ຂປລ
ກວດພົບ ຜູ້ຕິດເຊື້ອ ພະຍາດໝາກແດງ(ຫັດເຢຍລະມັນ)ໃນ22 ລັດ ໃນນີ້ ມີ 5 ລັດມີຜູ້ຕິດເຊື້ອ ເພີ່ມຂຶ້ນຢ່າງວ່ອງໄວ ໂດຍສະເພາະ ລັດເທັກຊັດສ ມີເດັກນ້ອຍ ເສຍຊີວິດແລ້ວ 2ຄົນ ຍ້ອນລະບົບຫາຍໃຈ ລົ້ມເຫລວ ແລະ ມີຜູ້ຕິດເຊື້ອ ເກືອບ500ຄົນ.
ຂປລ.ສູນຄວບຄຸມ ແລະ ປ້ອງກັນ ພະຍາດຂອງ ສ.ອາເມລິກາ ເປີດເຜີຍວ່າ: ກວດພົບ ຜູ້ຕິດເຊື້ອ ພະຍາດໝາກແດງ(ຫັດເຢຍລະມັນ)ໃນ22 ລັດ ໃນນີ້ ມີ 5 ລັດມີຜູ້ຕິດເຊື້ອ ເພີ່ມຂຶ້ນຢ່າງວ່ອງໄວ ໂດຍສະເພາະ ລັດເທັກຊັດສ ມີເດັກນ້ອຍ ເສຍຊີວິດແລ້ວ 2ຄົນ ຍ້ອນລະບົບຫາຍໃຈ ລົ້ມເຫລວ ແລະ ມີຜູ້ຕິດເຊື້ອ ເກືອບ500ຄົນ.ຕາມມາດ້ວຍ ລັດນີວເມັກຊິໂກ, ໂອໄຮໂອ, ໂອກລາໂຮມາ ແລະ ລັດແຄນຊັດສ ພົບຜູ້ຕິດເຊື້ອ ພະຍາດ ດັ່ງກ່າວ ເພີ່ມຂຶ້ນຫລາຍ ຈົນຮອດ ປັດຈຸບັນ ມີຜູ້ຕິດເຊື້ອ ລວມທັງໝົດ 600 ກວ່າຄົນ ສ່ວນໃຫຍ່ ເປັນເດັກນ້ອຍ ທີ່ບໍ່ໄດ້ຮັບ ຢາປ້ອງກັນພະຍາດ. ດັ່ງນັ້ນ ທາງພາກລັດ ຈຶ່ງແນະນຳ ໃຫ້ປະຊາຊົນ ເຂົ້າຮັບວັກຊິນແບບ MMR ທີ່ສາມາດ ປ້ອງກັນໄດ້ທັງ ພະຍາດ ໝາກແດງ ແລະ ພະຍາດ ໝາກເບີດ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL