ລັດຖະບານສະວິດ ເພີ່ມທະວີ ສົ່ງເສີມ ວຽກງານອາຫານທ່ຽງ ໃນໂຮງຮຽນຢູ່ລາວ

25/12/2024 14:57
Email Print 2167
ຂປລ ຂປລ. ລັດຖະບານ ສະວິດ ປະກາດການສະໜັບສະໜູນ ການນຳໃຊ້ແນວທາງທີ່ຄຳນຶງເຖິງ ການປ່ຽນແປງຂອງດິນຟ້າອາກາດ ແລະ ຍືນຍົງ ມານຳໃຊ້ເຂົ້າໃນການປຸງແຕ່ງ ອາຫານທ່ຽງ ໃນໂຮງຮຽນ ໃຫ້ນັກຮຽນຊັ້ນປະຖົມ 120 ກວ່າໂຮງຮຽນ ຢູ່ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ




ຂປລ. ລັດຖະບານ ສະວິດ ປະກາດການສະໜັບສະໜູນ ການນຳໃຊ້ແນວທາງທີ່ຄຳນຶງເຖິງ ການປ່ຽນແປງຂອງດິນຟ້າອາກາດ ແລະ ຍືນຍົງ ມານຳໃຊ້ເຂົ້າໃນການປຸງແຕ່ງ ອາຫານທ່ຽງ ໃນໂຮງຮຽນ ໃຫ້ນັກຮຽນຊັ້ນປະຖົມ
120 ກວ່າໂຮງຮຽນ ຢູ່ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ໂດຍການຈັດຕັ້ງປະ ຕິບັດ ຂອງອົງການອາຫານໂລກ ແນໃສ່ຮັບປະກັນວ່າ ເດັກນັກຮຽນ 12.000 ກວ່າຄົນ ສາມາດເຂົ້າເຖິງອາຫານໃນໂຮງຮຽນ ທີ່ມີໂພຊະນາການໄດ້ດີຂຶ້ນ, ທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະສິ ກອນຜູ້ລ້ຽງສັດນ້ອຍ ໃນເຂດຊົນນະບົດ ໂດຍສະເພາະແມ່ຍິງ ​ເຊິ່ງໂຄງການນີ້, ແມ່ນນຳໃຊ້ແນວທາງ 5 ປະການ ຄື: ສຸມໃສ່ການສະໜັບສະໜູນ ກະສິກຳແບບຍືນຍົງ, ປັບປຸງການເຂົ້າເຖິງນໍ້າ, ສົ່ງເສີມການສ້າງຄວາມເຂັ້ມແຂງທາງ ດ້ານເສດຖະກິດຂອງແມ່ຍິງ, ຍົກລະດັບພື້ນຖານໂຄງລ່າງຂອງໂຮງຮຽນ ແລະ ສ້າງຂີດຄວາມສາມາດໃຫ້ແກ່ພະນັກງານລັດ ໃນການຄຸ້ມຄອງໂຄງການຢ່າງມີປະສິດທິພາບ.




ທ່ານ ນາໂອກິ ມາເອກາວາ ຮອງຜູ້ອຳນວຍການ ອົງການອາຫານໂລກ ປະຈຳລາວ ກ່າວວ່າ: ລັດ ຖະບານ ສປປ ລາວ ໄດ້ດຳເນີນການກໍ່ສ້າງໂຄງ ການອາຫານທ່ຽງ ໃນໂຮງຮຽນ ມາເປັນເວລາຫລາຍກວ່າ
2 ທົດສະວັດ ເຊິ່ງມີຄວາມຄືບໜ້າທີ່ໜ້າປະທັບໃຈຫລາຍຢ່າງ ແຕ່ສິ່ງທ້າທາຍຍັງຄົງຢູ່ເຊັ່ນດຽວກັນ, ໂດຍສະເພາະ ແມ່ນດ້ານທຶນຮອນ ທີ່ບໍ່ພຽງພໍໃນ ການດຳເນີນໂຄງການ ເພື່ອໃຫ້ມີຄວາມຍືນຍົງ. ການເຂົ້າເຖິງນ້ຳ ແລະ ຕ່ອງໂສ້ອາຫານ ທີ່ຜະລິດຢູ່ທ້ອງຖິ່ນບໍ່ພຽງພໍ. ການແກ້ໄຂສິ່ງທ້າທາຍເຫລົ່ານີ້, ຈຳເປັນຕ້ອງມີການຮ່ວມມື ຈາກຫລາຍ ຂະແໜງການ. ດັ່ງນັ້ນ, ການປະກອບສ່ວນ ຈາກລັດຖະບານສະວິດ ເປັນອີກບາດກ້າວໜຶ່ງ ທີ່ຈະຊ່ວຍຜັກດັນ ໃຫ້ໂຄງການນີ້ສາມາດກ້າວ ໄປຂ້າງໜ້າໄດ້ ໂດຍສືບຕໍ່ອາໄສ ຜົນສໍາເລັດ ແລະ ຄວາມພະຍາຍາມ ທີ່ຜ່ານມາໃນການເຊື່ອມຕໍ່ຊາວກະສິກອນ ທ້ອງຖິ່ນກັບອາຫານທ່ຽງໃນໂຮງຮຽນ, ການລິເລີ່ມນີ້, ເນັ້ນໜັກໃສ່ການກະສິກໍາ ທີ່ສະຫລາດທີ່ຄຳນຶງເຖິງ ດິນຟ້າອາກາດ ແລະ ການເຮັດກະສິກໍາແບບຍືນຍົງ.




ທ່ານ ຊອລ ກາເບຣຍ ດຸສ໌ ຜູ້ອຳນວຍການປະຈຳພາກພື້ນ ຂອງສຳນັກງານຮ່ວມມື ເພື່ອການພັດທະນາ ແຫ່ງສະວິດ ໃນພາກພື້ນລຸ່ມແມ່ນ້ຳຂອງ ກ່າວວ່າ: ການສະໜັບສະໜູນ ໂຄງການ ອາຫານທ່ຽງໃນໂຮງຮຽນ ຂອງ ສປປ ລາວ ໂດຍຜ່ານການກະສິກຳ ທີ່ຄຳນຶງເຖິງສະພາບດິນຟ້າອາກາດ ຖືເປັນຮູບແບບທີ່ມີປະສິດທິພາບ ໃນການປັບປຸງຊີວິດການ ເປັນຢູ່ຂອງກະສິກອນ ຂະໜາດນ້ອຍ
, ພ້ອມທັງປະກອບ ສ່ວນເຂົ້າໃນດ້ານໂພຊະນາການ ແລະ ການສຶກສາ ຂອງຄົນຮຸ່ນຫລັງ. ວິທີນີ້ ບໍ່ພຽງແຕ່ຈະຊ່ວຍແກ້ໄຂຄວາມຕ້ອງການ ການຄ້ຳປະກັນດ້ານ ສະບຽງ ອາຫານເທົ່ານັ້ນ, ແຕ່ຍັງເສີມສ້າງຄວາມອາດສາມາດຂອງຊຸມຊົນ ໃນການປັບຕົວເຂົ້າກັບ ການປ່ຽນແປງຂອງດິນຟ້າອາກາດ ນຳອີກ.




ການປະກອບສ່ວນ ແລະ ສະໜັບສະໜູນ ຂອງລັດຖະບານສະວິດ ສະແດງເຖິງບາດກ້າວອັນສຳຄັນ ໃນການບັນບຸວິໄສທັດ ຂອງລັດຖະບານ ກ່ຽວກັບການຄຸ້ມຄອງເພື່ອ ໃຫ້ທຸກໂຮງຮຽນ ຂອງລັດ ໃນຂອບເຂດທົ່ວປະເທດ ມີອາຫານທ່ຽງໃນໂຮງຮຽນ ພາຍໃນປີ
2030, ເພື່ອສົ່ງເສີມອະນາຄົດ ຢ່າງມີຄວາມຮອບຄອບ ແລະ ມີຄວາມທົນທານ ຕໍ່ການປ່ຽນແປງຂອງສະພາບ ດິນຟ້າອາກາດຫລາຍຂຶ້ນ.

ຂ່າວ: ທະນູທອງ

ຂໍ້ມູນ-ພາບ: ອົງການອາຫານໂລກ

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top