ຍ່າງເພື່ອສຸຂະພາບ ໂອກາດວັນສ້າງຕັ້ງ ອົງການກາແດງແຫ່ງຊາດລາວຄົບຮອບ 70 ປີ

06/01/2025 10:54
Email Print 3557
ຂປລ ຂປລ. ອົງການກາແດງແຫ່ງຊາດລາວ ຈັດກິດຈະກຳຍ່າງເພື່ອສຸຂະພາບ ແລະ ວາງສະແດງຮູບພາບ ເນື່ອງໃນວັນສ້າງຕັ້ງ ອົງການກາແດງແຫ່ງຊາດລາວ ຄົບຮອບ 70 ປີ (1 ມັງກອນ 1955 ຫາ 1 ມັງກອນ 2025) ໃນວັນທີ 4 ມັງກອນ2025 ທີ່ປະຕູໄຊນະຄອນຫລວງວຽງຈັນ



ຂປລ. ອົງການກາແດງແຫ່ງຊາດລາວ ຈັດກິດຈະກຳຍ່າງເພື່ອສຸຂະພາບ ແລະ ວາງສະແດງຮູບພາບ ເນື່ອງໃນວັນສ້າງຕັ້ງ ອົງການກາແດງແຫ່ງຊາດລາວ ຄົບຮອບ 70 ປີ (1 ມັງກອນ 1955 ຫາ 1 ມັງກອນ 2025) ໃນວັນທີ 4 ມັງກອນ2025 ທີ່ປະຕູໄຊນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ປະທານກິດຕິມະສັກອົງ ການກາແດງແຫ່ງຊາດລາວ, ມີບັນດາລັດຖະມົນຕີ ຫົວໜ້າອົງການທຽບເທົ່າ,ເຈົ້າຄອງ ນະຄອນຫລວງວຽງຈັນ, ຕາງໜ້າອົງການສາກົນ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.




ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງ ແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: ການຈັດກິດຈະກຳຄັ້ງນີ້ເປັນ ການສະເຫລີມສະຫລອງ ວັນສ້າງຕັ້ງອົງການກາແດງແຫ່ງຊາດລາວ ຄົບຮອບ 70 ປີ, ທັງເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນ ການສະເຫລີມສະຫລອງ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ພ້ອມນີ້, ທ່ານຍັງໄດ້ຫວນຄືນເຖິງ ປະຫວັດຫຍໍ້ແລະ ຄວາມເປັນມາຂອງ ອົງການກາແດງແຫ່ງຊາດລາວ,ໃນວັນທີ 1 ມັງກອນ 1955 ອົງການກາແດງແຫ່ງຊາດລາວໄດ້ຖືກສ້າງຕັ້ງຂຶ້ນໂດຍມີຊື່ວ່າ: ສະພາກາຊາດລາວ ໂດຍເຄື່ອນໄຫວ ໜ້າທີ່ຕົ້ນຕໍຄື: ການຈັດຕັ້ງປະຕິບັດ ພັນທະຕາມພາລະບົດບາດຂອງຕົນ ແລະ ຕາມສົນທິສັນຍາສາກົນ ທີ່ລາວເປັນພາຄີເພື່ອຊ່ວຍເຫລືອ ດ້ານມະນຸດສະທຳ ແລະປະຊາສົງເຄາະກະທັນຫັນ,ໃນປີ 1975 ສະພາກາຊາດລາວໄດ້ປ່ຽນຊື່ມາເປັນສະພາກາແດງລາວ ໄດ້ຈັດຕັ້ງເຄື່ອນໄຫວ ຕາມນິຕິກຳ ໂດຍການຂົນຂວຍຍາດແຍ່ງ ການຊ່ວຍເຫລືອ ຈາກສາກົນຊ່ວຍຂະແໜງ ສາທາລະນະສຸກ ເຊັ່ນ: ໂຄສະນາປ້ອງກັນພະຍາດ
, ຄຸ້ມຄອງອັດຕາການເກີດ, ການຕາຍ, ໝູນໃຊ້ຢາພື້ນເມືອງ ສົມທົບຢາຫລວງ ແລະ ຝຶກອົບຮົມຄວາມຮູ້ດ້ານ ການສົ່ງເສີມສຸຂະພາບ ໃຫ້ກຸ່ມຄົນເສຍອົງຄະ ທີ່ຖືກຜົນກະຈາກສົງຄາມ. ໃນປີ 1999 ຈົນເຖິງປັດຈຸບັນສະພາ ກາແດງລາວໄດ້ປ່ຽນຊື່ມາເປັນ ອົງການກາແດງແຫ່ງຊາດລາວ ໄດ້ປະຕິບັດ ໜ້າທີ່ ໃນການຈັດຕັ້ງປະຕິບັດ ວຽກງານອີງໃສ່ 7 ຫລັກການ ແລະ 9 ໜ້າວຽກຄື: ການຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນ, ການປຸກລະດົມ ແລະ ຂົນຂວາຍບໍລິຈາກເລືອດ ແລະ ການສະໜອງເລືອດປອດໄພ, ການສົ່ງເສີມສຸຂະພາບຂັ້ນພື້ນຖານ, ການປະຖົມພະຍາບານ, ການກູ້ໄພສຸກເສີນ, ການໂຄສະນາຂົນຂວາຍແຫລ່ງທຶນ, ການສ້າງສະມາຊິກ ແລະ ອາສາສະໝັກກາແດງ, ການສືບທາວຫາຍາດພີ່ນ້ອງ ແລະ ການພົວພັນ ແລະ ຮ່ວມມືສາກົນ.




ປັດຈຸບັນອົງການກາແດງແຫ່ງຊາດລາວ ມີລະບົບການຈັດຕັ້ງຄື: ອົງການກາແດງແຫ່ງຊາດລາວ ອົງການກາແດງແຂວງ ແລະ ຫ້ອງການກາແດງເມືອງ. ເພື່ອໃຫ້ສອດຄ່ອງຕໍ່ແນວທາງ ນະໂຍບາຍຂອງພັກ ແລະ ລັດຖະບານ
, ອົງການກາແດງແຫ່ງຊາດລາວ ໄດ້ມີແຜນຍຸດທະສາດ 10 ປີເລີ່ມແຕ່ 2021-2030 ໂດຍມີວິໄສທັດວ່າ: ປະຕິບັດ

ວຽກງານມະນຸດສະທໍາທີ່ມີ ການເຂົ້າຮ່ວມຂອງທຸກຊັ້ນຄົນ ຢູ່ໃນສັງຄົມດ້ວຍຄວາມສະໝັກໃຈ ເຊິ່ງມີ 3 ເປົ້າໝາຍຄື: ການພັດທະນາອົງການ ໃຫ້ເຂັ້ມແຂງແລະຍືນຍົງ; ການສົ່ງເສີມ ສຸຂະພາບ ເພື່ອຄຸນນະພາບຊີວິດທີ່ດີ ແລະ ການກຽມພ້ອມຕອບໂຕ້ ໄພພິບັດ-ຊ່ວຍເຫລືອບັນເທົາທຸກ, ການປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດ ທີ່ປອດໄພໃຫ້ແກ່ຄົນເຈັບ.

ທ່ານ ຄໍາລາວັນ ຈັນທະລາວັນ ຍັງໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາມີ ບາງວຽກງານສາມາດ ໄດ້ຈັດຕັ້ງປະຕິ ບັດລື່ນຄາດໝາຍ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ເປັນຕົ້ນວຽກງານ ປຸກລະດົມ ຂົນຂວາຍ ແລະ ບໍລິຈາກເລືອດ ແລະສະໜອງເລືອດທີ່ປອດໄພ ໃຫ້ແກ່ຄົນເຈັບ ໃນທົ່ວປະເທດ ຊຶ່ງເປັນບ່ອນອີງໃນການຍ້ອງຍໍ ສັນລະເສີນ ແລະ ເປັນຜົນງານທີ່ພົ້ນເດັ່ນ ຂອງອົງການ ກາແດງແຫ່ງຊາດລາວ.

ຂໍ້ມູນ-ພາບ: ອົງການກາແດງແຫ່ງຊາດ

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top