ຂປລ
ມີຫລາຍກວ່າ 50 ປະເທດ ໄດ້ຕິດຕໍ່ກັບ ທຳນຽບຂາວ ເພືື່ອເລີ່ມດຳເນີນການ ປຶກສາຫາລື ກ່ຽວກັບ ນະໂຍບາຍພາສີໃນດ້ານການຄ້າ.
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ຜົນກະທົບ ຂອງພາສີ ອາດຈະເຮັດໃຫ້ GDP ຂອງ ສ.ອາເມລິກາ ຫລຸດລົງ 0,3% ເມື່ອທຽບໃສ່ ການຄາດຄະເນ ໃນປີນີ້. ເມື່ອຕອບ ສຳພາດ ໃນລາຍການ “This Week” ຂອງ ABC News ເມື່ອບໍ່ດົນມານີ້, ທ່ານ ເຄວິນ ຮັສເຊັດ(Kevin Hassett), ຜູ້ອຳນວຍການໃຫຍ່ ສະພາ ເສດຖະກິດ ແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ: ມີຫລາຍກວ່າ 50 ປະເທດ ໄດ້ຕິດຕໍ່ກັບ ທຳນຽບຂາວ ເພືື່ອເລີ່ມດຳເນີນການ ປຶກສາຫາລື ນະໂຍບາຍພາສີ ໃນດ້ານການຄ້າ. ກ່ອນໜ້ານີ້, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ໄດ້ປະກາດ ອັດຕາພາສີ ສຳລັບ ສິນຄ້າ ນຳເຂົ້າຈາກທຸກປະເທດ ແລະ ເຂດແຄວ້ນໃນໂລກ. ນະໂຍບາຍພາສີນີ້ ຖືກປະຕິກິລິຍາ ຈາກຫລາຍປະເທດ ຄູ່ຄ້າ ຂອງ ສ.ອາເມລິກາ ແລະ ໄດ້ຮັບຖືວ່າ ອາດຈະເຮັດໃຫ້ ເພີ່ມຄວາມສ່ຽງ ເກີດການປະທະກັນ ດ້ານການຄ້າ ທົ່ວໂລກ. ບັນດາ ນັກຊ່ຽວຊານຂອງ JPMorgan ຄາດຄະເນວ່າ: ຜົນກະທົບ ຂອງພາສີອາ ອາດຈະເຮັດໃຫ້ GDP ຂອງ ສ.ອາເມລິກາ ຫລຸດລົງ 0,3% ເມື່ອທຽບໃສ່ ການຄາດຄະເນ ໃນປີນີ້. ຂະນະທີ່ ອັດຕາຜູ້ວ່າງງານ ອາດຈະເພີ່ມຂຶ້ນ ແຕ່ 4,2% ຂຶ້ນເປັນ 5,3%./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL