ່າວ ແມ່ນເນື່ອງມາຈາກການກະກຽມ, ການວາງແຜນເປັນແຕ່ລະໄລຍະ, ການປະກອບສ່ວນດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງຂອງທຸກພາກສ່ວນ ເຮັດໃຫ້ມີຄວາມພ້ອມໃນດ້ານຕ່າງໆ ໂດຍສະເພາະແມ່ນເຮັດໃຫ້ພິທີເປີດ-ປິດ ແລະ ການຈັດການແຂ່ງຂັນກິລາປະເພດຕ່າງໆ ໄດ້ສຳເລັດລົງດ້ວຍຄວາມເປັນລະບຽບຮຽບຮ້ອຍດີ, ກຳມະການຕັດສິນກໍ່ໄດ້ເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ຕາມທີ່ໄດ້ປະຕິຍານໄວ້, ສ່ວນນັກກິລາແຕ່ລະພາກສ່ວນ ກໍ່ໄດ້ຕັ້ງໜ້າແຂ່ງຂັນ, ມີສະຕິໃນການປະຕິບັດຕາມກົດ​ລະ​ບຽບ, ກະຕິກາ ທີ່ວາງອອກຢ່າງເຂັ້ມງວດ; ໃນເວລາແຂ່ງຂັນກໍ່ໄດ້ສະແດງອອກແຈ້ງເຖິງນ້ຳໃຈນັກກິລາຢ່າງແທ້ຈິງ, ຮູ້ໄດ້, ຮູ້ເສຍ, ຮູ້ອະໄພເຊິ່ງກັນ ແລະ ກັນ, ອັນໄດ້ປະກອບສ່ວນຜູກແໜ້ນຄວາມສາມັກຄີ ໄມຕີຈິດ ມິດຕະພາບ, ມີ​ຄວາມ​ສາ​ມັກ​ຄີ ໃນໜູ່ນັກຮຽນ ແລະ ນັກກິລາດ້ວຍກັນ ເຮັດ​ໃຫ້​ການ​ແຂ່ງ​ຂັນ​ເຕັມ​ໄປ​ດ້ວຍ​ຮອຍ​ຍີ້ມ, ຄວາມ​ເບີກ​ບານ​ມ່ວນ​ຊື່ນ ແລະ ​ມີຄວາມ​ຊົງ​ຈຳ​ທີ່​ດີ; ດ້ານໜຶ່ງຍັງໄດ້ເປັນການຍົກລະດັບຄວາມຮູ້, ຄວາມສາມາດ ແລະ ປະສົບການໃນດ້ານກິລາຂອງນັກຮຽນ ເພື່ອສ້າງຕົນເອງໃຫ້ເປັນນັກກິລາຮຸ່ນສືບທອດກ້າວຂຶ້ນສູ່ຄຸນນະພາບໃໝ່ ເພື່ອກຽມເຂົ້າແຂ່ງຂັນກິລາລະດັບຊາດ, ພາກພື້ນ ແລະ ສາກົນໃນຕໍ່ໜ້າ.

     ທ່ານ ສົມ​ໃຈ ອຸ່ນ​ຈິດ ກ່າວຕື່ມວ່າ: ງານມະຫະກຳກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII ນີ້ ໄດ້ດຳເນີນການແຂ່ງຂັນກິ​ລາ 12 ປະເພດ, ຕິດພັນກັບນະໂຍບາຍການພັດທະນາຊັບພະຍາກອນມະນຸດຮອບດ້ານ, ເປັນຕົ້ນແມ່ນການສົ່ງເສີມໃຫ້ນັກຮຽນໄດ້ຮັບການພັດທະນາທາງດ້ານຮ່າງກາຍ ແລະ ປັນຍາ ຕາມ 5 ຫລັກ​ມູນ​ຂອງ​ການ​ສຶກ​ສາ, ພ້ອມນີ້ ກໍ່ເປັນການບົ່ມສອນສ້າງໃຫ້ນັກ​ກິ​ລາ ​ຢູ່​ໃນ​ໄວ​ເຍົາ​ວະ​ຊົນ, ຊາວ​ໜຸ່ມ ໄດ້ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີຄຸນສົມບັດ, ມີຄວາມສາມັກຄີມິດຕະພາບ ແລະ ແລກປ່ຽນປະສົບການດ້ານກິລາ ເຊິ່ງເປັນເງື່ອນໄຂສົ່ງເສີມໃຫ້ເຂົາເຈົ້າສາມາດເກັບກຳເອົາບົດຮຽນ ປະສົບການ ທີ່ໄດ້ຮັບໃນຄັ້ງນີ້ ໄປພັດ ທະນາສົ່ງເສີມຕົນເອງໃຫ້ສູງຂຶ້ນ.

