ທ່ານ ສີ ຈິ້ນຜິງ ເນັ້ນໜັກ “3ເອົາໃຈໃສ່ຕື່ມ” ໃນການປູກໄມ້ໃຫ້ເປັນປ່າເພື່ອເພີ່ມພື້ນທີ່ສີຂຽວ

08/04/2025 07:44
ຂປລ ທ່ານ ສີ ຈິ້ນຜິງ,ປະທານ ປະເທດຈີນ ໄດ້ເດີນທາງ ໄປເຖິງແຄມຝັ່ງແມ່ນ້ຳຢົງຕິ້ງ ເມືອງເຟິ່ງຖາຍ ນະຄອນຫລວງ ປັກກິ່ງ ເພື່ອຮ່ວມກັບ ພະນັກງານ ແລະ ປະຊາຊົນ ເຂົ້າຮ່ວມ ການປູກຕົ້ນໄມ້ ຕາມພັນທະ ອີກຄັ້ງໜຶ່ງ ເຊິ່ງເປັນເທື່ອທີ 13 ທີ່ ທ່ານ ສີ ຈິ້ນຜິງ ເຂົ້າຮ່ວມກິດຈະກຳ ດັ່ງກ່າວ ນັບແຕ່ຂຶ້ນດຳລົງຕຳແໜ່ງ ເປັນເລຂາທິການໃຫຍ່ ຄະນະກຳມະການສູນກາງພັກ ກອມມູນິຈີນ ເປັນຕົ້ນມາ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ,ເມື່ອບໍ່ດົນມານີ້, ທ່ານ ສີ ຈິ້ນຜິງ,ປະທານ ປະເທດຈີນ ໄດ້ເດີນທາງ ໄປເຖິງແຄມຝັ່ງແມ່ນ້ຳຢົງຕິ້ງ ເມືອງເຟິ່ງຖາຍ ນະຄອນຫລວງ ປັກກິ່ງ ເພື່ອຮ່ວມກັບ ພະນັກງານ ແລະ ປະຊາຊົນ ເຂົ້າຮ່ວມ ການປູກຕົ້ນໄມ້ ຕາມພັນທະ ອີກຄັ້ງໜຶ່ງ ເຊິ່ງເປັນເທື່ອທີ 13 ທີ່ ທ່ານ ສີ ຈິ້ນຜິງ ເຂົ້າຮ່ວມກິດຈະກຳ ດັ່ງກ່າວ ນັບແຕ່ຂຶ້ນດຳລົງຕຳແໜ່ງ ເປັນເລຂາທິການໃຫຍ່ ຄະນະກຳມະການສູນກາງພັກ ກອມມູນິຈີນ ເປັນຕົ້ນມາ.ຄວນ​ປູກ​ໄມ້​ ໃຫ້​ເປັນ​ປ່າ ​ເພີ່ມ​ພື້ນ​ທີ່​ສີ​ຂຽວ​ ໃຫ້​ປະ​ເທດ​ຊາດ ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ​ຄື​ແນວ​ໃດ? ໃນ​ໂອ​ກາດ ​ເຂົ້າ​ຮ່ວມ​ການ​ປູກ​ຕົ້ນ​ໄມ້​ປີ​ນີ້, ທ່ານ ​ສີ ​ຈິ້ນ​ຜິງ ​ໄດ້ເນັ້ນ​ໜັກ “3ເອົາໃຈໃສ່ຕື່ມ” ເພື່ອ​ຊີ້​ນຳ ​ການ​ຊຸກ​ຍູ້​ ການ​ປູກ​ໄມ້​ ໃຫ້​ເປັນ​ປ່າ ​ເພີ່ມ​ພື້ນ​ທີ່​ສີ​ຂຽວ​ ແລະ ​ການ​ສ້າງ​ປະ​ເທດ​ຈີນ ​ທີ່​ສວຍ​ງາມ​ ຢ່າງ​ມີ​ວິ​ທະ​ຍາ​ສາດ​ຄື:  ໜຶ່ງ: “ເອົາໃຈໃສ່ຕື່ມ ໃນການຍົກສູງຄຸນນະພາບ” ຢູ່ສະຖານທີ່ປູກຕົ້ນໄມ້ໃນປີນີ້, ທ່ານ ສີ ຈິ້ນຜິງ ໄດ້ໂອ້ລົມສົນທະນາກັບ ພະນັກງານ ແລະ ປະຊາຊົນ ຢ່າງສະໜິດສະໜົມ, ເພິ່ນໄດ້ຍົກໃຫ້ເຫັນວ່າ: “ປັດຈຸບັນ, ອັດຕາການປົກຫຸ້ມ ຂອງປ່າໄມ້ຢູ່ ສປ ຈີນ ໄດ້ລື່ນກາຍ 25%, ໄດ້ປະກອບສ່ວນ ປະມານ 25% ຂອງເນື້ອທີ່ພື້ນທີ່ສີຂຽວ ທີ່ເພີ່ມໃໝ່ ຂອງທົ່ວໂລກ, ຜົນງານເຫລົ່ານີ້ ຍາດມາໄດ້ ບໍ່ແມ່ນເລື່ອງງ່າຍ.”ພື້ນຖານສີຂຽວຂອງ ສປ ຈີນ ໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງ, ພ້ອມດຽວກັນນັ້ນ ກໍຍັງມີບັນຫາ ທີ່ຍອດປະລິມານຊັບພະຍາກອນປ່າໄມ້ທົ່ງຫຍ້າ ຍັງມີບໍ່ພຽງພໍ, ຄຸນນະພາບ ແລະ ປະສິດທິຜົນ ຍັງບໍ່ສູງເທົ່າທີ່ຄວນ.

ທ່ານ ສີ ຈິ້ນຜິງ ໄດ້ຊີ້ນຳວ່າ: ຕ້ອງເອົາໃຈໃສ່ຕື່ມ ໃນການ​ຍົກສູງ ຄຸນນະພາບ, ປັບປຸງໂຄງສ້າງປ່າໄມ້, ພັດທະນາ ທຸລະກິດ ປ່າໄມ້ ໃຫ້ດີ ພ້ອມທັງ ຍົກສູງ​ຄຸນນະພາບ ສິ່ງແວດລ້ອມ ທຳມະຊາດ ທົ່ງຫຍ້າ ໄປຄຽງຄູ່ກັນ. ຢູ່ສວນ​ສາ​ທິດ ​ການ​ປູກ​ໄມ້​ຟື້ນ​ຟູ​ປ່າ​ ເຂດ​ຫລວນ​ເຟີ້ງ ​ຂອງ​ໂຄງ​ການ​ ຈຸດ​ສຸມ​ປູກ​ໄມ້ ​ໃຫ້​ເປັນ​ປ່າ ​ເພີ່ມ​ພື້ນ​ທີ່​ສີ​ຂຽວ​ ຂອງ​ເມືອງກວ່າງ​ເຈີ​ ແຂວງ​ຟູ​ຈ້ຽນ, ​ໃນ​ຜ່ານ​ມາ, ເນື່ອງ​ຈາກ​ເປັນ​ໂຄງ​ສ້າງ​ປ່າ​ໄມ້​ ປະ​ກອບ​ດ້ວຍ​ພັນ​ໄມ້ ​ພຽງ​​ຊະ​ນິດ​ດຽວ, ສະ​ນັ້ນ ​​ປ່າ​ໄມ້​ແຫ່ງ​ນີ້ ຈຶ່ງ​ມີຄຸນ​ນະ​ພາບ​ຕ່ຳ, ຄວາມ​ສາ​ມາດ​ຕ້ານ​ທານ ໄພຄຸກຄາມ ຈາກພະຍາດ ສັດຕູພືດ ແລະ​ໄພ​ທຳ​ມະ​ຊາດ ​ຈຶ່ງ​​ຂ້ອນ​ຂ້າງ ອ່ອນ​ແອ. ແຕ່​ວ່າ​ໃນ​ປັດ​ຈຸ​ບັນ, ​ທ້ອງ​ຖິ່ນ​ດັ່ງ​ກ່າວ ​ໄດ້​ປັບ​ປຸງ​ປ່າ​ໄມ້ ປະເພດໃບເຂັມ ໃຫ້​ເປັນປ່າປະສົມໄມ້ ປະເພດໃບ​ໃຫຍ່ ແລະໄມ້ປະເພດໃບເຂັມ, ປັບ​ປຸງ​ປ່​າ​ໄມ້​​ພັນ​ດຽວ​ໃຫ້​ເປັນປ່າ​ໄມ້ ​ຫລາຍ​ພັນ ​ແລະ​ມີ​ອາ​ຍຸ​ຕ່າງ​ກັນ, ເພື່ອ​ປັບ​ປຸງ​ໂຄງ​ສ້າງ​ປ່າ​ໄມ້​ ໃຫ້​ດີ​ຂຶ້ນ, ຍົກ​ສູງ​ບົດ​ບາດ​ ດ້ານ​ນິ​ເວດ​ຂອງ​ປ່າ​ໄມ້, ເພີ່ມ​ຄວາມ​ສາ​ມາດ ເກັບ​ຮັກ​ສາ​ກາກບອນ ຂອງ​ປ່າ​ໄມ້. ສອງ: “ເອົາ​ໃຈ​ໃສ່​ຕື່ມ​ໃນ​ການ​​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ”ທ່ານ​ ສີ ​ຈິ້ນ​ຜິງ​ ໄດ້​ຊີ້​ນຳ​ໃຫ້​ເອົາ​ໃຈ​ໃສ່​ຕື່ມ ​ໃນ​ການ​ພັດ​ທະ​ນາ​ ອຸດ​ສາ​ຫະ​ກຳ, ນຳ​ໃຊ້​ວິ​ທີ​ການ​ປະ​ຕິ​ຮູບ ​ໃຫ້​ຫລາຍ ​ເພື່ອ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ປ່າ​ໄມ້ ​ແລະ ​ທົ່ງ​ຫຍ້າ ໃຫ້​ເກີດ​ມີ​ປະ​ສິດ​ທິ​ຜົນ, ​ພັດ​ທະ​ນາ ​ອຸດ​ສາ​ຫະ​ກຳ​ປ່າ​ໄມ້ ​ແລະ ​ທົ່ງ​ຫຍ້າ​ໃຫ້​ເຕີບ​ໃຫຍ່​ ຂະ​ຫ​ຍາຍ​ຕົວ.ປີ2024, ຍອດ​ມູນ​ຄ່າ ການ​ຜະ​ລິດ ​ດ້ານ​ອຸດ​ສາ​ຫະ​ກຳ​ປ່າ​ໄມ້​ແລະ​ທົ່ງ​ຫຍ້າ​ຂອງ ສປ ​ຈີນ ​ໄດ້​ບັນ​ລຸ​ເຖິງ 10.170 ຕື້ຢວນ.ຜົນ​ຜະ​ລິດອາ​ຫານ​ຈາກ​ປ່າ​ໄມ້ຂອງ​ສປ ຈີນ ​ບັນ​ລຸ​ຫລາຍກວ່າ 200 ລ້ານ​ໂຕ້ນ​ຕໍ່​ປີ. ອາ​ຫານ​ຈາກ​ປ່າ​ໄມ້ ​ທີ່ດີ​ຕໍ່​ສຸ​ຂະ​ພາບ, ແບບ​ທຳ​ມະ​ຊາດ​ ແລະ​ ມີ​ຫລາກ​ຫລາຍ ​ຊະ​ນິດ​ເຊັ່ນ: ໝາກ​ກໍ່,​ ໝາກຊານ້ຳ​ມັນ​, ໝາກ​ໂປ້ມ ເປັນ​ຕົ້ນ: ໄດ້​ກາຍ​ເປັນ​ ຜະ​ລິດ​ຕະ​ພັນ ​ກະ​ສິ​ກຳ​ ສຳ​ຄັນ ​ອັນ​ດັບ 3 ຂອງ​ ສປ ຈີນ ທີ່​ຮອງ​ຈາກສະ​ບຽງ​ອາ​ຫານ​ ແລະ ພືດ​ຜັກ.​ປັດ​ຈຸ​ບັນ, ຢູ່​ຕາ​ແສງ​ທ່ຽນ​ຫ່ວງ​ຜິງ ເມືອງ​ອ່ານ​ຈີ​ ແຂວງ​ເຈີ້​ຈ່ຽງ​ ໄດ້ເປີດ​ການ​ປະ​ຕິ​ບັດ​ໂຄງ​ການ​ປັບ​ປຸງ​ ຍົກ​ລະ​ດັບ​ເຂດ​ນິ​ຄົມ ​ອຸດ​ສາ​ຫະ​ກຳ​ ເສດ​ຖະ​ກິດ​ປ່າ​ໄມ້​​ເກືອບ 700 ເຮັກ​ຕາ, ໃນ​ຕໍ່​ໜ້າ, ພາຍ​ໃນ​ເຂດ​ນິ​ຄົມ ​ຈະ​ສ້າງ​ເຂດ ທີ່​ມີ​ບົດ​ບາດ ​ພິ​ເສດ​ຕ່າງໆ​ເຊັ່ນ: ​ເຂດສຳ​ຜັດ ​ສຳ​ລັບ ​ນັກ​ທ່ອງ​ທ່ຽວ, ​ເຂດຕັ້ງ​ແຄັ້ມ ເປັນ​ຕົ້ນ, ເພື່ອ​ສຸມ​ກຳ​ລັງ​ ເຂົ້າ​ໃນ​ການ​ສ້າງ​ ກຸ່ມ​ອຸດ​ສາ​ຫະ​ກຳ​ ການ​ທ່ອງ​ທ່ຽວ. ສາມ: “ເອົາ​ໃຈ​ໃສ່​ຕື່ມ​ໃນ​ການ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊ​າ​ຊົນ”ໃນ​ການ​ປູກ​ຕົ້ນ​ໄມ້​ເທື່ອ​ນີ້, ທ່ານ ​ສີ ​ຈິ້ນ​ຜິງ​ ໄດ້​ກ່າວ​ເນັ້ນ​ໜັກ​ວ່າ: “ຕ້ອງເອົາ​ໃຈ​ໃສ່​ຕື່ມ ​ໃນ​ການ​ສ້າງ​ຜົນ​ປະ​ໂຫຍດ ​ໃຫ້​ແກ່​ ປະ​ຊ​າ​ຊົນ, ເພີ່ມ​ພື້ນ​ທີ່​ສີ​ຂຽວ ​ແລະ​ ຄວາມ​ສວຍ​ງາມ ​ຢູ່​ອ້ອມ​ຂ້າງ​​ປະ​ຊາ​ຊົນ, ເປີດກວ້າງ​ຊ່ອງ​ທາງ​ໃນ​ການ​ປະ​ກອບ​ອາ​ຊີບ​ ໃນ​ຂະ​ແໜງ​ ການ​ປ່າ​ໄມ້​ທົ່ງ​ຫຍ້າ​ ເພື່ອ​ສ້າງ​ລາຍ​ຮັບ​ເພີ່ມ ​ໃຫ້​ປະ​ຊາ​ຊົນ.”ສະ​ຖານ​ທີ່​ປູກ​ຕົ້ນ​ໄມ້​ຕາມ​ພັນ​ທະ​ທີ່​ ທ່ານ ​ສີ ​ຈິ້ນ​ຜິງ​ ເຂົ້າ​ຮ່ວມ​ໃນ​ປີ​ນີ້ ​ແມ່ນ​ຕັ້ງຢູ່​ແລວ​ທາງ​ສີ​ຂຽວ​ ຕອນ​ແມ່​ນ້ຳ​ຢົງ​ຕິ້ງ ນະ​ຄອນ​ຫລວງ​ປັກ​ກິ່ງ. ລະ​ບົບນ້ຳ​ຢູ່​ເຂດ​ແຄວ້ນ​ດັ່ງ​ກ່າວ​ ມີ​ຫລາກ​ຫລາຍ​ຮູບ​ແບບ, ​ເຊິ່ງ​ມີ​ພື້ນ​ທີ່​ ແຄມ​ນ້ຳ​ຍາວ​ຢຽດ ​ເຖິງ 7 ກິ​ໂລ​ແມັດ, ປັດ​ຈຸ​ບັນ, ທ້ອງ​ຖິ່ນ​ດັ່ງ​ກ່າວ​ກຳ​ລັງ​ສ້າງ​ໂຄງ​ການ “ລະ​ບຽງ​ຂຽວ​ແຄມ​ນ້ຳ”​ ທີ່​ອະ​ນຸ​ລັກ​ຮັກ​ສາ​ ສິ່ງ​ແວດ​ລ້ອມ ​ທຳ​ມະ​ຊາດ​​ ພ້ອມ​ທັງ​ສ້າງເປັນ​ບ່ອນ​​ຫັດ​ກາຍ ​ບໍລິ​ຫານ​ ແລະ ພັກ​ຜ່ອນ​ຢ່ອນ​ອາ​ລົມ.ຊຸມ​ປີ​ຜ່ານ​ມາ​ນີ້, ນະ​ຄອນ​ຫລວງ​ປັກ​ກິ່ງ​ ໄດ້​ສ້າງ​ສວນ​ສາ​ທາ​ລະ​ນະ​ພັກ​ຜ່ອນ​ຢ່ອນ​ອາ​ລົມ, ສວນ​ສາ​ທາ​ລະ​ນະ ຂະໜາດນ້ອຍ, ພື້ນ​ທີ່​ສີ​ຂຽວ ​ຂະ​ໜາດ​ນ້ອຍ ​ໃນ​ເທດ​ສະ​ບານ​ເມືອງ​ໃຫ້​ສຳ​ເລັດ ​ງວດ​ໜຶ່ງ, ໃນ​ນີ້, ​ຍອດ​ຈຳ​ນວນ ສວນ​ສາ​ທາ​ລະ​ນະ ​ມີ​ເຖິງ 1.100 ແຫ່ງ.ປັດ​ຈຸ​ບັນ, ສປ ຈີນ​ ໄດ້​ສ້າງ​ຕົວ​ເມືອງ​ປ່າ​ໄມ້​ແຫ່ງ​ຊາດ​ ສຳ​ເລັດ​ແລ້ວ 212 ແຫ່ງ, ອັດ​ຕາ​ການ​ປົກ​ຫຸ້ມ ຂອງ​ພື້ນ​ທີ່​ສີ​ຂຽວ​ ໃນ​ຕົວ​ເມືອງ ​ບັນ​ລຸ 43,32%, ​ປະ​ຊາ​ຊົນ​ ໃນ​ຕົວ​ເມືອງ​ ມີ​ເນື້ອ​ທີ່ ​ສວ​ນສາ​ທາ​ລະ​ນະ ​ແລະ ​ພື້ນ​ທີ່​ສີ​ຂຽວ ສະ​ເລ່ຍ 15,65 ຕາ​ແມັດ​ຕໍ່​ຄົນ. ຍາມ​ລະ​ດູ​ໃບ​ໄມ້​ປົ່ງ ຢູ່​ບ້ານ​ກ່າ​ລາ ​ຕາ​ແສງ​ລິນ​ຈື່ ​ເມືອງ​ປ່າ​ຢີ ນະ​ຄອນ​ລິນ​ຈື່ ​ເຂດ​ປົກ​ຄອງ ​ຕົນ​ເອງ​ຊີ່​ຈ້າງ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ ສປ ​ຈີນ, ​ດອກ​ຄາຍ​ເບັ່ງ​ບານ​ ໄປ​ທົ່ວ​ໜ່ວຍ​ພູ, ເຊິ່ງ​ໄດ້​ດຶງ​ດູດ​ ນັກ​ທ່ອງ​ທ່ຽວ​ ຈາກ​ແຫ່ງ​ຕ່າງໆ ​ເດີນ​ທາງ​ມາ​ທ່ຽວ​ຊົມ. ໂດຍ​ອີງ​ໃສ່​ ສວນດອກ​ຄາຍ ​ຢູ່​ພາຍ​ໃນ​ບ້ານ, ບ້ານ​ແຫ່ງ​ນີ້​ ໄດ້​ພັດ​ທະ​ນາ​ ການ​ທ່ອງ​ທ່ຽວ​ ແບບ​ອະ​ນຸ​ລັກ ແລະ ເສດ​ຖະ​ກິດ ​ເຮືອນ​ພັກ​ປະ​ຊາ​ຊົນ, ​ເສດ​ຖະ​ກິດ​ ລວມ​ໝູ່​ ຂອງ​ບ້ານ​ໄດ້​ເຕີບ​ໃຫຍ່ ​ຂະ​ຫຍາຍ​ຕົວ, ປີ2024 ຜ່ານ​ມາ, ຊາວ​ບ້ານ​ ໄດ້​ຮັບ​ເງິນ ​ປັນ​ຜົນ 100.000 ກວ່າ​ຢວນ ຕໍ່ຄອບ​ຄົວ​. ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ ທີ່​ດີ​ເປັນ​ຄວາມ​ຜາ​ສຸກ ​ສຳ​ລັບ​ ປະ​ຊາ​ຊົນ​ ທີ່​ໃຫ້​ຜົນ​ປະ​ໂຫຍດ ​ຢ່າງ​ທົ່ວ​ເຖິງ​ທີ່​ສຸດ. ຈາກ “ພື້ນ​ທີ່​ສີ​ຂຽວ” ຢູ່​ອ້ອມ​ຂ້າງ​ໂຕ ​ຕະ​ຫລອດຮອດ “ເງິນ​ຄຳ”​ ໃນ​ຖົງ​ເສື້ອ, ປະ​ຊາ​ຊົນ​ຈີນ​ ກຳ​ລັງ​ຮູ້​ສຶກ ​ໄດ້​ເຖິງ​ຄວາມ​ສຸກ​ ທີ່​ເພີ່ມ​ຂຶ້ນ ​ຢ່າ​ງ​ບໍ່​ຢຸດ​ຢັ້ງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top