ອົດສະຕຣາລີ ສະໜັບສະໜູນການຜະລິດ ວິດີໂອ ສຳລັບການພັດທະນາຄູໃໝ່ 2 ຕອນ

02/01/2025 16:12
Email Print 3147
ຂປລ ຂປລ. ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານໃນລາວ (ແຜນງານບີຄວາ) ໄດ້ຜະລິດວິດີໂອ ສຳລັບການພັດທະນາຄູໃໝ່ 2 ຕອນ ກ່ຽວກັບການຄຸ້ມຄອງຫ້ອງຮຽນ ແລະ ເຕັກນິກການສອນບົດຮຽນຝຶກເວົ້າພາສາລາວ ສຳລັບນັກຮຽນຊົນເຜົ່າທີ່ ບໍ່ເວົ້າພາສາລາວລຸ່ມ ເປັນພາສາຫລັກໃນຄອບຄົວ.



ຂປລ. ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານໃນລາວ (ແຜນງານບີຄວາ) ໄດ້ຜະລິດວິດີໂອ ສຳລັບການພັດທະນາຄູໃໝ່
2 ຕອນ ກ່ຽວກັບການຄຸ້ມຄອງຫ້ອງຮຽນ ແລະ ເຕັກນິກການສອນບົດຮຽນຝຶກເວົ້າພາສາລາວ ສຳລັບນັກຮຽນຊົນເຜົ່າທີ່ ບໍ່ເວົ້າພາສາລາວລຸ່ມ ເປັນພາສາຫລັກໃນຄອບຄົວ.

ທ່ານ ອານຸລົມ ວິໄລພອນ ຜູ້ອໍານວຍການສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ (ສວສ) ໄດ້ກ່າວວ່າ: ຍັງມີຄູໃນລາວຫລາຍທ່ານ ທີ່ສອນຢູ່ເຂດຫ່າງໄກ ແລະ ພົບຄວາມຫຍຸ້ງຍາກໃນການສອນ ເຊັ່ນ: ນັກຮຽນຍັງບໍ່ສາມາດເວົ້າພາສາລາວ ໄດ້ດີເທື່ອເມື່ອເຂົາເຈົ້າເລີ່ມເຂົ້າໂຮງຮຽນ, ຫ້ອງຮຽນທີ່ແອອັດ ແລະ ຫ້ອງຮຽນ ທີ່ເປັນຫ້ອງຄວບ. ນັບແຕ່ປີ 2019 ເປັນຕົ້ນມາ, ສວສ ໄດ້ຜະລິດວິດີໂອຫລາກຫລາຍຫົວຂໍ້ ເພື່ອຊ່ວຍໃຫ້ຄູໄດ້ຮັບຄຳແນະນຳ ແລະ ໄດ້ສາທິດວິທີການສິດສອນທີ່ມີປະສິດທິພາບ ສາມາດຕອບສິ່ງທ້າທາຍ ຂອງເຂົາເຈົ້າທີ່ພົບຫລາຍທີ່ສຸດ.




ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ
, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ກຳລັງຮ່ວມມືກັນເພື່ອຮັບປະກັນໃຫ້ຄູ ໄດ້ຮັບການສະໜອງດ້ານຊັບພະຍາກອນ ແລະ ໄດ້ຮັບການສະໜັບສະໜູນ ໃຫ້ນຳໃຊ້ເຕັກນິກ ການສອນແບບໃໝ່. ລັດຖະບານອົດສະຕຣາລີ ເຊື່ອໝັ້ນເປັນຢ່າງຍິ່ງວ່າ ດ້ວຍສະຖານະການທີ່ຍັງຂາດແຄນ ຄູສອນໃນປັດຈຸບັນ, ມັນເປັນສິ່ງສຳຄັນທີ່ຄູຄວນໄດ້ປະກອບຄຳເຫັນ, ບອກຄວາມຮູ້ສຶກ, ໄດ້ຮັບຄວາມເຂົ້າໃຈ ແລະ ທີ່ສຳຄັນທີ່ສຸດແມ່ນການໄດ້ຮັບ ການສະໜັບສະໜູນ. ນີ້ແມ່ນກຸນແຈເພື່ອແກ້ໄຂສິ່ງທ້າທາຍ ທີ່ເຂົາເຈົ້າຜະເຊີນໃນເວລາສອນ ໂດຍສະເພາະ ແມ່ນຜູ້ທີ່ຢູ່ເຂດຫ່າງໄກ. ພວກເຮົາຢາກໃຫ້ຄູມີແຮງບັນດານໃຈ ແລະ ສ້າງຄວາມເຂັ້ມແຂງ ເພື່ອໃຫ້ເຂົາເຈົ້າຍຶດໝັ້ນ ຕໍ່ບົດບາດອັນສຳຄັນ ຂອງເຂົາເຈົ້າໃນການສິດສອນຄົນຮຸ່ນໃໝ່, ຜູ້ທີ່ຈະເປັນຜູ້ນຳ ແລະ ນັກຄົ້ນຄວ້າໃນອະນາຄົດ.

ຫົວຂໍ້ວິດີໂອສຳລັບການພັດທະນາຄູ ຕອນໃໝ່ທີ 24 ແມ່ນກ່ຽວກັບ ການຄຸ້ມຄອງຫ້ອງຮຽນ”. ການຈັດການຫ້ອງຮຽນເປັນຍຸດທະສາດຫລັກ ເພື່ອຮັບປະກັນໃຫ້ນັກຮຽນ ມີສ່ວນຮ່ວມຢ່າງຫ້າວຫັນໃນການຮຽນຮູ້ ເຊິ່ງເປັນສິ່ງຈຳເປັນໃນຫລາຍ ເນື່ອງຈາກວ່າ ສປປ ລາວ ຫລາຍກວ່າໜຶ່ງສ່ວນສາມ ຂອງຂັ້ນຮຽນຊັ້ນປະຖົມສຶກສາ ແມ່ນເປັນຫ້ອງຄວບ. ທັກສະການຄຸ້ມຄອງຫ້ອງຮຽນ ຍັງມີຄວາມຈໍາເປັນເພື່ອສິດສອນວິທີການສອນ ທີ່ຖືເອົານັກຮຽນເປັນໃຈກາງ ຕາມຫລັກສູດໃໝ່ຢ່າງມີປະສິດທິພາບ ຫລັກສູດໄດ້ລວມມີເກມ, ກິດຈະກຳທີ່ປະຕິບັດຕົວຈິງ ແລະ ການເຮັດວຽກເປັນກຸ່ມ. ການຄຸ້ມຄອງຫ້ອງຮຽນທີ່ດີ ບໍ່ພຽງແຕ່ເຮັດໃຫ້ການສອນ ຂອງຄູງ່າຍຂຶ້ນເທົ່ານັ້ນ, ແຕ່ຍັງສາມາດມີຜົນສະທ້ອນ ທີ່ດີຕໍ່ການມີສ່ວນຮ່ວມ ທາງການຮຽນຂອງນັກຮຽນ ແລະ ຜົນການຮຽນຂອງນັກຮຽນ, ການຈັດສັນຫ້ອງຮຽນທີ່ດີ ໄດ້ສ້າງສະພາບແວດລ້ອມ ທີ່ກະຕຸ້ນການຮຽນຮູ້. ວິດີໂອໄດ້ສະແດງໃຫ້ເຫັນວິທີ ການຄຸ້ມຄອງຫ້ອງຮຽນຕາມ 6 ຄຳແນະນຳທີ່ສາມາດນຳໃຊ້ ໄດ້ຢ່າງງ່າຍດາຍໂດຍຄູ ໃນທຸກຂັ້ນຮຽນຊັ້ນປະຖົມສຶກສາ ແລະ ໃນທຸກວິຊາ.




ວິດີໂອສຳລັບການພັດທະນາຄູ ຕອນໃໝ່ທີ
25 ສະແດງໃຫ້ເຫັນວິທີການສອນ 3 ກິດຈະກຳຫລັກ ຂອງບົດຮຽນຝຶກເວົ້າພາສາລາວ, ບົດຮຽນນີ້ຖືກພັດທະນາໂດຍ ສສກ ໂດຍການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ແລະ ໄດ້ນຳໃຊ້ໃນທົ່ວປະເທດ ໃນເດືອນກັນຍາ 2024 ນີ້. ວິດີໂອໄດ້ສະແດງໃຫ້ເຫັນ ເຕັກນິກທີ່ຄູສາມາດໃຊ້ ເພື່ອຊ່ວຍນັກຮຽນຂັ້ນ ປ1 ທີ່ຍັງບໍ່ທັນເວົ້າພາສາລາວ ໄດ້ດີເທື່ອເມື່ອເລີ່ມເຂົ້າໂຮງຮຽນ ຊັ້ນປະຖົມສຶກສາ ເພື່ອພັດທະນາທັກສະພາສາລາວຂອງເຂົາເຈົ້າ, ວິດີໂອປະ ກອບມີ ພາກການສະທ້ອນຄືນໃຫ້ຄູຄິດ ເຖິງການປະຕິບັດຂອງຕົນເອງ ແລະ ວິທີການທີ່ເຂົາເຈົ້າຈະປັບປຸງການສອນຂອງເຂົາເຈົ້າ ເພື່ອຮັບປະກັນໃຫ້ນັກຮຽນເຂົ້າໃຈ ແລະ ພ້ອມກັນຮຽນຮູ້.

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top