ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີມອບ-ຮັບ ໂຄງການກໍ່ສ້າງໂຮຽຮຽນ ຢູ່ແຂວງຜົ້ງສາລີ

30/12/2024 12:54
Email Print 1900
ຂປລ ຂປລ. ພິທີມອບ-ຮັບໂຄງການ ກໍ່ສ້າງອາຄານໂຮຽຮຽນ, ຫໍພັກນັກຮຽນ, ເຮືອນ ຄົວນັກຮຽນ, ປະຕູໂຂງ ແລະ ຮົ້ວອ້ອມໂຮງຮຽນມັດທະຍົມຕອນຕົ້ນ ກຸ່ມບ້ານສະນໍາຣະ ເມືອງສໍາພັນ, ແຂວງຜົ້ງສາລີ ຈັດຂຶ້ນໃນວັນທີ 28 ທັນວາ 2024 ຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ, ບັນດາທ່ານຮອງລັດຖະມົນຕີ, ພ້ອມດ້ວຍການນໍາເມືອງ, ຄູອາຈານ, ນ້ອງນັກຮຽນ, ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ຂປລ. ພິທີມອບ-ຮັບໂຄງການ ກໍ່ສ້າງອາຄານໂຮຽຮຽນ, ຫໍພັກນັກຮຽນ, ເຮືອນ ຄົວນັກຮຽນ, ປະຕູໂຂງ ແລະ ຮົ້ວອ້ອມໂຮງຮຽນມັດທະຍົມຕອນຕົ້ນ ກຸ່ມບ້ານສະນໍາຣະ ເມືອງສໍາພັນ, ແຂວງຜົ້ງສາລີ ຈັດຂຶ້ນໃນວັນທີ 28 ທັນວາ 2024 ຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ, ບັນດາທ່ານຮອງລັດຖະມົນຕີ, ພ້ອມດ້ວຍການນໍາເມືອງ, ຄູອາຈານ, ນ້ອງນັກຮຽນ, ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ພູເຂົາຄໍາ ພຣະວໍລະໄຊ໌ ຜູ້ອໍານວຍການບໍລິສັດໄຊເສດຖາກໍ່ສ້າງ ຈໍາກັດ ເຊິ່ງເປັນບໍລິສັດ ຮັບເໝົາກໍ່ສ້າງໂຮງຮຽນດັ່ງກ່າວ ໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ, ປະກອບມີ: ໂຮງຮຽນ 1 ຫລັງ, ມີ 5 ຫ້ອງຮຽນ, 1 ຫ້ອງການຄູ, ຂະໜາດ 8x38,5 ແມັດ, ຫ້ອງນໍ້າ ມີຂະໜາດ 3x4 ແມັດ, ປະກອບເຟີນີເຈີຄົບຊຸດ ແລະ ຕິດຕັ້ງລະບົບໄຟຟ້າ. ພ້ອມກັນນັ້ນ, ກໍມີເຮືອນຄົວນັກຮຽນ 1 ຫລັງ ຈໍານວນ 2 ຫ້ອງ, ຂະໜາດ 8x16 ແມັດ, ຫໍພັກນັກຮຽນ 1 ຫລັງ ມີ 10 ຫ້ອງ, ຂະໜາດ 7x17,5 ແມັດ ແລະ ຫ້ອງນໍ້າ 1 ຫລັງ ມີ 4 ຫ້ອງ, ຂະໜາດ 4x6 ແມັດ; ກໍ່ສ້າງຮົ້ວອ້ອມໂຮງຮຽນ ມີຄວາມຍາວ 500 ແມັດ, ສູງ 2 ແມັດ ແລະ ປະຕູໂຂງ ມີຂະໜາດ 6,5x5,5 ແມັດ ເຊິ່ງການກໍ່ສ້າງແມ່ນເລີ່ມແຕ່ວັນທີ 25 ມີນາ 2024 ແລະ ໄດ້ສໍາເລັດໃນວັນທີ 10 ສິງຫາ 2024 ໂດຍ ແມ່ນຂອງຂວັນມອບໃຫ້ຈາກ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລວມມູນຄ່າການກໍ່ສ້າງທັງໝົດ 4,1 ຕື້ກວ່າກີບ.

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ຕໍ່ຄູອາຈານ, ນັກຮຽນ ແລະ ປະຊາ ຊົນ ທີ່ເຂົ້າຮ່ວມພິທີ, ເຊິ່ງກ່ອນອື່ນທ່ານ ໄດ້ສະແດງຄວາມຂອບໃຈ ມາຍັງພາກທຸລະກິດ ແລະ ພາກສ່ວນອື່ນໆ ທີ່ໄດ້ ປະກອບສ່ວນທາງດ້ານທຶນຮອນ ເຂົ້າໃນການກໍ່ສ້າງໂຮງຮຽນແຫ່ງນີ້ຈົນສໍາເລັດ ເຮັດໃຫ້ລູກຫລານຂອງປະຊາຊົນ ໃນເຂດດັ່ງກ່າວ ມີບ່ອນຮຽນພຽງພໍ ແລະ ມີຫໍພັກໃຫ້ນັກຮຽນ ຜູ້ທີ່ຢູ່ເຂດຫ່າງໄກ ມີຄວາມຈໍາເປັນທາງດ້ານທີ່ພັກ ໄດ້ມີບ່ອນພັກໃນຍາມເຂົ້າຮຽນ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ຮຽກຮ້ອງໃຫ້ ອົງການປົກຄອງທ້ອງຖິ່ນ ຕະຫລອດຮອດຄູອາຈານ ແລະ ນ້ອງນັກຮຽນ ຈົ່ງພ້ອມກັນເອົາໃຈໃສ່ບົວລະບັດຮັກສາ, ຄຸ້ມຄອງ ແລະ ນໍາໃຊ້ອາ ຄານຕ່າງໆ ເພື່ອເປັນບ່ອນສຶກສາຮໍ່າຮຽນ ຫາຄວາມຮູ້, ເປັນບ່ອນພັກເຊົາເໝືອນກັບເຮືອນຂອງຕົນເອງ ແລະ ນໍາໃຊ້ ໃຫ້ເກີດປະໂຫຍດສູງສຸດ, ສາມາດນໍາໃຊ້ໄດ້ຍາວນານ. ທັງນີ້, ກໍເພື່ອສ້າງນັກຮຽນ ໃຫ້ເປັນນັກຮຽນດີ, ຮຽນເກັ່ງ ແລະ ເປັນຜູ້ສືບທອດທີ່ດີຂອງຊາດໃນອະນາຄົດ.

ໃນໂອກາດມອບ-ຮັບໂຮງຮຽນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ນໍາເອົາເຄື່ອງນຸ່ງນັກຮຽນ ແລະ ເຄື່ອງ ກັນໜາວ ມອບໃຫ້ແກ່ນັກຮຽນໂຮງຮຽນດັ່ງກ່າວ ເພື່ອຕ້ານໄພໜາວ ຕື່ມອີກ.


ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top