     ເປັນເວລາ 10 ກວ່າວັນຜ່ານ​ມາ, ຄະ​ນະ​ຈັດ​ງານ​ແຂ່ງ​ຂັນ ສາມາດສັງລວມຜົນ ອັນ​ດັບ​ຕາ​ຕະ​ລາງ​ຫລຽນ​ລາງວັນ ​ແຕ່​ອັນ​ດັບ​ທີ 1-3 ແລະ ຕາມ​ລຳ​ດັບ​ລົງ​ມາ​ຄື: ອັນ​ດັບ​ທີ 1 ນະຄອນ ຫລວງວຽງຈັນ  ໄດ້​ຮັບ​ຫລຽນ​ຄຳ 26 ຫລຽນ,ຫລຽນ​ເງິນ 21 ຫລຽນ, ຫລຽນ​ທອງ 29 ຫລ​ຽ​ນ ລວມ​ທັງ​ໝົດ 76 ຫລຽນ; ອັນ​ດັບ​ທີ 2 ແຂວງ ຈຳປາສັກ ໄດ້​ຮັບ​ຫລຽນ​ຄຳ 20 ຫລຽນ, ຫລຽນ​ເງິນ 20 ຫລຽນ, ຫລຽນ​ທອງ 20 ຫລຽ​ນ ລວມ​ທັງ​ໝົດ 60 ຫລຽນ; ອັນ​ດັບ​ທີ 3 ແຂວງສາລະວັນ ເຈົ້າພາບ ໄດ້​ຮັບ​ຫລຽນ​ຄຳ 12 ຫລຽນ, ຫລຽນ​ເງິນ 20 ຫລຽນ, ຫລຽນ​ທອງ 16 ຫລ​ຽ​ນ ລວມ​ທັງ​ໝົດ 48 ຫລຽນ ຕາມລຳດັບ...

     ​ການ​ຈັດງານມະຫະກຳກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII ໃນຄັ້ງນີ້  ໄດ້ຮັບຜົນສຳເລັດຕາມທີ່ຄາດຫວັງໄວ້ທຸກປະການຄື: ທາງດ້ານການເມືອງ, ຄວາມສະຫງົບ, ເສດຖະກິດ, ວັດທະນະທຳ-ສັງຄົມຂອງແຂວງ ຕະຫລອດຮອດດ້ານວິຊາສະເພາະ, ພ້ອມນີ້ ຍັງເຫັນໄດ້ຄວາມສາມັກຄີເປັນຈິດໜຶ່ງໃນດຽວ, ການພັດທະນາກິລາລະດັບນັກຮຽນຂອງແຕ່ລະແຂວງ, ການພັດທະນາບຸກຄະລາກອນໃຫ້ແກ່ແຂວງສາລະວັນ, ພ້ອມທັງພື້ນຖານໂຄງລ່າງໄວ້ເປັນອັນສືບທອດໃຫ້ແກ່ແຂວງ ໃນ​ການພັດທະນາຂົງເຂດກິລາ-ກາຍ​ຍະ​ກຳ ກໍ່ຄືເປັນ​ສະ​ຖານ​ທີ່​ອອກ​ກຳ​ລັງ​ກາຍ, ຫລິ້ນ​ກິ​ລາ​ເພື່ອ​ສຸ​ຂະ​ພາບຂອງມວນ​ຊົນ ແລະ ການແຂ່ງຂັນກິລາໃນ​ລະ​ດັບ​ຕ່າງໆ ຢູ່​ພາຍ​ໃນ​ແຂວງ ​ໃນຕໍ່ໜ້າເປັນບ່ອນຝຶກຊ້ອມ, ສ້າງນັກກິລາທີ່ມີທັດສະ ແລະ ສ້າງຂະບວນການໃຫ້ນ້ອງນ້ອຍນັກຮຽນ ແລະ ຊາວໜຸ່ມພາຍໃນແຂວງຫັນມາຫລິ້ນກິລາໃຫ້ຫລາຍຂຶ້ນ, ຫລຸດຜ່ອນການມົ້ວສຸມສິ່ງເສບຕິດ ແລະ ອື່ນໆ.

    ຂະນະທີ່ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ກໍ່ໄດ້ຂຶ້ນຮັບທຸງກິລາ ແລະ ກຽມເປັນເຈົ້າພາບງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VIII ໃນປີ 2027 ຄັ້ງຕໍ່ໄປ.  
ໂດຍ:ຢ່າຕົ່

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top